Ad

Ad

29 June 2015

ປກສ ເມືອງຄຳເກີດຈັບຜູ້ຄ້າຂາຍຢາເສບຕິດ



ເມື່ອບໍ່ດົນນີ້, ເຈົ້າໜ້າທີ່ຕຳຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດເມືອງ ຄຳເກີດ ແຂວງບໍລິຄຳໄຊ ໄດ້ເຂົ້າກວດຄົ້ນເຮືອນເປົ້າໝາຍຄ້າຢາເສບຕິດຫລັງໜຶ່ງ ຢູ່ບ້ານ ໂພນເມືອງນ້ອຍ ເມືອງຄຳເກີດ ຫລັງຈາກໄດ້ຮັບແຈ້ງຈາກພົນລະເມືອງດີວ່າເຮືອນ ຫລັງດັ່ງກ່າວເປັນບ່ອນ ມົ້ວສຸມຂອງກຸ່ມໄວໜຸ່ມ ແລະ ຜ່ານການກວດຄົ້ນ ຂອງເຈົ້າໜ້າທີ່ພົບເຫັນຂອງກາງຢາບ້າຈຳນວນ 506 ເມັດທີ່ຊຸກເຊື່ອງໄວໃນເຮືອນ ແລະ ຈັບຕົວເຈົ້າຂອງເຮືອນຊື່ທ້າວ ມູນ ອາຍຸ 54 ປີ, ພ້ອມຫລານຊາຍຊື່ທ້າວ ກາວຊົງ ອາຍຸ 15 ປີ ມາດໍາເນີນຄະດີຕາມລະບຽບກົດໝາຍ.
ຜ່ານການສອບສວນ-ສືບສວນຂອງເຈົ້າໜ້າທີ່ທັງສອງຮັບສາລະພາບ: ໄດ້ພົວພັນ ແລະ ນຳເອົາຢາບ້າມາຂາຍໃຫ້ກຸ່ມ ໄວໜຸ່ມຢູ່ເຂດບ້ານຂອງຕົນ ແລະ ບ້ານໃກ້ຄຽງແລ້ວຫລາຍຄັ້ງແລ້ວ, ສ່ວນຢາບ້າທີ່ນຳມາຂາຍແຕ່ລະຄັ້ງແມ່ນມີບຸກ ຄົນບໍ່ ຮູ້ຊື່ນຳມາສົ່ງໃຫ້ຢູ່ເຮືອນ ແລະ ຖືກເຈົ້າໜ້າທີ່ຈັບຕົວໄດ້ໃນຄັ້ງນີ້.

No comments:

Post a Comment