Ad

Ad

17 October 2014

ລາວ-ຣັດເຊຍເພີ່ມທະວີການຮ່ວມມືຂົງເຂດວັດທະນະທຳ ແລະ ທ່ອງທ່ຽວ



     ໃນວັນທີ 15 ຕຸລານີ້, ຢູ່ກະ ຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວ ທ່ານ ສຈ. ດຣ ບໍ່ແສງຄຳ ວົງດາລາ ລັດ ຖະມົນຕີວ່າການກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ມິເກວ ວີ ບາລາ ນອບ (Mikhail V. Baranov) ເອກອັກຄະ ລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມແຫ່ງສະຫະພັນ ຣັດເຊຍປະຈຳ ລາວ ໃນໂອກາດມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດຄົນໃໝ່ປະຈຳລາວ.
     ທ່ານລັດຖະມົນຕີ ສຈ.ດຣ ບໍ່ແສງຄຳ ວົງດາລາ ໄດ້ແຈ້ງໃຫ້ ທ່ານທູດຣັດເຊຍ ຮູ້ວ່າ: ປັດຈຸບັນ ໄດ້ມີການສ້າງຕັ້ງອົງການ ແອັກແມັກຂຶ້ນ, ເຊິ່ງໄດ້ມີການຈັດ ກອງປະຊຸມຂຶ້ນຫລາຍຄັ້ງຢູ່ນະ ຄອນໂຮ່ຈີມິນ ສສ ຫວຽດນາມ ເພື່ອປຶກສາຫາລືກັນກ່ຽວ ກັບ ການຈັດວີຊາດຽວເຂົ້າ-ອອກໄດ້ໃນ 5 ປະເທດ, ຖ້າສຳເລັດກໍຈະ ສາມາດເຮັດໃຫ້ນັກທ່ອງທ່ຽວ ຣັດເຊຍທີ່ຈະເຂົ້າມາ
ທ່ອງທ່ຽວ ສປປ ລາວ ສະດວກສະບາຍຂຶ້ນ ໂດຍຜ່ານໄທ, ຫວຽດນາມ, ກຳ ປູເຈຍ ແລະ ມຽນມາ. ປັດຈຸບັນກຳລັງປະຕິ ບັດຢູ່ 2 ປະເທດຄື: ໄທ ແລະ ກຳປູເຈຍ. ໃນປີຜ່ານ ມາ ມີນັກທ່ອງທ່ຽວຣັດເຊຍເຂົ້າ ມາທ່ອງທ່ຽວໃນລາວ 10 ພັນ ກວ່າຄົນ ແລະ ຄາດວ່າໃນອະນາຄົດຈະມີນັກທ່ອງທ່ຽວຣັດ ເຊຍເຂົ້າມາລາວເພີ່ມຂຶ້ນ.
     ທ່ານລັດຖະມົນຕີວ່າການ ໄດ້ກ່າວຕື່ມວ່າ: ດ້ານສື່ມວນຊົນ ແມ່ນກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເປັນຜູ້ຄຸ້ມຄອງ ແລະ ເຮັດໜ້າທີ່ ເປັນກະບອກສຽງຂອງພັກ ແລະ ລັດຖະບານ, ເຊິ່ງປະກອບມີ: ໂທລະພາບ, ສື່ສິ່ງພິມ, ວິ ທະຍຸ. ນອກນີ້ຍັງມີຜູ້ຕາງໜ້າສື່ຕ່າງປະເທດທີ່ປະຈຳຢູ່ລາວເຊັ່ນ: ວິທະຍຸສາກົນປັກກິ່ງ, ວິທະຍຸ ແລະ ໂທລະພາບຫວຽດ ນາມ.
     ທູດຣັດເຊຍ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ພ້ອມທັງແຈ້ງໃຫ້ຮູ້ ວ່າ: ຣັດເຊຍໄດ້ສ້າງສູນວິ ທະຍາສາດວັດທະນະທຳຣັດເຊຍຢູ່ລາວ, ເຊິ່ງຈະເປັນຈຸດລວມ ໃນການເຜີຍແຜ່ວັດທະນະທຳ ແລະ ວິທະຍາສາດຣັດເຊຍ ໂດຍການຄຸ້ມຄອງຂອງກະຊວງການຕ່າງປະເທດຣັດເຊຍ ແລະ ປັດຈຸ ບັນກະຊວງການຕ່າງປະເທດ ສປປ ລາວ ໄດ້ກຽມຍົກ ເວັ້ນວີຊາໃຫ້ຄົນຮົດເຊຍທີ່ຖືໜັງສືຜ່ານແດນປະຊາຊົນເຂົ້າມາລາວທີ່ຢູ່ ໄດ້ 30 ວັນ, ຖ້າຫາກຣັດເຊຍ ແລະ ສປປ ລາວ  ລົງ ນາມສັນຍາຍົກເວັ້ນວີຊາກໍຈະເຮັດໃຫ້ນັກທ່ອງທ່ຽວຣັດເຊຍເຂົ້າມາທ່ຽວຢູ່ລາວຫລາຍຂຶ້ນ.

No comments:

Post a Comment