Ad

Ad

3 February 2014

ສະຫວັນນະເຂດຫວນຄືນວັນສ້າງຕັ້ງສະຫະພັນກຳມະບານລາວຄົບຮອບ 58 ປີ


    ວັນທີ 31 ມັງກອນນີ້ ຢູ່ສະໂມສອນຫ້ອງວ່າການປົກຄອງ ແຂວງສະຫວັນນະເຂດ ທ່ານ ຫວັນຄຳ ອິນທິຈັກ ປະທານ ແນວລາວສ້າງຊາດແຂວງໄດ້ໃຫ້ກຽດປາຖະກະ ຖາລະນຶກວັນສ້າງຕັ້ງ ອົງການສະຫະພັນກຳມະບານລາວ ຄົບຮອບ 58 ປີ (1/2/1956- 1/2/2014) ໂດຍມີກຳມະການ ພັກແຂວງ, ຫົວໜ້າ, ຮອງຫົວໜ້າພະ ແນກການອ້ອມຂ້າງແຂວງ, ກຳລັງປກຊ-ປກສ, ສະຖາບັນການສຶກສາທັງພາກ ລັດ-ເອກກະຊົນ, ຕະຫລອດຮອດອົງການຈັດຕັ້ງມະຫາຊົນທຸກຂັ້ນເຂົ້າຮ່ວມ.
        ທ່ານ ຫວັນຄຳ ອິນທິຈັກ ຍົກໃຫ້ເຫັນໂດຍສັງເຂບວ່າ: ໃນທ້າຍສັດຕະວັດທີ 19 ພວກລ່າ ເມືອງຂຶ້ນຝຣັ່ງໄດ້ເຂົ້າ ມາຮຸກຮານຢຶດຄອງເອົາລາວ, ຫວຽດນາມ ແລະ ກຳປູເຈຍ ເປັນຫົວ ເມືອງຂຶ້ນແລ້ວ ສ້າງຕັ້ງສະຫະພັນອິນດູຈີນຝຣັ່ງເສດ, ປະເທດເຮົາ ຝຣັ່ງເຂົ້າມາຢຶດຄອງແຕ່ປີ 1893- 1954, ໃນນັ້ນພວກເຂົາໄດ້ເກັບເກນເອົາຊາວໄຮ່ນາໄປຂຸດຄົ້ນເອົາແຮ່
ກົ່ວຢູ່ບໍ່ແຮ່ໂພນຕິ້ວ ແລະ ບໍ່ແໜ່ງ ແຂວງຄຳມ່ວນ, ເກນໄປເປັນກຸລີເຮັດທາງ, ຈາກນັ້ນ ໄດ້ມີກຳມະກອນລະດູການດ້ວຍ
ການນຳໃຊ້ແຮງງານນັບມື້ນັບຫລາຍຂຶ້ນ ແລະ ໄດ້ກາຍເປັນກຳມະກອນອາຊີບ. ຕໍ່ມາພວກເຂົາໄດ້ສ້າງໂຮງເລື່ອຍໄມ້, ໂຮງສີ ເຂົ້າ, ໂຮງຈັກໄຟຟ້າຈຳນວນໜຶ່ງຢູ່ບາງແຫ່ງຈາກນັ້ນ ຈຳນວນກຳມະກອນລາວ ຈຶ່ງໄດ້ເພີ່ມຂຶ້ນເລື້ອຍໆ. ພາຍໃຕ້ການ ປົກຄອງ ຂອງພວກຝຣັ່ງກຳມະກອນລາວຖືກກົດຂີ່ຂູດຮີດແຮງງານຢ່າງໜັກໜ່ວງທາງເສດຖະກິດ, ວັດທະນະທຳ-ສັງຄົມ, ພວກ ເຂົາ ບັງຄັບກຳມະກອນອອກແຮງງານ 14-16 ຊົ່ວໂມງຕໍ່ມື້, ອອກແຮງງານຫລາຍໄດ້ຄ່າຕອບແທນໜ້ອຍ, ຖືກ ຕັດເງິນເດືອນ, ໄລ່ ອອກການໂດຍບໍ່ມີເຫດຜົນພຽງພໍ, ຖືກທຸບຕີທໍລະມານຢ່າງແສນສາຫັດຈາກນາຍທຶນ, ມີ ຄວາມສ່ຽງອັນຕະລາຍຕໍ່ການອອກ ແຮງງານ, ບໍ່ໄດ້ຮັບຄວາມເປັນທຳ, ຂາດສິດສີເລພາບດ້ານການເມືອງ ແລະ ກົດໝາຍ, ບໍ່ໄດ້ຮັບການດູແລດ້ານສະຫວັດດີການ-ສັງຄົມ, ບໍ່ໄດ້ຮັບການສຶກສາຮ່ຳຮຽນ ແລະ ອື່ນໆ; ມັນໄດ້ ສ້າງຄວາມເຈັບແສບ ແລະ ຄຽດແຄ້ນທີ່ສຸດສຳລັບຄົນລາວທຸກຄົນ. ສະພາບການດັ່ງກ່າວກຳມະກອນ, ຊາວຜູ້ອອກແຮງງານ ແລະ ປະຊາຊົນບັນດາເຜົ່າ ໄດ້ລຸກຂຶ້ນຕໍ່ສູ້ຢ່າງອົງອາດກ້າຫານ, ໂດຍ ເລີ່ມຈາກການຕໍ່ສູ້ທີ່ມີລັກສະນະເກີດເອງໄດ້ກາຍເປັນຂະບວນການອັນ ກວ້າງຂວາງຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຢ່າງດຸເດືອດ ແຕ່ຂະບວນການຕໍ່ສູ້ດັ່ງກ່າວໄລຍະນັ້ນບໍ່ໄດ້ຮັບໄຊຊະນະຍ້ອນບໍ່ມີພັກນຳພາ.
         ປີ 1930 ພັກກອມມູນິດອິນດູຈີນ ໄດ້ຮັບການສ້າງຕັ້ງຂຶ້ນ ໂດຍແມ່ນທ່ານປະທານ ໂຮ່ຈີມິນ ເປັນຜູ້ສ້າງຕັ້ງ ແລະ ນຳພາ ຈາກນັ້ນຂະບວນການຕໍ່ສູ້ຂອງປະຊາຊົນ, ຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານ 3 ຊາດອິນດູ ຈີນ ໄດ້ມີຄຸນນະ ພາບໃໝ່ສາມາດຍາດໄດ້ໄຊຊະນະເປັນກ້າວໆມາ. ປີ 1946 ພັກກອມມູນິດອິນດູຈີນ ຫລື ພັກແຄວ້ນລາວໄດ້ສ້າງຕັ້ງໜ່ວຍ ກຳມະບານລາວຂຶ້ນເປັນເທື່ອທຳອິດຢູ່ບໍ່ກົ່ວໂພນ ຕີ້ວ, ວັນທີ 1/2/1956 ກົມການເມືອງສູນກາງພັກໄດ້ມີມະຕິຕົກລົງສ້າງ ຕັ້ງອົງການກຳມະບານລາວຂຶ້ນຢ່າງເປັນທາງການຢູ່ເຂດທີ່ໝັ້ນ ແຂວງຫົວພັນ ໂດຍແມ່ນທ່ານ ສີສົມພອນ ລໍວັນໄຊ ເປັນຜູ້ຊີ້ນຳ ໂດຍມີຈຸດປະສົງເພື່ອຂົນຂວາຍ, ເຕົ້າໂຮມກຳມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າໃຫ້ມີຄວາມຕື່ນຕົວປະ ຕິວັດ, ມີນ້ຳໃຈຮັກຊາດ, ມີຫລັກໝັ້ນຊົນຊົ້ນກຳມະກອນຢ່າງຈະແຈ້ງ, ປົກປ້ອງສິດຜົນປະໂຫຍດອັນຊອບທຳໃຫ້ແກ່ກຳມະ ກອນ ແລະ ຊາວຜູ້ອອກແຮງງານ.

No comments:

Post a Comment