ສຳນັກຂ່າວວໍສະຕຣີດເຈີນໍ ໄດ້ເຊີນອົງການຈັດຕັ້ງ ແລະບໍລິສັດທີ່ຫວັງ ແລະ ບໍ່ຫວັງຜົນກຳໄລ ໃຫ້ສົ່ງວີດີໂອເລື່ອງສັ້ນທີ່ນຳສະເໜີກ່ຽວກັບວິທີແກ້ໄຂບັນຫາການເຂົ້າເຖິງບໍລິການທາງການເງິນສຳລັບຄົນທຸກຍາກ. ອົງການຈັດຕັ້ງທີ່ສົ່ງຜົນກະທົບຕໍ່ຄວາມສາມາດຂອງກຸ່ມຄົນທົ່ວໄປໃນການເຂົ້າເຖິງ ແລະສາມາດນຳໃຊ້ບໍລິການດ້ານການເງິນສາຍຫລັກໃນຂົງເຂດອາຊີປາຊີຟີກ.
ໂຄງການເງິນຝາກເດັກສະຫລາດຂອງສະຖາບັນອີເອັມໄອ ໄດ້ສອນເດັກນ້ອຍນັກຮຽນໃນນະຄອນຫລວງວຽງຈັນ ໃຫ້ຮູ້ກ່ຽວກັບທິດສະດີພື້ນຖານດ້ານການເງິນ ແລະ ໄດ້ເປີດບັນຊີເງິນຝາກປະຢັດໃຫ້ເຂົາເຈົ້າເພື່ອອຳນວຍຄວາມສະດວກແກ່ການຝາກ ແລະຖອນເງິນ ໂດຍໄດ້ຮັບການອະນຸຍາດຈາກຜູ້ປົກຄອງຂອງເຂົາເຈົ້າ. ປັດຈຸບັນຜະລິດຕະພັນດັ່ງກ່າວສາມາດເຂົ້າເຖິງເດັກໃນໄວຮຽນຫລາຍກວ່າ 35 ພັນຄົນທົ່ວນະຄອນຫລວງວຽງຈັນ. ນອກນີ້ສະຖາບັນອີເອັມໄອຍັງມີແຜນທີ່ຈະຂະຫຍາຍ ໂຄງການບັນຊີເງິນຝາກປະຢັດເດັກສະຫລາດ ໄປຍັງໂຮງຮຽນທັງໃນພາກເໜືອ ແລະພາກໃຕ້ໃນຂອບເຂດທົ່ວປະເທດ.
ທ່ານ
ສົມພອນ ສີແສງລັດ ອຳນວຍການສະຖາບັນການເງິນຈຸລະພາກດັ່ງກ່າວກ່າວວ່າ: “ຂ້າພະເຈົ້າຮູ້ສຶກຕື່ນເຕັ້ນ ແລ ະພູມໃຈຫລາຍທີ່ໄດ້ຮັບຂ່າວວ່າຜະລິດຕະພັນເງິນຝາກປະຢັດເດັກສະຫລາດຂອງອີເອັມໄອ ໄດ້ຖືກຄັດເລືອກໃຫ້ເປັນໜຶ່ງໃນ 6 ທີມທີ່ເຂົ້າຮອບສຸດທ້າຍໃນປະເພດສົ່ງເສີມການສຶກສາຂອງການແຂ່ງຂັນລະດັບໂລກຄັ້ງນີ້ ເຊິ່ງຈັດຂຶ້ນໂດຍສຳນັກຂ່າວວໍສະຕຣີດເຈີນໍ, ໃນຂະນະທີ່ພວກເຮົາພວມຢູ່ໃນບັນຍາກາດແຫ່ງການສະເຫລີມສະຫລອງຄົບຮອບ
10 ປີ
ແຫ່ງການສ້າງຕັ້ງສະຖາບັນການເງິນຈຸລະພາກອີເອັມໄອ, ການຍອມຮັບຈາກສະຖາບັນລະດັບໂລກດັ່ງກ່າວໄດ້ເຮັດໃຫ້ພວກເຮົາມີແຮງມຸ້ງໝັ້ນເພີ່ມຕື່ມທີ່ຈະປັບປຸງຜະລິດຕະພັນ ແລະ ການບໍລິການຂອງພວກເຮົາໃຫ້ດີຂຶ້ນກວ່າເກົ່າ, ຂະຫຍາຍການບໍລິການໃຫ້ເຂົ້າເຖິງນ້ອງນັກຮຽນໃຫ້ໄດ້ຫລາຍຂຶ້ນ ແລະກໍຈະສະໜອງຊ່ອງທາງເພື່ອເຮັດໃຫ້ເຂົາເຈົ້າມີອະນາຄົດທີ່ດີ”.
