Ad

Ad

31 January 2014

ຕີລາຄາວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ



     ຄະນະພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຂັ້ນສູນກາງ (ຄພທ ສ) ຮ່ວມກັບກອງທຶນຫລຸດຜ່ອນຄວາມ ທຸກຍາກ (ທລຍ2) ຈັດກອງປະຊຸມສະ ຫລຸບຕີລາຄາຄືນໃນການດຳ ເນີນໂຄງການ 5 ປີ 2011-2016  ໄລຍະກາງສະໄໝໃນ ວັນທີ 30 ມັງກອນນີ້, ຢູ່ໂຮງແຮມລາວ ພລາຊາ, ນະຄອນຫລວງວຽງຈັນ. ໂດຍການເປັນປະທານຂອງ ທ່ານ ບຸນເຮືອງ ດວງ ພະຈັນ ລັດຖະມົນຕີປະຈຳຫ້ອງ ວ່າການລັດຖະບານ, ຫົວໜ້າ ຄພທສ ຂັ້ນສູນກາງທັງເປັນປະທານສະພາບໍລິ ຫານ ກອງທຶນຫລຸດຜ່ອນຄວາມທຸກຍາກ, ມີຜູ້ຕາງໜ້າຈາກບັນດາກະຊວງທີ່ກ່ຽວຂ້ອງ ພ້ອມດ້ວຍຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນປະຈຳລາວເຂົ້າຮ່ວມ.
     ກອງປະຊຸມໄດ້ມີການສະຫລຸບຕີລາຄາຄືນຕໍ່ການຮ່ວມມື ຈັດຕັ້ງປະຕິບັດບັນດາໂຄງການ ທລຍ 2 ແລະ ຜົນກະທົບຂອງ ໂຄງການຕໍ່ການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກ ຍາກຢູ່ລາວ. ເວົ້າສະເພາະຢູ່ໃນຂົງເຂດພື້ນທີ່ເປົ້າໝາຍຂອງ ໂຄງການອີກດ້ານໜຶ່ງກໍເພື່ອເປັນການເສີມຂະຫຍາຍປະສິດທິຜົນຂອງການຮ່ວມມື, ສົ່ງເສີມຄວາມເຂົ້າໃຈລະຫວ່າງລັດຖະ ບານກັບຄູ່ຮ່ວມພັດທະນາ ແລະ ຜູ້ໃຫ້ທຶນ, ທັງເປັນການຜັນຂະຫຍາຍເນື້ອ ໃນຈິດໃຈຂອງກອງປະຊຸມໂຕະ ມົນຄັ້ງທີ 13
ໂດຍສຸມໃສ່ຈັດຕັ້ງ ປະຕິບັດບັນດາເປົ້າໝາຍສະຫັດສະວັດດ້ານພັດທະນາໃນໄລຍະ ເຄີ່ງສະໄໝທີ່ຍັງເຫລືອມີຄວາມ ກ້າວໜ້າ ຖືກຕ້ອງຕາມຈຸດສຸມບຸລິມະສິດໃນການຮ່ວມມືກັນຈັດຕັ້ງປະຕິບັດບັນດາໂຄງການ ທລຍ ໄດ້ມີປະສິດທິຜົນພໍສົມຄວນ, ຊຶ່ງ ເປັນການປະກອບສ່ວນອັນສຳຄັນເຂົ້າໃນການສູ້ຊົນບັນລຸ MDG 1 ກໍຄືການພັດທະນາໃຫ້ມີ ຄວາມຄືບໜ້າໃນລະດັບອັນແນ່ ນອນ,ເຮັດໃຫ້ຊົນນະບົດໄດ້ຮັບການພັດທະນາ, ປະຊາຊົນໄດ້ ຫລຸດພົ້ນອອກຈາກຄວາມທຸກ ຍາກເທື່ອລະກ້າວ. ພ້ອມນີ້ກອງ ປະຊຸມໄດ້ມີການນຳສະເໜີຈຸດ ພົ້ນເດັ່ນຂອງການຈັດຕັ້ງປະຕິບັດວຽກງານ ທລຍ ໃນໄລຍະເຄິ່ງສະໄໝທີ່ໄດ້ປະກອບສ່ວນ ເຂົ້າໃນການແກ້ໄຂຄວາມທຸກຍາກທີ່ແນ່ນອນໃນ MDG1 ແລະ ທິດທາງ ແຜນການ ແລະ ມາດຕະການໃນ ການຈັດຕັ້ງປະ ຕິບັດວຽກງານ ທລຍ ສຳລັບປີ 2014 ແລະ 2015 ແລະ ມາດຕະການໃນການສູ້ຊົນ ບັນດາຄາດໝາຍດັ່ງກ່າວແນວ ທາງນະ ໂຍບາຍຂອງລັດຖະບານໂດຍສະເພາະແມ່ນນະໂຍບາຍການແກ້ໄຂຄວາມທຸກຍາກ, ສ້າງບ້ານໃຫ້ກາຍເປັນຫົວໜ່ວຍພັດທະ ນາ,ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ, ການຈັດສັນພູມລຳເນົາບ່ອນທຳມາຫາກິນຖາວອນອາຊີບໝັ້ນ ທ່ຽງໃຫ້ປະຊາຊົນບັນດາເຜົ່າສຳເລັດຕາມຄາດໝາຍທີ່ວາງໄວ້. ເພື່ອນຳເອົາຜົນປະໂຫຍດມາສູ່ພໍ່ແມ່ປະຊາຊົນຜູ້ທຸກຍາກທີ່ດຳ ລົງຊີວິດຢູ່ໃນເຂດຊົນນະບົດຫ່າງໄກສອກຫລີກຈຳ ນວນ 1.967 ບ້ານທີ່ນອນໃນ 278 ກຸ່ມບ້ານຂອງ 42 ເມືອງໃນ 10 ແຂວງໂດຍສະເພາະໃຫ້ສາມາດ ເຂົ້າເຖິງໂຄງລ່າງພື້ນຖານອັນ ຈຳເປັນທີ່ສຸດ. ກອງປະຊຸມຍັງໄດ້ວາງທິດທາງແຜນການ     ( ທລຍ 3 ) 2016-2020 ໃນຕໍ່ໜ້າ, ບັນຫາສຳຄັນທີ່ບໍ່ໄດ້ຈັດຕັ້ງປະຕິບັດຜ່ານມາແມ່ນບັນຫາການສ້າງລາຍຮັບໃຫ້ປະຊາຊົນ ບັນດາເຜົ່າໂດຍແນ່ໃສ່ແກ້ໄຂຄວາມທຸກຍາກຢ່າງຢືນຍົງເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເປັນກ້າວໆໃນອະນາ ຄົດ.   
       ໃນໂອກາດນີ້ ທ່ານ ບຸນເຮືອງ ດວງພະຈັນ ໄດ້ກ່າວ ເນັ້ນວ່າ: ບັນຫາສຳຄັນແມ່ນສະ ເໜີໃຫ້ຜູ້ໃຫ້ທຶນຄົ້ນຄວ້າກ່ຽວກັບ ທລຍ ໄລຍະ 3, ເພາະວ່າ ທລຍ ໄລຍະ ທີ 2 ໄດ້ສ້າງພື້ນຖານໂຄງ ລ່າງຊົນນະບົດສ້າງຄວາມເຂັ້ມ ແຂງໃຫ້ປະຊາຊົນ ແລະ ສາມາດ ແກ້ໄຂຄວາມທຸກຍາກໄດ້ໃນລະ ດັບໜຶ່ງແຕ່ບັນຫາທີ່ຍັງບໍ່ທັນເຮັດໄດ້ແມ່ນການສ້າງລາຍຮັບໃຫ້ ແກ່ຊຸມຊົນ. ພ້ອມ ກັນນັ້ນທ່ານຍັງຮຽກຮ້ອງມາຍັງຜູ້ໃຫ້ທຶນຕ່າງໆຈົ່ງສົ່ງເສີມຄວາມເຂົ້າໃຈອັນດີ, ເພີ່ມທະວີປະສິດທິຜົນຂອງການຮ່ວມມືລະ ຫວ່າງລັດຖະບານ ແລະ ຄູ່ຮ່ວມພັດທະນາໃຫ້ແໜ້ນ ແຟ້ນຍິ່ງຂຶ້ນແນ່ໃສ່ເປົ້າໝາຍສະຫັດສະວັດແຫ່ງການພັດທະນາທີ່ສປປ ລາວ ແລະ ວົງສາຄະນະຍາດສາກົນໄດ້ມີພັນທະຮ່ວມກັນ.

No comments:

Post a Comment