ທ່ານນາງແສງເດືອນຫລ້າຈັນທະບຸນລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການ ແລະ ກິລາໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ວຽກງານການພັດທະນາການສຶກສາ ແລະ ກິລາແມ່ນໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ, ແຕ່ເມື່ອທຽບກັບຄວາມຮຽກຮ້ອງ ຕ້ອງການຕົວຈິງໃນເງື່ອນໄຂເຊື່ອມໂຍງກັບພາກພື້ນແລະສາກົນແລ້ວ, ພວກເຮົາຍັງມີຫລາຍບັນຫາທ້າທາຍຕໍ່ການພັດທະນາການສຶກສາ ແລະ ກິລາໃນຊຸມປີຕໍ່ໜ້າ, ເຊິ່ງຈະໄດ້ສືບຕໍ່ຊຸກຍູ້ສົ່ງເສີມການສຶກສາເດັກກ່ອນໄວຮຽນ, ໂດຍສະເພາະແມ່ນການຂະຫຍາຍຫ້ອງກຽມປະຖົມ,ເອົາໃຈໃສ່ແກ້ໄຂບັນຫາການປະລະ ແລະ ຄ້າງຫ້ອງຂອງນັກຮຽນລວມທັງຊັ້ນປະຖົມ ແລະ ຊັ້ນມັດທະຍົມຕົ້ນ, ເອົາໃຈໃສ່ຄັດຈ້ອນ ແລະ ເລືອກເຟັ້ນເປົ້າໝາຍຜູ້ທີ່ຈະໄປສຶກສາຮໍ່າຮຽນວິຊາຊີບຄູລະດັບຕ່າງໆຕາມແຜນແບ່ງປັນໃຫ້ໄດ້ຕາມເງື່ອນໄຂ ແລະ ມາດຕະຖານ, ສ້າງໂອກາດໃຫ້ແກ່ນັກຮຽນມັດທະຍົມທີ່ປະລະການຮຽນໄດ້ເຂົ້າຝຶກອົບຮົມວິຊາຊີບ, ເອົາໃຈໃສ່ແກ້ໄຂບັນຫາຄູເຫລືອ-ບໍ່ພໍດ້ວຍຮູບແບບການຊັບຊ້ອນຄູຄືນໃໝ່ , ພ້ອມນີ້ກໍຈະດໍາເນີນການ
ຕີລາຄາຄູອາສາສະໝັກ ແລະ ບັນຈຸຊັບຊ້ອນນັກຮຽນທີ່ຈົບແລ້ວໂດຍອິງໃສ່ຜົນການປະເມີນ, ຊຸກຍູ້-ສົ່ງເສີມກິລາກາຍະກໍາໃນໂຮງຮຽນ,ສະຖາບັນການສຶກສາທັງພາກລັດ-ເອກະຊົນ ແລະ ຊຸມຊົນໃຫ້ກວ້າງຂວາງເປັນຂະບວນຟົດຟື້ນເພື່ອໃຫ້ສາມາດເລືອກໄດ້ນັກກິລາທີ່ພົ້ນເດັ່ນ ແລະ ມີພອນສະຫວັນເຂົ້າສຶກສາຮໍ່າຮຽນຝຶກຊ້ອມໃຫ້ກາຍເປັນນັກກິລາອາຊີບໃນອະນາຄົດ,ນອກຈາກນັ້ນ ກໍຈະໄດ້ເອົາໃຈໃສ່ສະໜອງງົບປະມານໃນການຈັດຊື້ອຸປະກອນການຮຽນ-ການສອນ ,ເຄື່ອງທົດລອງແລະ ໄອຊີທີໃຫ້ສະຖາບັນສ້າງຄູ ,ໂຮງຮຽນມັດທະຍົມສຶກສາໃຫ້ໄດ້.
ລັດຖະມົນຕີຊ່ວຍວ່າການຍັງກ່າວວ່າ: ໃນສົກຮຽນຜ່ານມາເຫັນວ່າມີຈໍານວນນັກຮຽນ,
ຈໍານວນຫ້ອງຮຽນແລະຄູສອນໃນແຕ່ລະຊັ້ນ,
ແຕ່ລະສາຍທັງພາກລັດ
ແລະ ເອກພະຊົນໄດ້ເພີ່ມຂຶ້ນທຽບໃສ່ສົກປີ 2013-2014 ອັດຕາເຂົ້າຮຽນຂອງເດັກອາຍຸ
3-5 ປີ ເພີ່ມຈາກ
39,1% ໃນສົກປີ 2013-2014 ເປັນ 43% ໃນປີ
2014-2015,ອັດຕາເຂົ້າຮຽນໃໝ່ສຸດທີປ1 ເພີ່ມຂຶ້ນຈາກ 96,3% ເປັນ 97,6,ອັດຕາເຂົ້າຮຽນສຸດທິຊັ້ນປະຖົມເພີ່ມຂຶ້ນຈາກ
98% ເປັນ 98,6%,ອັດຕາເຂົ້າຮຽນລວມຊັ້ນມັດທະຍົມຕົ້ນເພີ່ມຂຶ້ນຈາກ 74,4% ເປັນ 78%, ອັດຕາເຂົ້າຮຽນລວມຊັ້ນມັດທະຍົມຕອນປາຍເພີ່ມຈາກ
41,3%ເປັນ 45,7% ໃນປີ 2014-2015.ນອກນີ້ສາມາດປະກາດຈົບຊັ້ນປະຖົມບໍາລຸງໃນ 148 ເມືອງ, ປະກາດຈົບຊັ້ນປະຖົມບໍາລຸງທົ່ວແຂວງໄດ້ໝົດທຸກແຂວງ
,ປະກາດຈົບຊັ້ນມັດທະຍົມຕອນຕົ້ນທົ່ວເມືອງໄດ້ 42 ເມືອງແລະປະກາດຈົບຊັ້ນມັດທະຍົມຕອນຕົ້ນບໍາລຸງທົ່ວແຂວງ 1 ແຂວງຄື: ແຂວງໄຊຍະບູລີ.
No comments:
Post a Comment