Ad

Ad

25 June 2015

ນາຍົກລັດຖະມົນຕີ ທອງສິງ ທຳມະວົງ ສຳເລັດການເຂົ້າຮ່ວມສອງກອງປະຊຸມສຸດຍອດຂອງພາກພື້ນ



ຕາມການລາຍງານຂອງກະຊວງການຕ່າງປະເທດລາວ ໃຫ້ຮູ້ວ່າ: ທ່ານ ທອງສິງ ທຳມະວົງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ສຳເລັດການເຂົ້າຮ່ວມ ສອງກອງປະຊຸມສຸດຍອດໃນພາກພື້ນຄື: ກອງປະຊຸມສຸດຍອດກຳປູເຈຍ-ລາວ- ມຽນມາ-ຫວຽດນາມ (CLMV) ຄັ້ງທີ 7 ແລະກອງປະຊຸມສຸດຍອດຂອບຍຸດທະ ສາດການຮ່ວມມືດ້ານເສດ ຖະ ກິດແມ່ນ້ຳອີຣະວະດີ-ແມ່ນ້ຳເຈົ້າພະຍາ-ແມ່ນ້ຳຂອງ ຫລື ແອັກແມັກ ຄັ້ງທີ 6 ແລະ ເວທີພົບປະລະຫວ່າງຜູ້ນຳແອັກ ແມັກ ແລະ ພາກທຸລະກິດ ທີ່ນະຄອນຫລວງເນປີດໍ ສາທາລະນະລັດ ສະຫະພາບມຽນມາ.
    ສຳລັບກອງປະຊຸມ (CLMV) ຄັ້ງທີ 7 ໂດຍການເປັນປະທານຂອງທ່ານປະທານາທິບໍດີ ອຸ ເທນ ເຊນ ແຫ່ງ ສສ ມຽນມາ ແລະ ມີທ່ານ ສົມເດັດ ຮຸນເຊັນ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກກຳປູເຈຍ, ທ່ານ ທອງສິງ ທຳມະວົງ ນາຍົກລັດຖະ
ມົນຕີແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ແລະ ທ່ານ ຫງວຽນ ເຕີນ ຢຸງ ນາຍົກລັດຖະມົນ ຕີແຫ່ງສາທາ ລະນະລັດສັງຄົມນິຍົມຫວຽດນາມ, ພ້ອມທັງທ່ານ ເລເລືອງ ມີນ ເລຂາທິການໃຫຍ່ອາຊຽນເຂົ້າຮ່ວມ, ໂດຍໄດ້ທົບທວນ ຄືນຄວາມຄືບໜ້າໃນການຈັດຕັ້ງປະຕິບັດເນື້ອໃນຈິດໃຈຖະແຫລງການຮ່ວມຂອງກອງປະຊຸມສຸດ ຍອດ CLMVຄັ້ງທີ 6 ຈັດຂຶ້ນໃນເດືອນມີນາ 2013 ທີ່ນະຄອນຫລວງວຽງຈັນ, ໂດຍສະເພາະແມ່ນບັນດາໂຄງການ ແລະ ແຜນງານຕ່າງໆໃນ ແຕ່ລະຂະແໜງການຮ່ວມມືບູລິມະສິດ ເຊັ່ນ: ການຄ້າ, ການລົງທຶນ, ຄົມມະນາຄົມ, ກະສິກຳ, ທ່ອງທ່ຽວ, ການພັດທະນາ ຊັບພະຍາກອນມະນຸດ ແລະ ຂະແໜງການອື່ນໆ. ອັນພົ້ນເດັ່ນແມ່ນມີນັກທ່ອງທ່ຽວເຂົ້າມາບັນດາປະເທດ CLMV ຈຳນວນຫລາຍກວ່າ 19,6 ລ້ານຄົນໃນປີ 2014 ເພີ່ມຂຶ້ນ 11,4% ທຽບໃສ່ປີ 2013. ນອກ ຈາກນີ້, ຍັງໄດ້ປືກສາຫາລື ທິດທາງການຮ່ວມມືໃນຕໍ່ໜ້າ ແລະ ໄດ້ແລກປ່ຽນຄຳຄິດເຫັນຮ່ວມກັນເພື່ອຊອກຫາຊ່ອງ ທາງໃນການປະເຊີນໜ້າກັບ ສິ່ງທ້າທາຍໃນການຈັດຕັ້ງປະຕິບັດບັນດາໂຄງການ, ໂດຍສະເພາະແມ່ນການສະໜັບສະ ໜູນທຶນຮອນຈາກຄູ່ຮ່ວມພັດທະນາ ເພື່ອມາຈັດຕັ້ງປະຕິບັດໂຄງການຕ່າງໆພາຍໃຕ້ກອບການຮ່ວມມື, ພ້ອມທັງຮັບຮອງເອົາຖະແຫລງການຮ່ວມກອງປະ ຊຸມສຸດຍອດ CLMV ຄັ້ງທີ 7 ຊຶ່ງມີເນື້ອໃນແນ່ໃສ່ການພັດທະນາພື້ນ ຖານໂຄງລ່າງເສັ້ນທາງຄົມມະນາຄົມຂົນສົ່ງ, ເພີ່ມທະວີການຮ່ວມມືເພື່ອສົ່ງເສີມການຄ້າ, ການລົງທຶນ ແລະ ການ ທ່ອງທ່ຽວໃຫ້ຫລາຍຂຶ້ນກວ່າເກົ່າ.
