Ad

Ad

26 June 2015

ລາວຖືສຳຄັນການສະກັດກັ້ນ ແລະ ຕ້ານຢາເສບຕິດ



    ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດຄົບຮອບ 28 ປີ (ວັນທີ 26 ມິຖຸນາ 1978-26 ມິຖຸນາ 2015) ທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ ໄດ້ມີສານ ກ່ຽວກັບວັນດັ່ງກ່າວວ່າ: ຄືດັ່ງຮູ້​ນໍາ​ກັນ​ແລ້ວ​ວ່າບັນຫາ​ຢາ​ເສບ​ຕິດ ​ແມ່ນໄພ​ອັນຕະ ລາຍ​ຮ້າຍ​ແຮງ​ຕໍ່​ມວນ​ມະນຸດ, ​ເປັນ​ອຸປະສັກ​ກົດ​ໜ່ວງ​ທ່ວງດຶງ​ການ​ສ້າງສາ​ພັດທະ ນາຂອງ​ແຕ່ລະ​ປະ​ເທດ,ເປັນ​ບໍ່​ເກີດ​ຂອງການ​ກໍ່​ອາ​ຊະ​ຍາ​ກຳ,ການ​ສໍ້​ລາດ​ບັງ​ຫຼວງ ​ແລະ ຍັງ​ໄດ້​ນຳ​ເອົາ​ຄວາມ​ເສື່ອມເສຍ​ມາສູ່​ຊີວິດ, ຊັບສິນ ​ແລະ ຄອບຄົວຂອງ ຜູ້ທີ່ພົວພັນກັບຢາ​ເສບ​ຕິດນໍາອີກ,ຍ້ອນ​ແນວ​ນັ້ນ,​ພັກ ​ແລະ ລັດຖະບານຈຶ່ງ​ໄດ້​ຖື​ເອົາ​ການ​ສະກັດ​ກັ້ນ ແລະ ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດເປັນ​ໜ້າ​ທີ່​ສຳຄັນ ແລະ ຈໍາເປັນໂດຍ ຊີ້ນຳ-ນຳພາທຸກພາກສ່ວນໃນສັງຄົມເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂບັນຫານີ້ຢ່າງຈິງຈັງຕະຫຼອດ​ມາ.ໂດຍສະເພາະໄດ້ເອົາ​ໃຈ​ໃສ່​​ສຶກສາ​ອົບຮົມປະຊາຊົນ, ຊາວ​ໜຸ່ມ-​ເຍົາວະ​ຊົນໃຫ້​ຮັບ​ຮູ້ ແລະ ​ເຂົ້າ​ໃຈ​​ກ່ຽວ​ກັບພິດ​ໄພ ​ແລະ ຜົນ​ຮ້າຍ​ຂອງ​ຢາ​ເສບຕິດ ດ້ວຍການໂຄສະນາ​ເຜີຍ​​ແຜ່​ແນວທາງ​ນະ​ໂຍບາຍ,ລະບຽບ​ກົດໝາຍ ​ແລະ ມະຕິ​-ຄຳ​ສັ່ງຕ່າງໆກ່ຽວກັບ​ບັນຫາ​ຢາ​ເສບ​ຕິດ​
ຢ່າງເປັນ​ປົກກະຕິ,ພ້ອມກັນນັ້ນກໍໄດ້ຊ່ວຍເຫຼືອ ແລະ ສ້າງເງື່ອນໄຂໃຫ້​ປະຊາຊົນ​ຢູ່​ເຂດ​ພູດ​ອຍຫ່າງໄກສອກຫຼີກ​ໄດ້​ມີ​ຊີວິດ​ການ​ເປັນ​ຢູ່ດີ​ຂື້ນດ້ວຍ​ການ​ຫັນ​ໄປ​ປະກອບ​ອາຊີບ​ອື່ນ​ທີ່​ໝັ້ນຄົງແທນ​ການປູກ​ຝິ່ນ, ໄດ້​ປິ່ນປົວຟື້ນຟູ​ສຸຂະພາບ ແລະ ຝຶກ​ວິຊາ​ຊີບ​ໃຫ້​ຜູ້​ຖືກ​ເຄາະ​ຮ້າຍ​ຈາກ​ຢາ​ເສບ​ຕິດ​ໃນ​ແຕ່ລະ​ປີເປັນ​ຈຳນວນ​ຫຼາຍ​ສົມຄວນ, ສຳລັບການ​ປະຕິບັດ​ມາດ​ຕະການ​ທາງ​ດ້ານ​ກົດໝາຍ​ຫຼາຍ​ທ້ອງ​ຖິ່ນກໍເຮັດໄດ້ດີເປັນຕົ້ນ: ແມ່ນເຈົ້າໜ້າທີ່ໄດ້​ມ້າງ​ຄະດີ ແລະ ຈັບ​ກຸມ​ຜູ້​ລະ​ເມີດ​ກົດໝາຍດ້ວຍການຢຶດຢາ​ເສບ​ຕິດ​ປະ​ເພດ​ຕ່າງໆໄດ້​ເປັນຈຳນວນຫຼວງຫຼາຍ, ການ​ປະຕິບັດ​ວຽກ​ງານ 3 ສ້າງເປັນຕົ້ນ : ​ການສ້າງ​ບ້ານ ແລະ ​ໂຮ​ງຮຽນ​ປອດ​ຢາ​ເສບ​ຕິດ​ໃນ​ແຕ່ລະ​ທ້ອງ​ຖິ່ນກໍ​ໄດ້​ເຮັດຢ່າງເປັນຂະບວນ ແລະ ເກີດມີໂຮງຮຽນຕົວແບບປອດຢາເສບຕິດ ຢູ່ຫຼາຍທ້ອງ ຖິ່ນ. ນອກຈາກນັ້ນກໍໄດ້ເອົາໃຈໃສ່​ປະຕິບັດ​ພັນທະ ​ແລະ ສົນທິສັນຍາ​ສາກົນທີ່ ສປປ ລາວ ​ເປັນ​ພາຄີ, ຊຶ່ງກໍແມ່ນ​ໝາກຜົນ ຂອງ​ການ​ປະກອບສ່ວນຂອງ​ທຸກ​ພາກສ່ວນ​ໃນ​ສັງຄົມກໍຄືການ​​ຮ່ວມ​ມື​ຊ່ວຍເຫຼືອ​ຂອງບັນດາ​ປະ​ເທດ​ເພື່ອນມິດ ​ແລະ ອົງການ​ຈັດຕັ້ງສາກົນຕ່າງໆຢ່າງມີໝາກຜົນຕົວຈິງ.
            ໃນປັດຈຸບັນການຜະລິດ ແລະ ຈຳໜ່າຍ​ຢາ​ເສບ​ຕິດ, ໄດ້​ກາຍ​ເປັນ​ຂະ​ບວນການ​ຂ້າມ​ຊາດ, ເຖິງວ່າ​ຫຼາຍ​ປະ​ເທດ​ໄດ້​ເພີ່ມ​ທະວີ​ມາດ​ຕະການ ແລະ ຄວາມ​ພະຍາຍາມ​ໃນ​ການ​ປ້ອງ​ກັນ ແລະ ແກ້​ໄຂ​ບັນຫາ​ນີ້​ປານ​ໃດ​ກໍຕາມ, ​ແຕ່​ການ​ເຄື່ອນໄຫວກ່ຽວກັບບັນຫາດັ່ງກ່າວກໍຍັງ​ມີ​ທ່າ​ອ່ຽງຂະຫຍາຍຕົວ ​ແລະ ​ເພີ່ມ​ທະວີ​ຄວາມ​ຮຸນ​ແຮງ​ຂຶ້ນຢ່າງ​ໜ້າ​ເປັນ​ຫ່ວງ. ສຳລັບ​ຢູ່ ສປປ ລາວ, ການ​ຄ້າຂາຍ​ຢາ​ເສບ​ຕິດກໍໄດ້​ແຜ່​ລາມ​ຈາກ​ຕົວເມືອງ​ໄປ​ສູ່​ເຂດ​ຊົນນະບົດຫ່າງ​ໄກ​ສອກຫຼີກຢ່າງໄວວາ, ຊຶ່ງໄດ້​ມີ​ຊາວ​ໜຸ່ມ, ​ນັກຮຽນ-ນັກ​ສຶກສາ ແລະ ​ກຳມະກອນຈຳນວນ​ບໍ່​ໜ້ອຍໄດ້​ຕົກ​ເປັນ​ທາດ​ຂອງ​ຢາ​ເສບ​ຕິດ, ຊຶ່ງ​ຜູ້​ໄດ້​ຮັບ​​ເຄາະ​ຮ້າຍ​ເຫຼົ່ານີ້ໄດ້​ສ້າງ​ບັນຫາໃຫ້ແກ່ສັງຄົມ ແລະ ຄອບຄົວຕົນເອງ,ກາຍເປັນ​ປະກົດ​ການຫຍໍ້​ທໍ້ຢູ່​ໃນ​ສັງຄົມເປັນຕົ້ນ: ​ຂີ້ລັກ​ງັດ​ແງະ, ປຸ້ນ​ຈີ້ຊິງ​ຊັບ, ອຸປະຕິ​ເຫດ​ບົນທ້ອງ​ຖະໜົນ, ການ​ກໍ່​ອາ​ລະວາ​ດຕີ​ກັນ ແລະ ອື່ນໆ, ສະນັ້ນ​ ເພື່ອ​ສະກັດ​ກັ້ນບໍ່​ໃຫ້​ບັນຫາ​ຢາ​ເສບ​ຕິດ​ແຜ່​ລະບາດ​ອອກ​ສູ່​ວົງ​ກວ້າງ ​ແລະ ​ເພີ່ມ​ທະວີ​ຄວາມ​ຮຸນ​ແຮງ​ຂື້ນຕື່ມ​ນັ້ນ, ຈຶ່ງຂໍ​ສະ​ເໜີ​ໃຫ້​ທຸກ​ພາກສ່ວນໃນສັງຄົມ​ເອົາ​ໃຈ​ໃສ່​ບາງບັນຫາ​ຕົ້ນຕໍ​ດັ່ງນີ້: (1)ໃຫ້​ສືບຕໍ່​ເປີດ​ຂະ​ບວນການສຶກສາ​ອົບຮົມ ​ແລະ ​ໂຄສະ ນາ​ເຜີຍ​ແຜ່​ຢ່າງ​ກວ້າງ​ຂວາງ​ດ້ວຍ​ຫຼາຍ​ຮູບ​ການໂດຍຜ່ານ​ສື່​ມວນ​ຊົນ​​ລວມທັງ​ການ​ປະຊຸມ-ສຳ​ມະ​ນາ, ການສ້າງ​ຂະ​ບວນການ​ກິລາ, ການສະແດງສິນລະປະວັນນະຄະດີ ແລະ ການສ້າງຂະບວນການອື່ນໆ, ເພື່ອ​ສ້າງ​ຈິດສໍານຶກ​ໃຫ້ທຸກ​ຄົນ​ເຫັນ​ໄດ້​ພິດ​ໄພ ​ແລະ ຜົນ​ຮ້າຍ​ຂອງ​ຢາ​ເສບ​ຕິດທັງປຸກລະດົມ​ໃຫ້​ເຂົາ​ເຈົ້າຕື່ນ​ຕົວ ແລະ ສະໝັກ​ໃຈ​ເຂົ້າ​ຮ່ວມ​ຂະ​ບວນການ​ແກ້​ໄຂ​ຢາ​ເສບ​ຕິດ​ຢ່າງຕັ້ງໜ້າ.(2) ເອົາ​ໃຈ​ໃສ່​ຕິດຕາມ​ກວດກາ, ສຶກສາ​ອົບຮົມ ​ແລະ ຊ່ວຍ​ເຫຼືອ​ປະຊາຊົນ​ທີ່​ໄດ້​ຢຸດ​ເຊົາ​ປູກ​ຝິ່ນແລ້ວນັ້ນ​ໃຫ້​ມີ​ເງື່ອນ​ໄຂ​ປະກອບ​ອາຊີບອື່ນ​ທີ່​ໝັ້ນຄົງ, ພ້ອມ​ກັນນັ້ນກໍໃຫ້ເອົາໃຈໃສ່ຕິດຕາມ​ຢ່າງ​ໃກ້ຊິດ ​ເພື່ອ​ບໍ່​ໃຫ້​ເຂົາ​ເຈົ້າ​ໄດ້​ກັບຄືນໄປ​ປູກ​ຝິ່ນອີກ. (3)ໃຫ້​ສືບຕໍ່​ເອົາໃຈໃສ່ການ​ບໍາບັດ​ປິ່ນປົວ, ຟື້ນຟູ​ສຸຂະພາບ ​ແລະ ຝຶກ​ວິຊາ​ຊີບ​ໃຫ້​ຜູ້​ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ຈາກ​ຢາ​ເສບ​ຕິດ​ປະ​ເພດ​ຕ່າງໆໃຫ້​ຄືນ​ສູ່​ສະພາບ​ປົກກະຕິ, ຄືນ​ສູ່​ສັງຄົມ,ມີ​ວຽກ​ເຮັດ​ງານ​ທຳ ​ແລະ ກາຍ​ເປັນ​ພົນລະ​ເມືອງ​ດີ​ຂອງ​ຊາດ. ​ຄຽງຄູ່ກັນ​ນັ້ນກໍຕ້ອງ​ໄດ້​ປັບປຸງ ​ແລະ ຍົກ​ລະດັບ​ບັນດາ​ສູນ​ປິ່ນ​ປົວ​ທີ່​ມີ​ແລ້ວ​ໃຫ້​ໄດ້​ມາດຕະຖານເພື່ອ​ບໍລິການ​ຮັບ​ໃຊ້​ສັງຄົມ​ໃຫ້​ດີ​ກ່ວາ​ເກົ່າ.