Ad

Ad

26 June 2015

ລາວສະເໜີແອັກແມັກຂະຫຍາຍການກວດຈຸດດຽວຕາມດ່ານສາກົນປະເທດສະມາຊິກ



ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຂອບຍຸດທະສາດການຮ່ວມມືດ້ານເສດຖະກິດແມ່ນຳ້ອີຣະວະດີ-ແມ່ນ້ຳເຈົ້າພະຍາ-ແມ່ນ້ຳຂອງ ຫລື ແອັກແມັກຄັ້ງທີ 6 ທີ່ສາທາລະນະລັດ ສະຫະພາບມຽນມາຂອງທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີແຫ່ງ ສປປ ລາວເມື່ອບໍ່ດົນນີ້, ເຊິ່ງທ່ານກໍໄດ້ມີຄຳເຫັນຕໍ່ກອງປະຊຸມວ່າ: ສປປ ລາວ ໃນນາມເປັນປະເທດຜູ້ປະສານງານດ້ານຂະແໜງ ການເຊື່ອມຈອດການຄົມມານາຄົມຂອງແອັກແມັກ, ໄດ້ເອົາໃຈໃສ່ເປັນເຈົ້າການຈັດຕັ້ງປະຕິບັດໂຄງການພັດທະນາພື້ນຖານ ໂຄງລ່າງດ້ານຄົມມະນາຄົມ-ຂົນສົ່ງ ກໍຄືການກໍ່ສ້າງ ແລະ ປັບປຸເສັ້ນທາງຄົມມະນາຄົມ, ໂດຍສະເພາະໄດ້ຮ່ວມມືກໍ່ສ້າງຂົວ ຂ້າມແມ່ນ້ຳຂອງຫລາຍແຫ່ງກັບຣາຊະອານາຈັກໄທ ແລະ ໄດ້ສຳເລັດການກໍ່ສ້າງ ແລະ ເປີດນຳໃຊ້ຂົວຂ້າມແມ່ນ້ຳຂອງແຫ່ງ ທຳອິດກັບ ສສ ມຽນມາ, ສາມາດເປີດນຳໃຊ້ຮູບແບບການກວດກາ ປ່ອງດຽວຈຸດດຽວຢູ່ດ່ານສາກົນແດນສະຫວັນ ສປປ ລາວ ແລະ ລາວບາວ ສສ ຫວຽດນາມ, ຊຶ່ງເຫັນວ່າໄດ້ຮັບຜົນສຳເລັດເປັນຢ່າງດີ, ດັ່ງນັ້ນ ສປປ ລາວຈຶ່ງສະເໜີຕໍ່ທີ່ປະຊຸມ
ພິຈາລະນາຂະຫຍາຍການກວດກາຢູ່ຈຸດດຽວຢູ່ດ່ານສາກົນອື່ນໆລະຫວ່າງປະເທດແອັກແມັກເພື່ອອຳວຍຄວາມສະດວກໃຫ້ແກ່ການຂົນສົ່ງສີນຄ້າ ແລະ ຜູ້ໂດຍສານ, ການລົງທຶນ ແລະ ການທ່ອງທ່ຽວ ກໍຄືການເຊື່ອມໂຍງເສດຖະກິດກັບບັນດາປະເທດສະມາຊິກ ແອັກ ແມັກ, ພາກພື້ນ ແລະ ສາກົນ. ຂະນະທີ່ການເຂົ້າຮ່ວມກອງປະຊຸມສຸດຍອດກຳປູເຈຍ-ລາວ-ມຽນມາ-ຫວຽດນາມ(CLMV)ຄັ້ງທີ 7 ຂອງທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ ທີ່ຈັດຂຶ້ນຢູ່ ສສ ມຽນມາໃນໄລຍະດຽວກັນ, ທ່ານກໍໄດ້ຕີລາຄາ ສູງຕໍ່ຜົນສຳເລັດ ແລະ ຄວາມຄືບໜ້າຂອງຂອບການຮ່ວມມືດັ່ງກ່າວຕະຫລອດໄລຍະໜຶ່ງທົດສະວັດຜ່ານ ມາເປັນຕົ້ນແມ່ນສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງປະເທດ CLMV ທີ່ມີຄວາມແໜ້ນແຟ້ນຍິ່ງຂຶ້ນ ກວ່າເກົ່າ, ທັງນີ້ກໍຍ້ອນມີການແລກປ່ຽນຢ້ຽມຢາມເຊິ່ງກັນ ແລະ ກັນຢ່າງເປັນປົກກະຕິທັງລະດັບຜູ້ນຳສູງສຸດ ຮອດລະດັບວິຊາການ, ທ້ອງ ຖິ່ນ ແລະ ປະຊາຊົນ, ບັນດາໂຄງການພື້ນຖານໂຄງລ່າງເຊື່ອມຈອດລະຫວ່າງ ປະເທດທີ່ໄດ້ຮັບການຊ່ວຍເຫລືອຈາກປະ ເທດເພື່ອນມິດກໍຄືຄູ່ຮ່ວມພັດທະນາ ກໍໄດ້ສຳເລັດເປັນກ້າວໆມາ, ເຊິ່ງຜົນສຳເລັດດັ່ງກ່າວນີ້ແມ່ນຍ້ອນການປະກອບ ສ່ວນຢ່າງຕັ້ງໜ້າ ແລະ ການຮ່ວມມືຢ່າງໃກ້ຊິດຂອງສີ່ປະເທດບົນພື້ນ ຖານຄວາມສາມັກຄີມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ມີມາດົນນານ.

No comments:

Post a Comment