Ad

Ad

20 October 2014

ລາວ ແລະ ອົດສະຕຣາລີ ແລກ ປ່ຽນບົດຮຽນດ້ານບໍ່ແຮ່



     ບໍລິສັດ MMG LXML Sepon (LXML) ເປັນເຈົ້າພາບ ນຳພາພະນັກງານອາວຸໂສຂອງລາວໄປຢ້ຽມຢາມປະເທດອົດ ສະຕຣາລີ ເພື່ອແລກປ່ຽນບົດຮຽນ ດ້ານບໍ່ແຮ່ລະຫວ່າງສອງປະ ເທດ, ໂດຍສະເພາະແມ່ນການ ແລກປ່ຽນຄຳຄິດເຫັນກ່ຽວ ກັບມາດຕະຖານ ແລະ ການປະຕິ ບັດວຽກງານດ້ານບໍ່ແຮ່ທີ່ດີເລີດ ພ້ອມທັງການບໍລິຫານຄຸ້ມຄອງຊັບພະຍາກອນທຳມະ ຊາດທີ່ອຸ ດົມສົມບູນແບບຍືນຍົງ.
     ໃນໄລຍະການຢ້ຽມຢາມ ເມື່ອທ້າຍເດືອນກັນຍາຜ່ານມາ ນີ້, ທ່ານ ດຣ. ນາງ ສຸວັນເພັງ ບຸນຜານຸວົງຄະນະປະຈຳສະພາ ແຫ່ງຊາດ, ປະທານກຳມາທິ ການເສດຖະກິດແຜນການ ແລະ ການເງິນ ແລະ ທ່ານ ດຣ. ສຸພັນ ແກ້ວມີໄຊ ເຈົ້າແຂວງແຂວງ ສະຫວັນນະເຂດໄດ້ເຂົ້າຮ່ວມກອງ ປະຊຸມຊັບພະຍາກອນ ແລະ ການ ຂຸດຄົ້ນແຮ່ຂອງສາກົນ (IMA RC) ທີ່ເມືອງເມວ ເບີນ, ປະເທດ ອົດສະຕຣາລີ ໃນວັນທີ 22-25 ກັນຍາ 2014.

     ທ່ານ ດຣ. ນາງ ສຸວັນເພງ ໄດ້ມີຄຳເຫັນໃນກອງປະຊຸມດັ່ງ ກ່າວໂດຍເນັ້ນໃສ່ຄວາມສຳຄັນ ຂອງການຂຸດຄົ້ນແຮ່ ແລະ ຊັບ ພະຍາກອນທຳມະຊາດທີ່ໄດ້ປະກອບສ່ວນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ໄດ້ປະກອບສ່ວນສົນທະນາ ແລກປ່ຽນບົດຄຳຄິດເຫັນກ່ຽວກັບນະໂຍບາຍດ້ານການຂຸດຄົ້ນແຮ່ ແລະ ທິດທາງການພັດທະນາ ຊຸມຊົນ. ຈາກນັ້ນ ກໍໄດ້ຄະ ນະຝ່າຍລາວສືບຕໍ່ຢ້ຽມຢາມນະ ຄອນຫລວງແຄນເບີຣາ ແລະ ເຂົ້າຢ້ຽມຂ່ຳນັບປະທານສະພາ ອົດສະຕຣາລີ ແລະ ປະທານ ສະມາຄົມມິດຕະພາບລາວ-ອົດສະ ຕຣາລີ ແລະ ສ່ວນທ່ານ ດຣ. ສຸພັນ ແກ້ມີໄຊ ໄດ້ເຂົ້າພົບເຈົ້າ ໜ້າທີ່ລັດ ວິກຕໍຣຽນ ໃນນະ ຄອນເມວເບີນເພື່ອປຶກສາຫາລື ການປະຕິບັດວຽກງານດ້ານບໍ່ ແຮ່ ແລະ ໄດ້ມອບຂອງຂວັນທີ່ ລະນຶກຈາກປະຊາຊົນ ລາວໃຫ້ ແກ່ ທ່ານ ປີເຕີ ຣາຍອັນ (Peter Ryan) ຮອງເຈົ້າຄອງລັດ ວິກຕໍ ເຣຍ ລັດຖະມົນຕີຮັບຜິດຊອບ ການພັດທະນາ ຊົນນະບົດ ແລະ ພາກພື້ນ.
     ການຢ້ຽມຢາມອົດສະຕຣາລີ ຂອງຄະນະຜູ້ແທນລາວໃນຄັ້ງນີ້ ເປັນໂອກາດທີ່ດີເພື່ອຢືນຢັນຄືນ ຂອງການພົວພັນຮ່ວມມື ລະຫວ່າງລາວ ແລະ ອົດສະຕຣາລີ, ພ້ອມທັງເປັນການປັບປຸງເຖິງ ເຄືອຂ່າຍທຸລະກິດຂອງພາກພື້ນ ແລະ ການຄຸ້ມຄອງຊັບພະ ຍາກອນແຮ່ທາດທີ່ອຸດົມສົມບູນນຳອີກ.

No comments:

Post a Comment