Ad

Ad

3 February 2014

ກຳມະບານກະຊວງວິທະຍາສາດ ແລະ ເຕັກໂນໂລຊີເປີດບັ້ນແຂ່ງ 2 ດີ 5 ເປັນເຈົ້າ

       ໃນ​ວັນ​ທີ 31 ມັງກອນນ້ີ່, ສະຫະພັນ​ກຳມະບານກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ (ກວຕ), ໄດ້​ຈັດ​ພິທີ​ເປີດ​ບັ້ນ​ແຂ່ງຂັນ 2 ດີ 5 ​ເປັນ​ເຈົ້າ ​ແລະ ປາຖະກະຖາ​ວັນ​ສ້າງ​ຕັ້ງ​ອົງການ​ສະຫະພັນກຳມະ ບານລາວຄົບຮອບ 58 ປີ(1ກຸມພາ1956-1ກຸມພາ2014 ) ໂດຍເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ຫຸມພັນ ອີນທະລາ​ດ ຄະນະ​ພັກ​ກະຊວງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ວິທະຍາສາດ ແລະ ​ເຕັກ​ໂນ​ໂລ​ຊີ, ທ່ານ ຕົງ​ເຢຢ່າງ ຢັງ​ເຊັງ ຮອງ​ປະທານ​ສູນ​ກາງ​ສະຫະພັນກຳມະບານ​ລາວ, ທ່ານ ດຣ.ນາງ ​ແກ້ວ​ວິ​ວອນ ອຸດທະ​ຈັກ ຮັກສາ​ການ​ປະ ທານ​ສະຫະພັນ​ກຳມະບານກວຕ, ມີ​ບັນດາຄະນະ​ພັກ, ​ຄະນະ​ກົມ, ສະ​ຖາ​ບັນ ​ແລະ ສະ​ມາ​ຊິກ​ກຳມະ ບານ​ເຂົ້າ​ຮ່ວມ.
      ການ​ເປີດ​ບັ້ນ​ແຂ່ງຂັນ​ 2 ດີ 5 ​ເປັນ​ເຈົ້ານີ້, ​ເພື່ອ​​ເປັນ​ການປຸກລະດົມ​ຊຸກຍູ້ພະນັກງານ, ສະມາຊິກ​ກຳມະບານ, ກຳມະ ກອນ ​ແລະ ຜູ້​ອອກ​ແຮງ​ງານແຂ່ງຂັນ​ກັນ​ຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IX ຂອງ​ພັກ ​ແນ​ໃສ່​ເຮັດ​ໃຫ້​ສຳ​ເລັດ, ເນື້ອ​ໃນບຸກທະລຸ 4 ດ້ານ, ແຜນ​ພັດທະນາ​ເສດຖະກິດ​-ສັງຄົມ 5 ປີ ​ແຫ່ງ​ລັດ​ຄັ້ງ​ທີ VII ແລະ ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VI ຂອງ​ສະຫະພັນ​ກຳມະບານ​ລາວ​ໃຫ້​ປະກົດ​ຜຜົນ​ເປັນ​ຈິງ,​ ເພື່ອ​ເປັນ​ບ່ອນອິງ​ໃຫ້​ກຳມະບານ​ແຕ່ລະ​ຂັ້ນມີ​ຄວາມ​ເປັນ​ເອກະ​ພາບ​ໃນ​ການ​ສ້າງ​ຂະ​ບວນການ​​ແຂ່ງຂັນ ​ແລະ ສົ່ງ​ເສີມ​ຫົວຄິດ​ປະ​ດິດສ້າງ, ຄວາມ​ຮູ້, ຄວາມ​ສາມາດ​ທີ່​ບົ່ມ​ຊ້ອນ​ໃນ​ຖັນ​ແຖວ​ພະນັກງານ, ສະມາຊິກ​ກຳມະບານ, ກຳມະກອນ, ຜູ້​ອອກ​ແຮງ​ງານ ເຂົ້າ​ສູ່​ຊີວິດ​ຕົວ​ຈິງ​ໃນ​ການ​ຜະລິດ, ການ​ບໍລິການ ​ເພື່ອ​ເປັນ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ສ້າງສາພັດທະນາ​ປະ​ເທດ​ຊາດ. ​
      ທ່ານ ຫຸມພັນ ອີນທະລາ​ດ ກ່າວ​​ວ່າ: ພັກ ແລະ ລັດ, ຍາມ​ໃດ​ກໍ​ຖື​ເອົາ​ອົງການ​ຈັດ​ຕັ້ງ​ກຳມະບານ​ເປັນ​ຕົວ​ແທນ​ໃນ​ການ​ປົກ​ປ້ອງ​ສິດ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ສະມາຊິກ​ກຳມະບານ, ກຳມະກອນ ​ແລະ ຊາວ​ຜູ້​ອອກ​ແຮງ​ງານ​ຂອງ​ບັນດາ​ເຜົ່າ ພ້ອມ​ທັງ​ເຕົ້າ​ໂຮ​ມຄວາມ​ສາມັກ ຄີ, ຄວາມ​ຕື່ນ​ຕົວ​ທາງ​ການ​ເມືອງ, ມີ​ສະຕິ​ເຄົາລົບ ​ແລະ ປະຕິບັດ​ກົດໝາຍ​ເພື່ອ​ຄວາມ​​ເຕີມ​ໃຫຍ່​ເຂັ້ມ​ແຂງ​ໃນ​ທຸກ​ດ້ານ, ເປັນ​​ເຈົ້າ​ປະ​ເທ​ດຊາດ, ມີ​ຄວາມ​ສະ​ເໝີ​ພາບ ​ແລະ ຄວາມ​ຍຸດຕິ​ທຳ​ໃນ​ສັງຄົມ, ສະຫະພັນ​ກຳມະບານ​ລາວ​ກໍ​ຄື​ສະຫະພັນ​ກຳມະບານກວຕ ຍັງ​ເປັນ​ຜູ້ຕາງໜ້າ​ໃຫ້​ຜູ້​ອອກ​ແຮງ​ງານ, ເຮັດ​ໜ້າ​ທີ່​ສຶກສາ​ອົບຮົມສະມາຊິກ​ຕົນ​ໃຫ້​ເປັນ​ພົນລະ​ເມືອງ​ດີ, ມີ​ລະບຽບ​ແບບ​ແຜນ, ມີ​ຄວາມ​ຮູ້​ຄວາມ​ສາມາດ​ດ້ານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ,ມີ​ຄວາມ​ຈະ​ເລີ​ນທາງ​ດ້ານ​ຈິດ​ໃຈ ແລະ ສີວິ​ໄລ​ດ້ານ​ສະຕິ​ປັນຍາ.

No comments:

Post a Comment