Ad

Ad

25 June 2015

ສະຫາຍເລຂາທິການໃຫຍ່ ຈູມມາລີ ໄຊຍະສອນ ເນັ້ນໃຫ້ກອງທັບເພີ່ມທະວີຄວາມເຂັ້ມແຂງຮອບດ້ານ



    ໃນໂອກາດໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມຕໍ່ກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງປ້ອງກັນປະເທດຂອງສະຫາຍເລຂາທິການ ໃຫຍ່ຄະ ນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ຈູມມາລີ ໄຊ ຍະສອນໃນວັນທີ 24 ມິຖຸນານີ້ ຢູ່ກະຊວງດັ່ງກ່າວ, ໂດຍສະຫາຍໄດ້ເນັ້ນໃຫ້ຄະນະ ພັກກະຊວງປ້ອງກັນປະເທດ ຊຸດໃໝ່ສືບຕໍ່ເອົາໃຈໃສ່ການພັດທະນາກຳລັງໃຫ້ເຂັ້ມແຂງ ແລະ ທັນສະໄໝຮອບດ້ານ ເພື່ອເປັນ ກຳລັງຫລັກແຫລ່ງໃນການປົກປັກຮັກສາຄວາມໝັ້ນຄົງຂອງຊາດກໍຄືປະຕິບັດແນວທາງປ້ອງກັນຊາດປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ ແລະ ສາມາດຕີຖອຍທຸກການທຳລາຍມ້າງເພຂອງພວກອິດທິກຳລັງປໍລະປັກ.