    ສຳລັບກອງປະຊຸມແອັກແມັກຄັ້ງທີ 6 ແລະ ເວທີພົບປະລະຫວ່າງຜູ້ນຳແອັກແມັກ ແລະ ພາກທຸລະກິດ ກໍແມ່ນ ພາຍໃຕ້ການເປັນປະທານຂອງທ່ານປະທານາທິບໍດີ ອຸ ເທນ ເຊນ ແຫ່ງ ສສ ມຽນມາ ແລະ ມີທ່ານ ສົມເດັດ ຮຸນເຊັນ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກກຳປູເຈຍ, ທ່ານ ທອງສິງ ທຳມະວົງນາຍົກລັດຖະມົນຕີແຫ່ງສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ, ທ່ານ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ແລະ ທ່ານ ຫງວຽນ ເຕີນ ຢຸງ ນາຍົກລັດຖະມົນຕີແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ, ພ້ອມທັງທ່ານ ເລເລືອງ ມີນ ເລຂາທິການໃຫຍ່ອາຊຽນເຂົ້າຮ່ວມ, ກອງປະຊຸມໄດ້ຕີລາຄາສູງຕໍ່ຄວາມຄືບໜ້າ ແລະ ຜົນສຳເລັດໃນການຈັດຕັ້ງຜັນຂະ ຫຍາຍຖະແຫລງການວຽງຈັນຂອງກອງປະຊຸມສຸດຍອດແອັກແມັກຄັ້ງທີ 5 ແລະ ການຈັດຕັ້ງປະຈິບັດແຜນປະຕິບັດ ງານແອັກແມັກສົກປີ 2013-2015 ໂດຍສະເພາະບັນດາໂຄງການ ແລະ ແຜນງານໃນ 8 ຂະແໜງການຮ່ວມມືບູລິມະ ສິດຄື: ການອຳນວຍຄວາມສະດວກການຄ້າ ແລະ ການລົງທຶນ, ກະສິກຳ, ອຸດສະຫະກຳ ແລະ ພະລັງງານ, ການເຊື່ອມ ຈອດດ້ານຄົມມະນາຄົມ, ການທ່ອງທ່ຽວ, ການພັດທະນາຊັບພະຍາກອນມະນຸດ, ການພັດທະນາສາທາລະນະສຸກ ແລະ ສະຫັດດີການສັງຄົມ ແລະ ຂະແໜງການຮ່ວມມືດ້ານສິ່ງແວດລ້ອມໄດ້ຈັດຕັ້ງປະຕິບັດສຳເລັດເປັນຢ່າງດີ, ພ້ອມນີ້
ກອງປະຊຸມຍັງໄດ້ປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ ແລະ ແລກປ່ຽນຄຳຄິດເຫັນຮ່ວມກັນເພື່ອຊອກຊ່ອງທາງໃນ ການປະເຊີນໜ້າກັບສິ່ງທ້າທາຍຂອງພາກພື້ນ ແລະ ສາກົນ ໃນການຈັດຕັ້ງປະຕິບັດບັນດາໂຄງການໂດຍສະເພາະແມ່ນ ການສະໜັບສະໜູນທຶນຮອນຈາກຄູ່ຮ່ວມພັດທະນາເພື່ອມາຈັດຕັ້ງປະຕິບັດໂຄງການຕ່າງໆພາຍໃຕ້ຂອບການຮ່ວມມື,
ພ້ອມທັງຮັບຮອງເອົາຖະແຫລງການເນປີດໍຂອງກອງປະຊຸມສຸດຍອດແອັກແມັກຄັ້ງທີ 6 ແລະແຜນປະຕິບັດງານແອັກ ແມັກສົກປີ 2016-2018 ຊື່ງມີເນື້ອໃນສຸມໃສ່ການພັດທະນາພື້ນຖານໂຄງລ່າງເສັ້ນທາງຄົມມະນາຄົມຂົນສົ່ງ, ເພີ່ມທະ ວີການຮ່ວມມືເພື່ອສົ່ງເສີມການຄ້າ ແລະ ການລົງທຶນ, ກະສິກຳ ແລະ ການທ່ອງທ່ຽວໃຫ້ຫລາຍຂຶ້ນກວ່າເກົ່າ.

No comments:

Post a Comment