Ad

Ad

17 October 2014

ອີຢູ ແລະ ລາວ ຍົກສູງການຮ່ວມມືດ້ານການສຶກສາຊັ້ນສູງ




    ວັນທີ 16-17 ຕຸລານີ້, ສະຫະພາບເອີລົບຮ່ວມກັບກະຊວງສຶກສາທິການ ແລະ ກິລາ ແລະ ມະຫາວິທະຍາໄລແຫ່ງຊາດ ລາວ, ຈັດກອງປະຊຸມປຶກສາຫາລືເພື່ອເພີ່ມ ທະວີການຮ່ວມມືດ້ານການສຶກສາຊັ້ນສູງ, ຂຶ້ນຢູ່ມະຫາວິທະຍາໄລດັ່ງກ່າວຢູ່ນະ ຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມ ຂອງທ່ານນາງ ແສງເດືອນ ຫລ້າຈັນທະ ບູນ ລັດຖະມົນຕີຊ່ວຍ ວ່າການກະຊວງສຶກ ສາທິການ ແລະ ກິລາ, ທ່ານ ມີແຊນ ໂກ ແຟຣງ ອຸປະທູດສຳນັກງານຜູ້ ຕາງໜ້າສະຫະພາບເອີຣົບປະຈຳລາວ, ພ້ອມ ດ້ວຍທູ ຕານຸທູດປະ ເທດສະມາຊິກອີຢູ, ເຈົ້າໜ້າທີ່ ອາວຸໂສດ້ານການສຶກສາ, ອະທິ ການບໍດີ, ຮອງອະທິການບໍດີ ແລະ ເຈົ້າໜ້າ ທີ່ລະ ດັບສູງຈາກ ຂະແໜງການກ່ຽວຂ້ອງສອງ ຝ່າຍເຂົ້າຮ່ວມນຳອີກ.
     ກອງປະຊຸມດັ່ງກ່າວແມ່ນ ມີຄວາມສຳຄັນຫລາຍໃນການ ຍົກສູງການແລກປ່ຽນດ້ານການສຶກສາ ແລະ ການພົວພັນລະ ຫວ່າງລາວ ແລະ ເອີຣົບ, ຊຶ່ງ ອາດຜ່ານການພົວພັນໂດຍກົງ ລະຫວ່າງສອງພາກສ່ວນ ແລະ ການແລກປ່ຽນດ້ານວິຊາການ ອື່ນໆ, ຊຶ່ງຈະຊ່ວຍໃຫ້ລາວ ແລະ ເອີຣົບເຂົ້າອົກເຂົ້າໃຈກັນຫລາຍ ຂຶ້ນ ແລະ ຍັງສາມາດເຮັດວຽກ ຮ່ວມກັນໄດ້ຢ່າງໃກ້ຊິດ.
ບັນດາ ຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ຈະ ໄດ້ຮ່ວມກັນປຶກສາຫາລືກ່ຽວກັບບັນຫາຕ່າງໆທີ່ເປັນບູລິມະສິດ ຂອງຂະແໜງການ ສຶກສາຊັ້ນສູງຂອງ ສປປ ລາວ, ການຮ່ວມມື ລະດັບພາກພື້ນ ລະຫວ່າງສະຫະ ພາບເອີຣົບ ແລະ ບັນດາປະເທດ ສະມາຊິກ ອາ ຊຽນ ແລະ ການຖອນຖອນບົດຮຽນຈາກກິດຈະ ກຳການຮ່ວມມືໃນຂອບເຂດຂະແໜງການສຶກສາຊັ້ນສູງລະ ຫວ່າງບັນ ດາສະ ຖາບັນທີ່ເປັນຄູ່ ຮ່ວມໃນ ສປປ ລາວ ແລະ ສະຫະ ພາບເອີຣົບ. ນອກຈາກນີ້ ຍັງ ຈະໄດ້ມີການສະເໜີກາລະໂອ ກາດດ້ານທຶນ ການສຶກສາຂອງ ສະຫະພາບເອີຮົບ ແລະ ບາງ ປະເທດສະມາຊິກອີຢູໃຫ້ແກ່ຜູ້ທີ່ມີຄວາມສົນໃຈ ແລະ ໂອກາດ ສຳລັບບັນດາ ສະຖາບັນການສຶກສາຊັ້ນສູງຂອງລາວ, ໃນການ ຮ່ວມມືກັບຂະແໜງການສຶກສາ ຊັ້ນສູງຂອງສະຫະພາບເອີຣົບ ຫລາຍຂຶ້ນ.
     ທ່ານອຸປະທູດສຳນັກງານ ຜູ້ຕາງໜ້າສະຫະພາບເອີຣົບປະ ຈຳລາວກ່າວວ່າ: ເນື່ອງຈາກ ການສຶກສາທີ່ມີຄຸນນະພາບເປັນ ສິ່ງຊຸກດັນການພັດທະນາທີ່ແຂງແຮງ ແລະ ຍືນຍົງ, ການເຕີບໂຕ ທາງດ້ານເສດຖະກິດ ແລະ ເປັນ ປັດໄຈອັນຕົ້ນຕໍໃນການ ຕ້ານກັບຄວາມທຸກຍາກ, ອີຢູຈຶ່ງມີຄວາມ ພ້ອມທີ່ຈະໃຫ້ການຊ່ວຍເຫລືອ ສປປ ລາວ ໃນການຍົກລະດັບ ຄວາມສາມາດຂອງ ຊັບພະຍາກອນມະນຸດເພື່ອປະກອບສ່ວນເຂົ້າໃນຂະບວນການເຊື່ອມໂຍງເຂົ້າສູ່ປະຊາຄົມເສດຖະກິດພາກພື້ນ ແລະ ນອກ ຈາກນີ້ ການສຶກສາ ຍັງເປັນໜຶ່ງໃນສາມຂະແໜງ ການບຸລິມະສິດທີ່ອີຢູໄດ້ໃຫ້ການຊ່ວຍເຫລືອ, ຊິ່ງໃນໄລຍະອັນ ໃກ້ໆນີ້ ອີຢູຈະໄດ້ສະໜອງວົງ ເງິນ 15 ລ້ານເອີໂຣ, ສຳລັບສົກ ປີ 2014-2015, ເພື່ອຮັບປະກັນ ການເຂົ້າເຖິງການສຶກສາຂັ້ນ ພື້ນຖານທີ່ສະເໝີພາບ ແລະ ຍັງຈະ ໃຫ້ການຊ່ວຍເຫລືອໃນການສ້າງຄວາມເຂັ້ມແຂງດ້ານການວາງ ແຜນ, ການເງິນ ແລະ ງົບປະ ມານຂອງລາວນຳອີກ.
     ນັບແຕ່ປີ 2004 ເປັນຕົ້ນມາ, ເອລັສມູສ ມູນດູສ ຂອງສະຫະ ພາບເອີຣົບຍັງໄດ້ໃຫ້ທຶນນັກສຶກສາລາວຈຳນວນ 242 ຄົນ ເພື່ອ ໄປສຶກສາຕໍ່ໃນລະດັບຕ່າງໆ ເຊັ່ນ: ການເຝິກອົບຮົມ, ປະລິນ ຍາຕີ, ປະລິນຍາໂທ, ປະລິນຍາ ເອກ ແລະ ການຄົ້ນຄວ້າ ໃນບັນປະເທດສະມາຊິກອີຢູ.

No comments:

Post a Comment