    ສະຫາຍເລຂາທິການໃຫຍ່ ຈູມມາລີ ໄຊຍະສອນ ກ່າວວ່າ: ໃນຕໍ່ໜ້ານີ້, ຄະນະພັກທຸກຂັ້ນກໍຄືການນຳພາທຸກກົມ ກອງຕ້ອງເພີ່ມທະວີການສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ-ນັກຮົບທົ່ວກອງທັບໃຫ້ມີຄວາມຈົ່ງຮັກພັກ ດີຕໍ່ພັກ, ຕໍ່ການປະຕິວັດ ແລະ ຕໍ່ປະເທດຊາດ, ຍົກສູງການພົວພັນລະຫວ່າງກອງທັບກັບປະຊາຊົນໃຫ້ກາຍເປັນ ໜ້າທີ່ ການເມືອງອັນໜຶ່ງຂອງກອງທັບ, ໂດຍສະເພາະສືບຕໍ່ປະຕິບັດມາດຕະການຍຸດທະສາດຫັນລົງສູ່ຮາກຖານ, ໂຄສະນາ ແນວທາງນະໂຍບາຍຂອງພັກ, ປັບປຸງພື້ນຖານການເມືອງ, ສ້າງທ່າສະໜາມສົງຄາມປະຊາຊົນເປັນຕົ້ນ: ເຂດຊົນນະບົດ ຫ່າງໄກສອກຫລີກ, ເຂດພູດອຍຊົນເຜົ່າ ແລະ ເຂດຊາຍແດນຂອງປະເທດ, ຊ່ວຍປະຊາຊົນຂະຫຍາຍເສດຖະກິດ-ສັງຄົມ, ວັດທະນະທຳ, ການຜະລິດສິນຄ້າ, ການລຶບລ້າງຄວາມເຊື່ອຖືງົມງວາຍເພື່ອເຮັດໃຫ້ຊີວິດການເປັນ ຢູ່ທາງດ້ານ ວັດຖຸ ແລະ ວັດທະນາທຳຂອງປະຊາຊົນບັນດາເຜົ່າດີຂຶ້ນເປັນກ້າວໆ, ຕັ້ງໜ້າປັບປຸງກໍ່ສ້າງກໍາລັງໃຫ້ໜັກແໜ້ນເຂັ້ມແຂງ ດ້ານການຈັດຕັ້ງ, ເອົາຄຸນນະພາບເປັນຕົ້ນຕໍ, ເອົາຄວາມສາມາດດ້ານວິຊາສະເພາະ, ຫົວຄິດປະດິດສ້າງ ແລະ ການຈັດ ຕັ້ງບັນຊາເປັນສິ່ງສຳຄັນ, ມີແຜນການ ແລະ ປະຕິບັດລະບອບການ​ເຝິກແອບປົກກະຕິເພື່ອຍົກສູງລະດັບຄວາມສາມາດ, ສີນລະປະຍຸດ, ຍຸດທະວິທີ ແລະ ລະດັບວິຊາສະເພາະອັນຈຳເປັນໃຫ້ສູງຂຶ້ນທັນກັບສະພາບການ, ເອົາໃຈໃສ່ສ້າງແຜນ ການກໍ່ສ້າງ ແລະ ບຳລຸງພະນັກງານບົນພື້ນຖານສັງເກດຕີລາແບ່ງປະເພດພະນັກງານໃຫ້ຖືກຕ້ອງ, ປັບປຸງກົງຈັກການ ຈັດຕັ້ງ ແລະ ເພີ່ມທະວີຄວາມເຂັ້ມແຂງກວດຂັນດ້ານລະບຽບວິໄນ, ລະບຽບກົດໝາຍ, ສິ່ງສຳຄັນການສ້າງພະນັກງານ ຕ້ອງໄປຄຽງຄູ່ກັບການຄຸ້ມຄອງສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ ແລະ ມີວິທີແກ້ໄຂເດັດຂາດຕໍ່ຜູ້ເສຍ ທາດຂາດຄຸນຖືເອົາລະບອບຕຳນິຕິຊົມ ແລະ ຊ່ວຍເຫລືອກໍ່ສ້າງກັນຢ່າງເລິກເຊິ່ງເຖິງຖອງ.
ສະຫາຍເລຂາທິການໃຫຍ່ ກ່າວວ່າ: ການນຳພາຂອງພັກຕໍ່ກອງທັບແມ່ນເດັດຂາດ, ໂດຍກົງ ແລະ ຮອບດ້ານ, ໂດຍຜ່ານຄະນະປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ສະນັ້ນການເພີ່ມທະວີບົດບາດການນຳພາຂອງພັກ ຕໍ່ກອງທັບແມ່ນຄວາມຈຳເປັນພາວະວິໄສເພື່ອປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍເສດຖະກິດໂດຍຖືກຕ້ອງຕາມລະບຽບກົດໝາຍ, ຖືກກັບແນວທາງນະໂຍບາຍຂອງພັກ ແລະ ລັດວາງອອກ. ຄຽງຄູ່ກັນນັ້ນ, ກໍໃຫ້ກຳແໜ້ນແນວ ທາງການຕ່າງປະເທດຂອງພັກ, ຕ້ອງປັບປຸງຫລັກໝັ້ນມິດ ແລະ ສັດຕູຢ່າງຈະແຈ້ງ ເພື່ອໃຫ້ມີສະຕິລະວັງຢູ່ສະເໝີ, ເພີ່ມ ທະວີພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືຮອບດ້ານກັບກອງທັບປະເທດເພື່ອນມິດຍຸດທະສາດ, ຍາດແຍ່ງເອົາການສະໜັບສະໜູນຈາກສາກົນ ແລະ ຫລຸດຜ່ອນແນວຄິດເປັນປໍລະປັກຂອງພວກເຂົາຕໍ່ປະເທດເຮົາ, ເຮັດໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງປະເທດເຮົາກັບສາກົນນັບມື້ເປີດກວ້າງເພື່ອຜົນປະໂຫຍດ ຂອງຊາດ, ເພື່ອສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນກໍຄືໃນໂລກ.
    ກອງປະຊຸມຄັ້ງທີ IV ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ຄະນະຜູ້ແທນໄດ້ເລືອກເອົາສະຫາຍພົນໂທ ແສງນວນ ໄຊຍະລາດ ເປັນເລຂາຄະນະພັກ, ສະຫາຍ ຈັນສະໝອນ ຈັນຍາລາດ ເປັນຮອງເລຂາ, ສະຫາຍພົນຕີ ວິໄລ ຫລ້າຄຳຟອງ ເປັນຮອງເລຂາ ແລະ ເລືອກເອົາສະຫາຍ ສຸບັນ ຫຸນນະຈຳປາ ເປັນປະທານກວດກາ, ສະຫາຍພົນຈັດຕະ ວາ ວຽງແກ້ວ ແພງສົມບັດ ເປັນຮອງ, ສະຫາຍພົນຈັດຕະວາ ບຸນລ້ຽງ ແສງພະຈັນ ເປັນຮອງປະທານ ແລະ ສະຫາຍພັນ ເອກ ວັນທອງ ກອງມະນີ ເປັນຮອງປະທານກວດກາ.

No comments:

Post a Comment