ພາຍຫລັງເຈົ້າໜ້າທີ່ ປກສ ເມືອງຈັນທະບູລີ
ນະຄອນຫຼວງວຽງຈັນ, ໄດ້ຮັບແຈ້ງຈາກຜູ້ ເສຍຫາຍຫລາຍລາຍວ່າຖືກ ທ້າວ ສຸລະໄຊ (ຕຸ້ຍ) ອາຍຸ 36
ປີ ຢູ່ບ້ານສາຍລົມ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ເຊິ່ງ
ເຄີຍເປັນພະນັກງານບໍລິສັດທ່ອງ ທ່ຽວແຫ່ງໜຶ່ງ ໄດ້ໃຊ້ເລ່ຫລ່ຽມ
ມາຕົວະຕົ້ມເອົາລົດໄປຈຳນວນຫລາຍຄື ລົດກະບະວີໂກ້ແຊ໊ມ, ລົດຕູ້ໂຕໂຍຕ້າ, ລົດເກັງ 3 ຄັນ
ແລະ ລົດຕູ້ສະຕາແລ໋ກອີກ 5 ຄັນ, ຫລັງຈາກນັ້ນເຈົ້າໜ້າທີ່ກໍໄດ້ຈັດວາງກຳລັງອອກຕິດຕາມ
ແລະ ສາມາດຈັບຕົວຜູ້ກ່ຽວ ມາດຳ ເນີນຄະດີຕາມລະບຽບກົດໝາຍໄດ້ເມື່ອທ້າຍເດືອນກັນຍາ 2014
ໃນຂະນະລີ້ຢູ່ນະຄອນຫລວງວຽງຈັນ ແລະ ຜ່ານ ການສືບສວນ-ສອບສວນຂອງເຈົ້າໜ້າທີ່ຜູ້ກ່ຽວຮັບສາລະພາບວ່າ:
ນັບ ແຕ່ເດືອນສິງຫາ 2014 ເປັນຕົ້ນມາ, ຕົນເອງໄດ້ຕິດ ການພະນັນ ຢູ່ຄາຊິໂນຈຶ່ງຕ້ອງການເງິນໄປ
ຫລິ້ນການພະນັນ, ໂດຍໄດ້ໃຊ້ອຸບາຍໄປເຊົ່າລົດນຳບັນດາບໍລິສັດທີ່ຕົນເອງຮູ້ຈັກ ແລະ
ຄຸ້ນເຄີຍ ໂດຍອ້າງວ່າຈະເອົາໄປຮັບແຂກນັກທ່ອງທ່ຽວ ແລະ ຈາກນັ້ນກໍ
ເອົາລົດທີ່ເຊົ່າມາໄປຈຳນຳເອົາ ເງິນໄດ້ 3 ລ້ານ ກວ່າບາດ (ສະກຸນເງິນໄທ) ຫລື ປະມານ 750
ລ້ານກີບໄປຫລິ້ນການພະນັນຢູ່ ຄາຊິໂນໃນນະຄອນຫລວງວຽງຈັນ ແລະ ຕ່າງແຂວງຈົນໝົດກ້ຽງ,
ປັດຈຸບັນເຈົ້າໜ້າທີ່ສາ ມາດນຳເກັບກູ້ເອົາລົດທີ່ຜູ້ກ່ຽວ ເອົາໄປຈຳມາໝົດແລ້ວ ແລະ
ເຈົ້າຂອງເດີມກໍ ໄດ້ນຳເອກະ ສານທີ່ຖືກຕ້ອງຄົບຖ້ວນມາພົວ ພັນເອົາແລ້ວ, ສ່ວນເງິນທີ່ຜູ້ກ່ຽວໄດ້ເອົາຈາກຜູ້ຈຳນຳນັ້ນ
ແມ່ນໃຫ້ຜູ້ຮັບຈຳ ນຳປະກອບ ເອກກະສານຮ້ອງຟ້ອງຕາມຂະ ບວນການຍຸຕິທຳ ແລະ ລະບຽບກົດໝາຍຕໍ່ໄປ.
No comments:
Post a Comment