Ad

Ad

31 January 2014

ຫາລືການປັບປຸງເຂົ້າຫາແຫລ່ງທຶນໃນລາວ



      ກະຊວງການເງິນຮ່ວມກັບ ອົງການການເງິນສາກົນ (IFC)  ຈັດກອງປະຊຸມ ວ່າດ້ວຍການປ່ອຍເງິນກູ້ທີ່ຄ້ຳປະກັນດ້ວຍ ສັງຫາລິມະຊັບໃນວັນທີ 28 ມັງກອນ ຜ່ານມານີ້ ຢູ່ນະຄອນຫລວງ ວຽງຈັນ ເພື່ອໃຫ້ຄວາມຮູ້ພື້ນຖານແກ່ບັນດາທະນາ ຄານ, ສະຖາບັນປ່ອຍເງິນກູ້ຕ່າງໆ, ສະມາຄົມທຸລະກິດ ແລະ ນັກກົດໝາຍ ເພື່ອໃຫ້ ມີຄວາມເຂົ້າໃຈວຽກ ງານປ່ອຍເງິນກູ້ທີ່ຄ້ຳປະກັນດ້ວຍສັງຫາລິມະຊັບໂດຍການສະ ໜັບສະໜູນຈາກ IFC.
     ທ່ານ ຈັນທະໜອມ ພິດທະ ສອນ ຫົວໜ້າກົມຄຸ້ມຄອງຊັບ ສິນຂອງລັດກ່າວວ່າ: ການເຂົ້າ ຫາແຫລ່ງທຶນເປັນບັນຫາທ້າ ທາຍສຳລັບທຸລະກິດຂະໜາດ ນ້ອຍ ແລະ ກາງ (SME) ທີ່ບໍ່ມີ ອະສັງຫາລິມະຊັບປະເພດທີ່ດິນ ແລະ ອາຄານຕ່າງໆ, ການ ປ່ອຍເງິນກູ້ທີ່ຄ້ຳປະກັນດ້ວຍສັງຫາລິມະຊັບນັ້ນເປັນບາດກ້າວອັນ ສຳຄັນໃນການພັດທະນາລະບົບ ໂຄງລ່າງທາງດ້ານການເງິນ
ຂອງລາວເນື່ອງຈາກຈະຊ່ວຍ ເປີດຊ່ອງທາງໃໝ່ໃນການເຂົ້າຫາແຫລ່ງທຶນໃຫ້ແກ່ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ.
     ທ່ານ ຈີນແຈງໄລ໋ ຜູ້ຊ່ຽວ ຊານໂຄງການໃຫ້ຄຳປຶກສາການພັດທະນາລະບົບໂຄງລ່າງການ ເງິນໃນພາກພື້ນອາຊີ-ປາຊີຟິກ ຂອງອົງການການເງິນສາກົນ ກ່າວວ່າ:ການປ່ອຍເງິນກູ້ທີ່ຄ້ຳປະກັນດ້ວຍສັງຫາລິມະຊັບນັ້ນ ແມ່ນເປັນສິ່ງສຳຄັນຕໍ່ທຸລະກິດ ຂະໜາດນ້ອຍ ແລະ ຂະໜາດກາງໃນການຂະຫຍາຍທຸລະກິດຂອງພວກເຂົາ, ອົງການການ ເງິນສາກົນ IFC ແລະ ກະຊວງ ການເງິນກຳລັງໃຫ້ຄວາມຊ່ວຍເຫລືອບັນດາຜູ້ປ່ອຍເງິນກູ້ໃຫ້ມີຄວາມເຂົ້າໃຈເຖິງການປ່ອຍເງິນກູ້ດ້ວຍສັງຫາລິມະ ຊັບເພື່ອ ເພີ່ມຊ່ອງທາງໃນການເຂົ້າຫາແລ່ງທຶນຂອງທຸລະກິດຢູ່ລາວ. ເນື່ອງ ຈາກ ສປປ ລາວ ການດຳເນີນທຸ ລະກິດຂະໜາດນ້ອຍ ແລະ ກາງ ຈະບໍ່ມີອະສັງຫາລິມະຊັບປະເພດທີ່ດິນ ແລະ ອາຄານຕ່າງໆເພື່ອມາເປັນຫລັກຊັບຄ້ຳປະກັນ, ສະ ນັ້ນ ຫາກທະນາ ຄານສາມາດຮັບເອົາຊັບສົມບັດປະເພດເຄື່ອງຈັກ,ເຄື່ອງໃນສາງ ແລະ ສັງຫາລິມະຊັບປະເພດອື່ນໆມາເປັນຫລັກ ຊັບຄ້ຳປະ ກັນເງິນກູ້ຈະສາມາດ ຊ່ວຍໃຫ້ທຸລະກິດຂະໜາດນ້ອຍ ເຂົ້າຫາແຫລ່ງທຶນໄດ້ງ່າຍຂຶ້ນ.
      ອົງການການເງິນສາກົນ IFC ເປັນສະມາຊິກຂອງກຸ່ມທະ ນາຄານໂລກທີ່ກຳລັງໃຫ້ຄວາມຊ່ວຍເຫລືອທຸລະກິດຈຸລະພາກ, ຂະໜາດນ້ອຍ ແລະ ກາງໃນ ລາວໃຫ້ມີຄວາມສາມາດເຂົ້າຫາແຫລ່ງທຶນໄດ້ຫລາຍຂຶ້ນໂດຍ ຜ່ານການຊ່ວຍເຫລືອຂອງກະ ຊວງການເງິນໃນການໃຫ້ຄວາມຮູ້ກ່ຽວກັບການປ່ອຍເງິນກູ້ທີ່ຄ້ຳປະກັນດ້ວຍສັງຫາລິມະຊັບ, ພ້ອມກັນນີ້ IFC ຍັງໄດ້ເຮັດ ວຽກຮ່ວມກັບກະຊວງການເງິນເພື່ອ ປັບປຸງລະບົບການຈົດທະບຽນການຄ້ຳປະກັນໃນລາວລວມທັງທົບທວນຄືນກອບທາງ ດ້ານກົດຫມາຍ, ສະໜອງການເຝິກອົບຮົມໃຫ້ພະນັກງານ. ໂຄງການດັ່ງກ່າວນີ້ໄດ້ປະຕິບັດພາຍໃຕ້ການຮ່ວມມືກັບລັດຖະ ບານປະເທດສະວິດເຊີແລນ.

No comments:

Post a Comment