ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ໃນໄລຍະນີ້, ຮ່ອງ ຄວາມກົດດັນ ອາກາດຕໍ່າຂອງອາກາດຮ້ອນຍັງຈະພັດຜ່ານຢູ່ ແຂວງພາກເໜືອຫາ ພາກກາງຂອງ ລາວປ່ອງເຂົ້າສູ່ພະຍຸ ກູຈີຣາ (KUJIRA) ຫົວທີ 8, ຊຶ່ງປະຈຸບັນມີຈຸດທີ່ຕັ້ງຢູ່ເສັ້ນ ຂະໜານທີ 20.2 ອົງສາເໜືອ ແລະ ເສັ້ນແວງ 106.9 ອົງສາຕາເວັນອອກພວມ ເຄື່ອນ ທີ່ໄທິດຕາເວັນຕົກ ຊ້າໆ, ເຮັດໃຫ້ມີຝົນຕົກຟ້າຄະນອງໃນລະດັບຄ່ອຍ ແລະ ຕົກປານກາງຢູ່ບາງທ້ອງຖິ່ນແຂວງພາກເໜືອຫາພາກກາງພ້ອມມີລົມພັດແຮງ ເປັນບາງໂອກາດ. ຈາກນັ້ນ ລົມມໍ ລະສຸມຕາເວັນຕົກສ່ຽງໃຕ້ຈະມີກຳລັງແຮງເພີ່ມຂຶ້ນ ພັດປົກຄຸມຢູ່ທົ່ວທຸກພາກຂອງລາວ,
ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຄະນອງໃນລະດັບຄ່່ອຍ ຫາປານກາງຫລາຍຂຶ້ນ ແລະ ຕົກໜັກ ພ້ອມມີ ລົມພັດແຮງເປັນບາງໂອ ກາດຢູ່ບາງທ້ອງ
ຖິ່ນໃນແຕ່ລະພາກ, ນັບທັງນະຄອນຫລວງວຽງຈັນ.
ສະພາບອຸນຫະພູມອາກາດ ຍັງຈະຮ້ອນທຳມະດາ, ໂດຍສະເພາະຢູ່ແຂວງພາກເໜືອ ດ້ານຕາ ເວັນຕົກລົງຫາພາກກາງ. ຈາກນັ້ນ ອຸນຫະພູມອາກາດ ໂດຍທົ່ວໄປຈະເຢັນລົງ ເລັກນ້ອຍຢູ່ແຕ່ລະພາກ ໂດຍສະເພາະແຂວງພາກເໜືອດ້ານຕາ ເວັນອອກ, ແຂວງໄຊ ສົມບຸນ ແລະ ພູພຽງບໍລະເວນປາກຊ່ອງ.
ໃນໄລຍະວັນທີ 24-26/06/15 ແມ່ນມີຝົນຕົກຟ້າຄະນອງກະຈາຍໃນລະດັບຄ່ອຍຫາ ປານກາງຢູ່ບາງທ້ອງຖິ່ນໃນແຂວງພາກເໜືອດ້ານຕາເວັນອອກລົງຫາພາກກາງ
ແລະ ພາກໃຕ້ ວັນທີ 27---28/06/15 ຈະມີຝົນຕົກຟ້າຄະນອງກະຈາຍຢູ່ບາງທ້ອງຖິ່ນແຂວງພາກກາງ
ແລະ ພາກໃຕ້.
No comments:
Post a Comment