Ad

Ad

20 October 2014

ເບຍລາວນຳສະເໜີຜະລິດຕະພັນໃໝ່ຂອງຕົນ



     ໃນວັນທີ 17 ຕຸລານີ້, ບໍລິສັດ ຜູ້ຜະລິດເຄື່ອງດື່ມເກືອແຮ່ 7 ອັບ ຣີໄວຟ, ໄດ້ຕັ້ງຮ້ານແຈກຜະລິດ ຕະພັນເຄື່ອງດື່ມຂອງ ຕົນຂຶ້ນ, ຢູ່ລັດວິສາຫະກິດ ລາວໂທ ລະຄົມ, ເພື່ອໃຫ້ສັງຄົມໄດ້ຊີມລົດຊາດ ເຄື່ອງດື່ມດັ່ງກ່າວ. ພາຍຫລັງ ໄດ້ມີການ ປັບປຸງໃໝ່ ທາງດ້ານສີສັນຂອງກວດນ້ຳໃຫ້ສັງຄົມໄດ້ຈັບອົກຈັບໃຈ.
     7 ອັບ ຣີໄວຟ ເປັນເຄື່ອງ ດື່ມທີ່ມີສ່ວນປະສົມເກືອແຮ່ ແລະ ມີວິຕາມິນ B3, B6, B12 ທີ່ຈະ ເຮັດໃຫ້ຮູ້ສຶກສົດຊື່ນໃນ ຍາມທີ ອິດເມື່ອຍຈາກແສງແດດ, ຈາກການເຮັດວຽກ ແລະ ອື່ນໆ, ທີ່ ເຮັດໃຫ້ຮ່າງກາຍສູນເສຍນ້ຳ ແລະ ເສຍພະລັງງານ. ດັ່ງນັ້ນ ການດື່ມ 7 ອັບ ຣີໄວຟ ຈະຊ່ວຍຮ່າງກາຍເຮົາໃນເວລາຂາດນ້ຳ ແລະ ທີ່ສຳຄັນແມ່ນເຮັດໃຫ້ຮ່າງ ກາຍຄົນເຮົາສົດຊື່ນ ຂຶ້ນ ແລະ ສ້າງຄວາມໝັ້ນໃຈໃນ ການເຮັດວຽກຢ່າງມີປະສິດທິພາບຕໍ່ໄປ ແລະ ຍັງເປັນເຄື່ອງດື່ມທີ່ຫາຊື້ງ່າຍ ແລະ ລາຄາກໍບໍ່ ແພງ.
     ເຄື່ອງດື່ມດັ່ງກ່າວເປັນຜະລິດຕະພັນໜຶ່ງຂອງບໍລິສັດ ເບຍລາວ ຈຳກັດ ທີ່ຜະລິດຂຶ້ນມາເພື່ອສັງຄົມສາມາດດື່ມໄດ້ທັງ ຜູ້ໃຫຍ່ ແລະ ເດັກນ້ອຍບໍ່ວ່າຈະເປັນຜູ້ ຍິງຖືພາ ຫລື ຜູ້ເຖົ້າ-ຜູ້ແກ່ກໍສາມາດດື່ມໄດ້ໂດຍບໍ່ມີສານທີ່ເປັນອັນຕະລາຍໃດໆ ຕໍ່ຮ່າງກາຍ.

No comments:

Post a Comment