ລັດຖະມົນຕີກະຊວງໂຍທາຊີ້ແຈງກໍລະນີການຄຸ້ມຄອງພາຫະນະຂອງລັດ
ເມື່ອທ້າຍອາທິດຜ່ານມານີ້, ທ່ານ ດຣ
ບຸນຈັນ ສິນທະວົງ ລັດຖະມົນຕີວ່າການກະຊວງໂຍທາທິການ
ແລະ ຂົນສົ່ງ, ໄດ້ອອກມາຊີ້ແຈງຕອບຂໍ້ຂ້ອງໃຈຂອງປະຊາຊົນກ່ຽວກັບກໍລະນີການຄຸ້ມຄອງພາຫະນະຂອງລັດ,
ພາຍຫລັງເຫັນວ່າມີຈຳ ນວນບໍ່ໜ້ອຍຖືກນຳໃຊ້ບໍ່ຖືກເປົ້າໝາຍເຊັ່ນ:
ໃຫ້ລູກຂີ່ໄປໂຮງຮຽນ, ຈອດຕາມຮ້ານ ອາຫານ ແລະ
ສະຖານບັນເທິງຕ່າງໆ, ເຊິ່ງນັບວ່າບໍ່ມີຄວາມເໝາະສົມ ແລະ ຕໍ່ບັນຫາດັ່ງກ່າວ, ທ່ານລັດຖະມົນຕີກະຊວງໂຍທາທິການ
ແລະ ຂົນສົ່ງກໍໄດ້ໃຫ້ຄຳຕອບຢ່າງກົງໄປກົງມາຕໍ່ປະກົດການທີ່ສັງຄົມມີຄວາມເປັນຫ່ວງວ່າ: ໃນໄລຍະຜ່ານມາສັງເກດເຫັນວ່າລົດທີ່ລັດຖະບານຈັດຊື້ເພື່ອປະກອບໃຫ້ບັນດາການນຳ ຫລືບັນດາກະຊວງຈັດຊື້ເພື່ອມາຮັບໃຊ້ວຽກພາຍໃນກະຊວງ ແລະ ລົດທີ່ນຳເຂົ້າມາຮັບໃຊ້ບັນດາໂຄງການຕ່າງໆຂອງລັດແມ່ນມີການປະກອບເອກະສານຄົບຖ້ວນ ແລະ ນຳເຂົ້າຖືກຕ້ອງຕາມຂັ້ນຕອນທີ່ກຳນົດໄວ້.
ສຳລັບລົດທີ່ແຂວງອອກຂໍ້ຕົກລົງນຳເຂົ້າໃຫ້ແກ່ພະນັກງານ, ບັນດາຂະແໜງການຕ່າງໆພາຍໃນແຂວງກໍແມ່ນມີຈຳນວນບໍ່ໜ້ອຍທີ່ໄປຂໍຂຶ້ນທະບຽນກ່ອນ ແລະ
ນຳໃຊ້ໃບທະບຽນຊົ່ວຄາວ, ຂະນະດຽວກັນກໍມີລົດຈຳນວນໜຶ່ງບໍ່ສາມາດປະກອບເອກະສານຄົບຖ້ວນໄດ້ເນື່ອງຈາກບໍ່ມີເອກະສານຈົດທະບຽນເປັນຊັບສິນຂອງລັດ, ບໍ່ມີໃບຢັ້ງຢືນການເສຍພາສີ,
ເຊິ່ງໃນກໍລະນີນີ້ກະຊວງໂຍທາທິການ
ແລະ ຂົນສົ່ງແມ່ນບໍ່ສາມາດພິມໃບທະບຽນຖາວອນໃຫ້ໄດ້. ສ່ວນລົດລັດທີ່ຂາຍນະໂຍບາຍໃຫ້ແກ່ພະນັກງານບຳນານ, ພະນັກງານຜູ້ທີ່ມີຜົນງານ ຫລື ສະສາງຂາຍອອກໃຫ້ບຸກຄົນທົ່ວໄປ, ພາຍຫລັງທີ່ໄດ້ຮັບສິດແລ້ວບໍ່ມາລົບລ້າງເອກະສານ ແລະ
ຖອດປ້າຍ ໝາຍວ່າຍັງນຳໃຊ້ປ້າຍລັດເພື່ອເຄື່ອນໄຫວວຽກງານສ່ວນຕົວ ເຊິ່ງກໍລະນີດັ່ງກ່າວແມ່ນຍັງມີເປັນຈຳນວນຫລາຍ,
ດັ່ງນັ້ນເພື່ອຈຳກັດ ແລະ ແກ້ໄຂການນຳໃຊ້ລົດລັດຄືດັ່ງກ່າວມານີ້ຈຶ່ງສະເໜີຫາທຸກພາກສ່ວນຕ້ອງເປັນເຈົ້າການຮ່ວມກັນໃນການກວດກາຕິດຕາມຍານພາຫະນະຂອງລັດທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງຕົນໃຫ້ເຂັ້ມກວ່າເກົ່າ,
ໂດຍສະເພາະໃນເມື່ອສະສາງຂາຍອອກແລ້ວກໍຄວນລົບລ້າງເອກະສານ
ແລະ ປົດປ້າຍລັດອອກທັນທີ, ນອກນັ້ນກໍຕ້ອງຢຸດຕິການອອກອະນຸຍາດໃຫ້ລົດທີ່ບໍ່ຖືກຕ້ອງຂຶ້ນທະບຽນເປັນປ້າຍລັດຖະການເພື່ອຕັດຂັ້ນຕອນການນຳເຂົ້າພາຫະນະໃຫ້ກະທັດຮັດລົງທັງສະດວກໃນການຈັດຕັ້ງປະຕິບັດ
ແລະໃນຕໍ່ໜ້າກະຊວງໂຍທາທິການ ແລະ ຂົນສົ່ງ ມີທິດຈະມອບວຽກກວດກາຜ່ານເຕັກນິກພາຫະນະນຳເຂົ້າໃຫ້ພາກສ່ວນພາສີປະຈຳດ່ານສາກົນເປັນຜູ້ຮັບຜິດຊອບເລີຍ, ເຊິ່ງການອະນຸຍາດນຳເຂົ້າຕ້ອງມີເປົ້າໝາຍນຳໃຊ້ໃນວຽກງານຂອງລັດແທ້ ແລະ ປະຕິບັດໃຫ້ຖືກຕ້ອງຕາມລະບຽບການວາງອອກ.
No comments:
Post a Comment