(4)ໃຫ້ຖືເອົາ​ການ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ ​ເຂົ້າ​ເປັນ​ວຽກ​ງານ​ຈຸດ​ສຸມ​ໃນ​ວຽກງານ​ກໍ່ສ້າງ​ຮາ​ກຖານ​ການ​ເມືອງ​ ແລະ ພັດທະນາ​ຊົນນະບົດ​ຮອບດ້ານຢູ່​ຂັ້ນບ້ານ ແລະ ກຸ່ມບ້ານ. ພ້ອມ​ກັນນີ້, ກໍ​ໃຫ້​ສືບຕໍ່ຂື້ນບັນຊີ​ບັນດາ​ເປົ້າ​ໝາຍທີ່​​ພົວພັນກັບ​ບັນຫາ​ຢາ​ເສບ​ຕິດເພື່ອຫາວິທີແກ້ໄຂຢ່າງທັນການ, ສໍາລັບຜູ້ຄ້າຂາຍຢາເສບຕິດ ກໍຕ້ອງດຳເນີນຄະດີຕາມລະບຽບກົດໝາຍຢ່າງເດັດຂາດເຂັ້ມງວດ.(5)ໃຫ້​ແຕ່ລະແຂວງຄົ້ນຄວາເພື່ອສ້າງ ຕັ້ງກອງທຶນ​ຕ້ານ​ຢາ​ເສບ​ຕິດດ້ວຍ​ແຫຼ່ງທຶນຕ່າງໆຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງ.(6)ໃຫ້​ສືບຕໍ່ປັບປຸງ​ກົງຈັກ​ການຈັດ​ຕັ້ງຂອງ​ອົງການ​ກວດກາ ​ແລະ ຄວບ​ຄຸມ​ຢາ​ເສບ​ຕິດໃຫ້​ມີ​ຄວາມ​ເຂັ້ມແຂງສາມາດ​ເປັນເສນາ​ທິການ​ໃຫ້​ພັກ-ລັດ​ໃນ​ການ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ.(7)ເພີ່ມ​ທະວີ​ການ​ພົວພັນ ແລະ ຮ່ວມ​ມືກັບບັນດາ​​ປະ​ເທດ​ເພື່ອນ​ມິດ ​ແລະ ​ອົງການ​ຈັດຕັ້ງສາກົນຕ່າງໆໃຫ້ຫຼາຍຂື້ນກ່ວາເກົ່າ​ເພື່ອ​ພ້ອມກັນແກ້​ໄຂ​ການ​ລັກລອບ​ຄ້າ​ຂາຍ ​ແລະ ລຳລຽງ​ຂົນ​ສົ່ງ​ຢາ​ເສບ​ຕິດໄດ້ຢ່າງທັນການແລະຂໍ​ຮຽກຮ້ອງ​ມາ​ຍັງ​ພະນັກງານ, ທະຫານ, ຕຳຫຼວດ ​ແລະ ປະຊາຊົນ​ທຸກ​ຊັ້ນຄົນຈົ່ງ​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ໃນ​ຂະ​ບວນການ​ສະກັດ​ກັ້ນ ແລະ ຕ້ານ​ຢາ​ເສບ​ຕິດ​ໃຫ້​ແຂງແຮງກ່ວາເກົ່າ ແລະຫວັງ​ວ່າບັນດາ​ປະ​ເທດ​ເພື່ອນ​ມິດກໍຄືອົງການ​ຈັດຕັ້ງສາກົນຕ່າງໆຈະ​ສືບຕໍ່​ໃຫ້ການ​ສະໜັບສະໜູນ, ຮ່ວມ​ມື ແລະ ຊ່ວຍເຫຼືອດ້ານ​ທຶນຮອນແກ່​ ສປປ ລາວ ​ເພື່ອ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ​ໃຫ້ມີໝາກຜົນຕົວຈິງຫຼາຍຂຶ້ນ.

No comments:

Post a Comment