Ad

Ad

26 June 2015

ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 9 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VII ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 1-21 ກໍລະກົດ​ນີ້, ທີ່​ນະຄອນຫລວງ​ວຽງ​ຈັນ



     ​​ໃນວັນທີ 26 ມິຖຸນານີ້, ທ່ານ ສົມພັນແພງຄຳມີ ຮອງປະທານສະພາແຫ່ງຊາດ, ​ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນວ່າ: ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VII ​ຈະໄດ້ຈັດຂຶ້ນໃນ​​ວັນທີ 1-21 ກໍລະກົດ 2015 ນີ້, ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນເພື່ອຮັບຟັງການລາຍງານຂອງລັດຖະ ບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ​ແຜນງົບປະມານແຫ່ງລັດແລະ ນະໂຍບາຍເງິນຕາປະຈຳສົກປີ 2014-2015 ​ແລະ ທິດທາງແຜນການສົກ 2015-2016, ພ້ອມນີ້ ຍັງຈະໄດ້ພິຈາລະນາການສະເໜີແຕ່ງຕັ້ງ ສະມາຊິກລັດ ຖະບານໃໝ່ຈຳນວນໜຶ່ງ ຕາມການສະເໜີຂອງນາຍົກລັດຖະມົນຕີແລະ ຮັບຟັງ​​ລາຍງານກ່ຽວກັບການເຄື່ອນໄຫວວຽກງານຂອງອົງການກວດສອບແຫ່ງລັດ ປະຈຳປີ 2014-2015 ​ແລະ ທິດທາງແຜນການປະຈຳສົກປີ 2015-2016, ຜົນການກວດສອບຄືນຕາມມະຕິຂອງສະພາແຫ່ງຊາດແລະ ຮັບຟັງລາຍງານຂອງ
ອົງການກວດກາລັດຖະບານ ກ່ຽວກັບການຕິດຕາມກວດກາຜົນການກວດສອບຕາມມະຕິຂອງສະພາແຫ່ງຊາດ, ຮັບຟັງລາຍງານຂອງອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດແລະ ສະພາແຫ່ງຊາດກ່ຽວກັບການເຄື່ອນໄຫວວຽກງານ ປະຈຳສົກປີ 2014-2015 ​ແລະ ທິດທາງແຜນການ 2015-2016 ​ທາບທາມແລະ ພິຈາລະນາ ການສະເໜີຮ່າງກົດໝາຍໃໝ່, ຮ່າງກົດໝາຍສະບັບປັບປຸງ ຈຳນວນ 6 ສະບັບ ໃນນັ້ນມີກົດໝາຍສ້າງໃໝ່ 2 ສະບັບຄື: ກົດໝາຍວ່າດ້ວຍການຕ້ານອາຊະຍາກຳທາງລະບົບຄອມພິວເຕີ້ແລະ ກົດໝາຍວ່າດ້ວຍການແຂ່ງຂັນທາງທຸລະກິດ; ຮ່າງກົດໝາຍປັບປຸງ 1 ສະບັບຄື: ກົດໝາຍວ່າດ້ວຍການສຶກສາແລະ ທາບທາມຮ່າງກົດໝາຍ 3 ສະບັບຄື: ກົດໝາຍວ່າດ້ວຍສະພາແຫ່ງຊາດ ສະບັບປັບປຸງ, ກົດໝາຍວ່າດ້ວຍສະພາປະຊາຊົນທ້ອງຖິ່ນ ສ້າງໃໝ່ແລະ ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດແລະ ສະມາຊິກສະພາປະຊາຊົນທ້ອງຖິ່ນສະບັບປັບປຸງແລະ ພິຈາລະນາບັນຫາສຳຄັນອື່ນໆອີກຈຳນວນໜຶ່ງ.

No comments:

Post a Comment