Ad

Ad

29 June 2015

ລາວ-ຫວຽດນາມເພີ່ມທະວີການຮ່ວມມືດ້ານປະຫວັດສາດ



ໃນຕອນບາຍວັນທີ 26 ມິຖຸນານີ້, ທ່ານບົວເງິນຊາພູວົງລັດຖະມົນຕີຊ່ວຍວ່າການກະຊວງຖະແຫລງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ, ໄດ້ຕ້ອນຮັບການເຂົ້າຢ້ຽມຢາມ ແລະພົບປະຂອງທ່ານຫງວຽນວັນເຈືອງຮອງປະທານຄະ ນະກຳມະການປະຊາຊົນແຂວງຮວ່າບິ່ງ, ພ້ອມດ້ວຍຄະນະ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາ ວ ແຕ່ວັນທີ 22-28 ມິຖຸນານີ້.
            ໃນໂອກາດນີ້, ທັງສອງຝ່າຍໄດ້ປຶກສາຫາລືຮ່ວມກັນກ່ຽວກັບຮ່ອງຮອຍການປະຕິວັດລາວ-ຫວຽດນາມ ຢູ່ແຂວງ ຮວ່າບິ່ງ ແລະ ຮ່ອງຮອຍທາງປະຫວັດສາດຂອງສະຖານີວິທະຍຸກະຈາຍສຽງຂອງປະເທດລາວ, ເຊິ່ງຝ່າຍຫວຽດ ນາມໄດ້ ສະເໜີໃຫ້ຝ່າຍລາວສະໜອງຂໍ້ມູນບັນດາຮູບພາບທີ່ເປັນເອກະສານ ແລະ ຮູບພາບການເຄື່ອນໄຫວຂອງສະ ຖານີວິທະຍຸກະ ຈາຍສຽງ, ສະໜອງບັນດາເຄື່ອງວັດຖຸພັນທີ່ຮັບໃຊ້ປະຈຳວັນຂອງພະນັກງານໃນໄລຍະທີ່ດຳລົງຊີວິດແລະເຮັດວຽກຢູ່ແຂວງ ຮວ່າບິ່ງ.

            ການພົບປະໃນຄັ້ງນີ້, ເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ການ ຮ່ວມມືຮອບດ້ານລະຫວ່າງສອງຊາດລາວ-ຫວຽດນາມ, ໂດຍສະເພາະການຮ່ວມມືດ້ານວັດທະນະທຳ, ປະຫວັດ ສາດ ແລະ ອື່ນໆໃຫ້ໄດ້ຮັບການເສີມຂະຫຍາຍໃຫ້ຫລາຍຍິ່ງຂຶ້ນ.

No comments:

Post a Comment