ອີເອັມໄອ ແມ່ນສະຖາບັນການເງິນຈຸລະພາກທີ່ໜຸ່ມນ້ອຍ ແລະ ໄດ້ຮັບການສ້າງຕັ້ງຂຶ້ນເປັນເວລາໜຶ່ງທົດສະວັດພໍດີ ເຊິ່ງເປັນບໍລິສັດເອກະຊົນຂອງຄົນລາວທີ່ມີທຶນຈົດທະບຽນເລີ່ມຕົ້ນໜຶ່ງແສນ ໂດລາສະຫະລັດຈາກຜູ້ຖືທຸ້ນ 10 ທ່ານທີ່ມີຄວາມເຊື່ອໝັ້ນຕໍ່ການເງິນຈຸລະພາກ ແລະ ໄດ້ອຸທິດຕົນເອງເພື່ອຮັບປະກັນການເຂົ້າເຖິງບໍລິການການເງິນຂອງກຸ່ມຄົນທີ່ມີລາຍຮັບຕ່ຳ ແລະ ລະດັບກາງທີ່ມັກຈະຖືກປະຕິເສດຈາກການບໍລິການຂອງທະນາຄານການຄ້າຂະໜາດໃຫຍ່, ຕະຫລອດໄລຍະໜຶ່ງທົດສະວັດຜ່ານມາ, ສະຖາບັນອີເອັມໄອຍັງມີຄວາມມຸ້ງໝັ້ນອັນແຮງກ້າ ແລະ ຍັງສືບຕໍ່ສຸມໃສ່ການໃຫ້ບໍລິການແກ່ຄົນທຸກຍາກ ແລະ ຄົວເຮືອນທີ່ມີລາຍຮັບລະດັບປານກາງທີຍັງບໍ່ທັນເຂົ້າເຖິງບໍລິການທາງການເງິນ ແລະຕົວເລກ ໃນວັນທີ 31 ທັນວາ 2014 ໄດ້ສະແດງໃຫ້ເຫັນວ່າສະຖາບັນອີເອັມໄອມີບັນຊີເງິນຝາກຫລາຍກວ່າ
61.355 ບັນຊີ, ມີຜູ້ເກັບເງິນຈຳນວນ 11.083 ຄົນ ແລະມີວົງເງິນປ່ອຍກູ້ລວມສະສົມທັງໝົດ 198 ຕື້ກີບຫລືປະມານ
24 ລ້ານໂດລາສະຫະລັດ.
ໃນນາມເປັນອົງການຈັດຕັ້ງໜຶ່ງດຽວຈາກອາຊີຕາເວັນອອກສຽງໃຕ້ທີ່ໄດ້ເຂົ້າຮອບສຸດທ້າຍຂອງການແຂ່ງຂັນນີ້ຂໍເຊີນຄົນລາວທຸກທ່ານ ແລະປະຊາຊົນທົ່ວພາກພື້ນຊ່ວຍໂຫວດໃຫ້ສະຖາບັນ EMI ໂດຍການເຂົ້າໄປໂຫວດໃນເວັບໄຊຂອງສຳນັກງານຂ່າວວໍສະຕຣິດເຈີນໍຕາມລິ້ງຕໍ່ໄປນີ້: http://www.ssj.com/public/resources/documents/financialinclusion.html. EMI ແມ່ນໜາຍເລກທີ 2
ໃນລາຍຊື່ 6 ອົງການຈັດຕັ້ງທີ່ໄດ້ເຂົ້າຮອບສຸດທ້າຍ, ສະນັ້ນທ່ານພຽງແຕ່ກົດໝາຍເລກ 5 ແລ້ວກໍກົດໂຫວດກໍຈະເປັນຄຸນຄ່າຢ່າງສູງ. ໄລຍະການໂຫວດ (ຫລືໃຫ້ຄະແນນ) ແມ່ນຈະເລີ່ມແຕ່ວັນທີ 17-26
ມິຖຸນາ 2015.
No comments:
Post a Comment