ທ່ານນາງ ແພງວັນ ພັນມີໄຊ ຜູ້ຊີ້ນຳວຽກງານການພັດທະນາຊົນນະບົດເມືອງຊຽງຄໍ້ໃຫ້ຮູ້ວ່າ: ຜ່ານການລົງຕິດຕາມ
ກວດກາເຫດການໄພພິບັດຕົວຈິງຄັ້ງນີ້ເຫັນວ່ານໍ້າໄດ້ໄຫລເຂົ້າຖ້ວມບ້ານເຮືອນປະຊາຊົນຢ່າງກະທັນຫັນ,
ໃນນັ້ນມີເຮືອນສອງ ຫລັງໄດ້ຮັບເສຍຫາຍໜັກໜ່ວງ, ປັດຈຸບັນຍັງບໍ່ສາມາດໄດ້ຕີລາຄາມູນຄ່າຄວາມເສຍຫາຍໄດ້ເທ່ືອ ແລະ ສິ່ງທີ່ປະຊາຊົນຕ້ອງການຄວາມຊ່ວຍເຫລືອອັນຮີບດ່ວນ ໄລຍະນີ້ແມ່ນເຂົ້າກິນ,
ນ້ຳດື່ມ ແລະ ເຄື່ອງອຸປະໂພກ-ບໍລິໂພກແລະ ໃນວັນທີ 25 ມິຖຸນານີ້, ທ່ານ ພັນຕາ
ທອນວົງສາ ເຈົ້າເມືອງຊຽງຄໍ້,
ພ້ອມຄະນະ ແລະ
ເຈົ້າໜ້າທີ່ກ່ຽວຂ້ອງກໍໄດ້ລົງຕິດຕາມກວດກາ
ໃນເຂດທີ່ໄດ້ຮັບຜົນກະທົບຈາກໄພພິບັດດັ່ງກ່າວ ເພື່ອຕີລາຄາຄວາມເສຍຫາຍ
ແລະ ໃຫ້ກໍາລັງໃຈປະຊາຊົນຜູ້ທີ່ໄດ້ຮັບຜົນ ກະທົບຄັ້ງນີ້.
Ad

26 June 2015
ເກີດນ້ຳຖ້ວມກະທັນຫັນຢູ່ເມືອງຊຽງຄໍ້ແຂວງຫົວພັນ
Subscribe to:
Post Comments (Atom)
No comments:
Post a Comment