Ad

Ad

17 October 2014

ປະທານ​ປະ​ເທດ ຈູມມາລີ ໄຊຍະສອນ ເນັ້ນໃຫ້ສະມາຄົມຫັດຖະກຳຊຸກຍູ້ສົ່ງເສີມປະຊາຊົນປູກມອນ-ລ້ຽງມ້ອນໃຫ້ຫລາຍ ຂຶ້ນ



    ໃນ​ວັນ​ທີ 16 ​ຕຸລານີ້, ທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ ປະທານ​ປະ​ເທດ​ແຫ່ງ ສ ປປ ລາວ,​ ໄດ້​ໄປ​ຢ້ຽມ​ຊົມງານ​ມະຫາ​ກຳ​ສີມື​ຫັດຖະກຳ​ລາວ​ ຄັ້ງທີ 13 ​ ທີ່​ຈັດ​​ຂຶ້ນ​ແຕ່​ວັນ​ທີ 13 - 19 ​ຕຸລານີ້, ຢູ່ສູນ​ການ​ຄ້າ​ລາວ-​ໄອ​ເຕັກ, ນະຄອນ ຫລວງວຽງຈັນ, ເຊິ່ງ ຈັດ​ໂດຍ​ສະມາຄົມ​ຫັດຖະກຳ​ລາວ​ເພື່ອ​ເປີດ​ໂອກາດ​ໃຫ້ຊາວ​ຊ່າງ​ຫັ​ດຖະກຳ​ລາວໃນ ທົ່ວ​ປະ​ເທດໄດ້​ນຳ​ເອົາ​ສິນຄ້າ​ຫັດຖະກຳ​ຂອງ​ຕົນ​ເຂົ້າ​ຮ່ວມ​ວາງສະ​ແດງ ​ແລະ ຈຳໜ່າຍ, ພ້ອມ​ທັງເປັນເວທີ​ພົບ​ປະ​ແລກປ່ຽນບົດຮຽນ​ນຳ​ກັນ​ເພື່ອ​ຊອກ​ຫາ​ຄູ່​່​ຮ່ວມ​ທຸລະ​ກິດ.
     ໃນ​ໂອກາດ​ນີ້, ທ່ານ ຫານ ຊະນະສີສານ ປະທານ​ສະມາຄົມ​ຫັດຖະກຳ​ລາວ ​​​ໄດ້​ໃຫ້​ຮູ້​ວ່າ:ການ​ມາ​ຢ້ຽມຊົມງານ​ມະຫາ​ກຳ​ສີມື​ຫັດຖະກຳ​ລາວ​ໃນ​ຄັ້ງນີ້, ທ່ານ​ປະທານ​ປະ​ເທດ​​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ​ຊາວ​ຊ່າງ​ຫັດຖະກຳ​ລາວແມ່ນ​ຍັງ​ຄົງຮັກສາວັດທະ ນະ ທຳ, ຮີດຄອງ​ປະ​ເພນີ​ແບບ​ດັ້ງ​ເດີມ​ຂອງ​ລາວ​ໄດ້​ເປັນ​ຢ່າງ​ດີ ແລະ ຮັກສາ​ໄດ້​ສີ​ໄມ້​ລາຍ​ມື​ທີ່​ເປັນ​ເອກະລັກ​ຂອງ​ຊາດ​​, ໂດຍສະ ເພາະທ່ານ​ໄ​ດ້​ໃຫ້​ຄວາມ​ສົນ​ໃຈ​ກ່ຽວກັບການ​ຕ່ຳ​​ແຜ່ນ​ແພພື້ນເມືອງໂດຍ​ໄດ້​ຖາມ​ເຖິງ​ຄວາມ​ຫຍຸ້ງຍາກໃນ​ການ​ຕ່ຳ​ແຜ່ນ, ​ເນື່ອງ​ຈາກ​ວ່າ​ມີ​ບໍລິສັດ​ຕ່ຳ​​ແຜ່ນ​ຫລາຍ​ແຫ່ງແຕ່​ວັດ​ຖຸ​ດິບ​ມີ​ບໍ່​ພຽງພໍ​ກັບ​ຄວາມ​ຕ້ອງການໂດຍ​ສະ​ເພາະ​ແມ່ນ​ເສັ້ນ​ໄໝຈຳນວນ​ໜຶ່ງ​ແມ່ນ ນຳ​ເຂົ້າ​ຈາກຕ່າງ​ປະ​ເທດ​ ​
ເຊິ່ງທ່ານ​ໄດ້​ແນະນຳ​ໃຫ້​ມີ​ການ​ປຸກລະດົມ​ປະຊາຊົນ ​ແລະ ຜູ້​ປະກອບ​ການ​ຫັນ​ມາປູກ​ມອນ-ລ້ຽງ​ມ້ອນ ຜະລິດ​ເປັນ​ເສັ້ນ​ໄໝ​ໃຫ້​ຫລາຍ​ຂຶ້ນ ເພື່ອ​ຮັກສາ​ຄວາມ​ເປັນ​ເອກະລັກ​ຂອງ​ຜະລິດ​ຕະພັນ​ລາວ​ເຮົາໃຫ້​ຢູ່​ຄຽງ​ຄູ່​ກັບ​ຊາດ​ລາວ ແລະ ຄົນ​ລາວຕະຫລອດ​ໄປ.
     ໃນ​ງານ​ມະຫາ​ກຳ​ສີມື​ຫັດຖະກຳ​ລາວ​​ໃນ​ຄັ້ງນີ້, ມີ​ຜະລິດ​ຕະພັນ​ຫັດຖະກຳ​ລາວທີ່​ເປັນ​ສີ​ໄມ້​ລາຍ​ມື​ຂອງ​ຊາວ​ຊ່າງ​ຫັດຖະ ກຳ, ຊາວບ້ານ ​ແລະ ຜູ້​ຜະລິດ​ໃນ​ທົ່ວ​ປະ​ເທດລວມທັງ​ໝົດ 255 ຮ້ານ ທີ່​ປະກອບ​ດ້ວຍ​ຜະລິດ​ຕະພັນ​ແຜ່ນ​ແພ, ແພໄໝ, ແພ​ຝ້າຍ​ພື້ນ​ເມືອງ, ຫັດຖະກຳ​ຕີ​ເງິນ, ຫັດຖະກຳຈັກສານໄມ້, ຫວາຍ, ໄມ້ປ່ອງ, ຜະລິດຕະພັນ​ວັດທະນະທຳ, ເຄື່ອງປັ້ນດິນ​ເຜົ່າ, ກະສິກຳ ແລະ ​ອື່ນໆ.

No comments:

Post a Comment