Ad

Ad

17 October 2014

ການ​ກໍ່ສ້າງ​ທາງ​ເບ​ຕົງ​ຮ່ອມບ້ານ​ຫາດ​ຊາຍ​ຂາວ-ດົງ​ສະຫວາດ ຊັກ​ຊ້າ​ເຮັດ​ໃຫ້ຫລາຍຄອບຄົວ​ເປັນ​ຫ່ວງ​ຄວາມ​ປອດ​ໄພ



     ພາຍຫລັງ​ບໍລິສັດ​ຜູ້ຮັບ​ເໝົາ​ໄດ້ເລີ່​ມລົງມື​ກໍ່ສ້າງ​ເສັ້ນທາງ​ເບ​ຕົງ​ເຂົ້າ​ຮ່ອມບ້ານ​ຫາດ​ຊາຍ​ຂາວ​​ເຊື່ອມຕໍ່​ໃສ່​ບ້ານ​ດົງສະຫວາດ,​ເມືອງ​ຫາດ​ຊາຍຟອງ ນະຄອນ ຫລວງ​ວຽງຈັນ ມີໄລຍະຍາວ ປະມານ 2 ກິໂລກວ່າແມັດ​ແຕ່​ເດືອນ​ເມສາ​ 2014 ​ເປັນຕົ້ນ​ມາ, ອັນ​ໄດ້​ເຮັດ​ໃຫ້​​​ປະຊາຊົນຫລາຍ​ຄອບຄົວທີ່ອາໄສຢູ່ລຽບ​ແຄມ​ທາງ​ຮ່ອມ​ດັ່ງກ່າວ​ໄດ້​​ເສຍ​ສະ ຫລະທັບມ້າງ​ຮົ້ວກຳ​ແພງໜ້າ​ເຮືອນ​ຂອງ​ຕົນ​ອອກ​ຈາກເຂດ ຖືກແລວ​ທາງ ເພື່ອອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ກໍ່ ສ້າງ​ສາມາດ​ສຳ​ເລັດ​ຕາມ​ກຳນົດ​ເວລາ,​ ແຕ່​ມາ​ຮອດ​ປັດຈຸບັນ​ວັນ​ເວລາ​ຜ່ານ​ເລີຍ​ໄປ​ຫລາຍ​ເດືອນ​ແລ້ວ ແລະ ສັງ​ເກດ​ເຫັນ​ວ່າສະ ພາບ​ການ​ກໍ່ສ້າງ​ມີ​ລັກສະນະ​ຊັກ​ຊ້າ, ບາງ​ຍ່ານ​ໄດ້ມີ​ການ​ຂຸດ​ຈົກ​​​ເພື່ອເຮັດ​ຮ່ອງລະບາຍນ້ຳ​ແລ້ວ​ກໍ​ປະປ່ອຍ​ໄວ້, ບາງຈຸດກໍເອົາທໍ່ມາ ວາງກອງກັນປະໄວ້ໂດຍ ບໍ່ມີການກໍ່ ສ້າງຫຍັງອັນ​ເປັນ​ການ ສ່ຽງ​ຕໍ່​ການ​ເກີດ​ອຸປະຕິ​ເຫດ​ສັນ ຈອນ​ໄປມາ​ໃນ​ຍາມ​ຄ່ຳ​ຄືນ ແລະ ສ່ຽງຕໍ່ໂຈນທີ່ຈະເຂົ້າໄປ
ລັກສິ່ງ ຂອງ ວັດຖຸ, ເງິນຄຳໃນເຮືອນ ປະຊາຊົນທີ່ຖືກມ້າງກຳແພງ ອອກແລ້ວນັ້ນໄດ້ງ່າຍ, ​ເຊິ່ງຕໍ່ບັນ ຫານີ້, ທ່ານ​ ພູ​ທົງ ລັດຕະນະ​ວົງ ຫົວ ໜ້າຫ້ອງການ​ໂຍທາ​ທິການ ແລະ ຂົນ​ສົ່ງ ​ເມືອງ​ຫາດ​ຊາຍ​ຟອງ ກໍ​ໄດ້​ຊີ້​ແຈງຕໍ່ນັກຂ່າວ​ວ່າ: ເສັ້ນທາງ​ດັ່ງກ່າວ​ມີແຜນ​ຈະ​ສືບ​ຕໍ່​ກໍ່ສ້າງອີກຢູ່,​ ແຕ່​ວ່າ​ກ່ອນ​ໜ້ານີ້​ເປັນ​ຊ່ວງ​ໄລຍະ​ລະດູຝົນ ຈຶ່ງ​ຕ້ອງ​ຢຸດ​ການ​ກໍ່ສ້າງ​ເອົາ​ໄວ້​ຊົ່ວ ຄາວ, ອີກ​ບັນຫາ​ໜຶ່ງ​ແມ່ນ​ຕ້ອງ​ໄດ້​ຍົກຍ້າຍ​ເສົາ​ໄຟຟ້າ​ແຮງ​ສູງ ແລະ ທໍ່​ນ້ຳ​ປະປາ ອອກ​ຈາກ​ແລວ​ທາງ​ໃຫ້​ໝົດ​ກ່ອນ​ຈຶ່ງ​ສາ ມາດ​ດຳ​ເນີນ​ການ​ກໍ່ສ້າງ​ໄດ້,​ ເຊິ່ງນັບ​ວ່າ​ເປັນ​ສິ່ງ​ກີດຂວາງ​ອັນສຳຄັນຕໍ່​ການ​ກໍ່ສ້າງ ​ແລະ ປັດຈຸບັນ, ລັດ​ວິ​ສາ​ຫະກິດ​ໄຟຟ້າ ລາວ ​ແລະ ບໍລິສັດ ນ້ຳ​ປະປາ ພວມມີ​ແຜນ​ຈະຍົກ​ຍ້າຍບັນດາ​ສິ່ງ​ກີດຂວາງ​ທີ່​ນອນ​ໃນ​ຄວາມ​ຮັບ​ຜິດຊອບ​ຂອງ​ຕົນອອກ​​ໃນ​ໄວໆ​ນີ້.​ ປະຊາຊົນ​ຫລາຍ​ຄອບ ຄົວ​ເຫັນ​ວ່າ: ຖ້າ​ການ​ກໍ່ສ້າງ​ຫາກ​ມີ​ຄວາມ​ຊັກ​ຊ້າປະປ່ອຍ​ແກ່ຍາວ​ເວລາ​ໄປ​ດົນ​ເທົ່າ​ໃດກໍ​ຍິ່ງ​ເຮັດ​ໃຫ້​ປະຊາຊົນ​ມີ​ຄວາມຫຍຸ້ງຍາກສັບ ສົນໃນການສຫນຈອນໄປມາ ແລະ ​ເປັນ​ຫວ່ງທາງ​ດ້ານ​ຊັບ​ສີນ​ຫລາຍ​ຂຶ້ນ,​ ເນື່ອງ​ຈາກ​ວ່າ​ປັດຈຸ ບັນ​ສະພາບ​ຂີ້ລັກ​ງັດ​ແງະ​ເຮືອນ ຊານ​ບ້ານ​ຊ່ອງ​​ເອົາ​ຊັບ​ສີນຂອງ​ປະຊາຊົນ​ແມ່ນ​ເກີດ​ຂຶ້ນ​​ແຜ່ຫຼາຍ. ສະນັ້ນ, ໃນ​ເມື່ອ​ເຮືອນ​ບໍ່​ມີ​ຮົ້ວ, ບໍ່ມີກຳ​ແພງ​ອັດກັ້ນ​ແລ້ວກໍ​ຍິ່ງ​​ເປັນ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ພວກ​ມື​ກາວ​​​ເຂົ້າ​ມາລັກ​​ເອົາຊັບ​ສີນ ຫລື ສັດລ້ຽງ​ອື່ນໆ​ໄປໄດ້​ງ່າຍ, ພ້ອມ​ດຽວ​ກັນນັ້ນ, ສະພາບ​ການ​​ໃຊ້​ລົດ​ໃຊ້ຖະໜົນສັນ ຈອນ​ໄປມາ​ບົນ​ເສັ້ນທາງ​ດັ່ງ ກ່າວຂອງປະຊາຊົນກໍ​ພົບ​ຄວາມ​ຫຍຸ້ງຍາກລຳບາກ​ຂຶ້ນຕື່ມ. ຈຶ່ງ​ຮຽກ ຮ້ອງ​ໃຫ້​ພາກສ່ວນກ່ຽວ ຂ້ອງ​ຈົ່ງ​​ເພີ່ມ​ທະວີ​​ໃນການກະຕຸກ ຊຸກຍູ້​ບໍລິສັດ​ຮັບ​ເໝົາ​ກໍ່ສ້າງ​ໄດ້​ຮີບ​ຮ້ອນ​ສືບ​ຕໍ່ລົງມືກໍ່ສ້າງ​ໃຫ້​ສຳ​ເລັດ​ໂດຍ​ໄວ​ເພື່ອ​ໃຫ້​ບັນຫາ ຕ່າງໆ​ທີ່​ປະຊາຊົນ​ກໍ​ຄື​ສັງຄົມ​ມີ​ຄວາມກັງວົນ ​ແລະ ​ເປັນ​ຫວ່ງໄດ້​ຮັບ​ການ​ແກ້​ໄຂເທື່ອ​ລະ​ກ້າວ, ທັງ​ເຮັດ​ໃຫ້ການ​ສັນຈອນ​ມີ​ຄວາມ​ສະດວກດີກາຍເປັນ​ພື້ນຖານ​ໂຄງ​ລ່າງຕົວ​ແບບ​ທີ່​ມີມາດຕະຖານ ເພື່ອປະກອບສ່ວນຊ່ວຍ​ໃຫ້​ຊີວິດ​ການ​ເປັນ​ຢູ່ກອງ​ປະຊາຊົນ​​​ໃນ ເຂດນັ້ນມີການພັດທະນາປ່ຽນ​ແປງ​ດີຂຶ້ນ.
     ​ທ່ານ​ຫົວໜ້າ​ຫ້ອງການໂຍ ທາທິການ​ ​ແລະ ຂົນ​ສົ່ງ ເມືອງ ຫາດ​ຊາຍ​ຟອງ ກ່າວ​ວ່າ: ທາງ​ຮ່ອມດັ່ງກ່າວ​ມີ​ຄວາມ​ຍາວ 2 ກວ່າ​ກິ​ໂລ​ແມັດ, ໜ້າ​ທາງ​ກວ້າງ 8 ​ແມັດ, ມີ​ມູນ​ຄ່າ​ກໍ່ສ້າງ​ທັງ​ໝົດ 42 ຕື້ກີບ,​ ໂດຍ​​ແມ່ນ​ບໍລິສັດ ​ແສງ​ວິ​ໄຊ ກໍ່ສ້າງ​ຂົວ​ທາງເປັນ​ຜູ້​​ລົງ ທຶນຮັບ​ເໝົາ​ກໍ່ສ້າງກ່ອນ 100% ແລະ ຄາດ​ວ່າ​ຈະ​ໃຫ້​ສຳ​ເລັດ​ໃນ ໄລຍະເວລາ 3 ປີ ​​ແລະ ພາຍຫລັງ​ກໍ່ສ້າງ​ສຳ​ເລັດ​ຈະ​ໄດ້​ນຳ​ໃຊ້​ງົບ ປະມານ​ລັດ​ຊຳລະ​ຄືນ​​​ໃຫ້ໃນ​ແຕ່​ລະ​ສົກ​ປີ ແລະ ນີ້ແມ່ນ​ທາງ​ສາຍ​ໜຶ່ງ​ທີ່​ໄດ້​ຮັບ​ອະນຸຍາດ​ຈາກ​ພາກ ສ່ວນ​ກ່ຽວຂ້ອງ​ໃຫ້​ດຳ​ເນີນ​ການ ກໍ່ສ້າງ​ໃນ​ຮູບ​ແບບ​ເອກ​ກະ​ຊົນ​ລົງທຶນກ່ອນ, ພາຍຫລັງທີ່ລັດ ຖະບານ​ໄດ້​ສັ່ງ​ໂຈະບໍ່​ໃຫ້​ມີ​ການ ລົງທຶນ​ໃນ​ຮູບ​ແບບ​ດັ່ງກ່າວ​ມາ​ໄດ້​ປະມານ 2 ປີ,​ ເນື່ອງ​ຈາກ​ວ່າ: ຮູບແບບການ​ລົງທຶນກ່ອນ​ແມ່ນ​​ເຮັດ​ໃຫ້​ລັດ​ເສຍ​ປະ​ໂຫຍ​ດຫລາຍ​ຍ້ອນມີ​ມູນ​ຄ່າ​ສູງ ແລະ ຫລາຍ​ໂຄງການ​ແມ່ນບໍ່​ມີ​ປະສິດທິ​ຜົນ.

No comments:

Post a Comment