Ad

Ad

17 October 2014

ລາວສະເຫຼີມສະຫຼອງວັນອາ ຫານໂລກ 16 ຕຸລາຄົບຮອບ 69 ປີ



        ກະຊວງກະສິກຳ ແລະ ປ່າ ໄມ້ຮ່ວມກັບອົງການອາຫານ ແລະ ການກະເສດ ແລະ ແຂວງ ຊຽງຂວາງໄດ້ຈັດງານສະເຫຼີມ ສະຫຼອງວັນອຫານໂລກ (16ຕຸ ລາ), ຄົບຮອບ 69 ປີ, ຂຶ້ນໃນ ວັນທີ 16 ຕຸລານີ້, ຢູ່ແຂວງຊຽງ ຂວາງ, ໂດຍການເຂົ້າ ຮ່ວມ ຂອງທ່ານ ດຣ ພວງປະຣິສັກ ປຣະວົງ ວຽງຄຳ ລັດຖະມົນຕີ ຊ່ວຍວ່າ ການກະຊວງກະສິກຳ ແລະ ປ່າໄມ້, ທ່ານ ດວງຈິດ ຈັ້ງ ໄຊຫ່ວາງ ຮອງເຈົ້າແຂວງ ຊຽງ ຂວາງ,      ທ່ານ ດຣ ສະຕີເຟັນ  ຣູດກາດ ຜູ້ຕ່າງໜ້າອົງການອາ ຫານ ແລະ ການກະເສດແຫ່ງ ສະຫະປະຊາຊາດປະຈຳລາວ, ມີຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ, ພ້ອມ ດ້ວຍພາກສ່ວນກ່ຽວ ຂ້ອງ ອື່ນໆ ເຂົ້າຮ່ວມເປັນຈຳນວນຫຼາຍ.
    ລັດຖະມົນຕີຊ່ວຍວ່າການ ກະຊວງກະສິກຳ ແລະ ປ່າໄມ້ ກ່າວໃນພິທີວ່າ: ປີນີ້ປະເທດເຮົາ ສະເຫຼີມສະຫຼອງວັນອາຫານ ໂລກເປັນຄັ້ງທີ 34 ພາຍໃຕ້ຄຳ ຂວັນ: “ ເຮັດກະສິກຳແບບຄອບ ຄົວສະໜອງສະບຽງອາຫາໃຫ້ ແກ່ມວນມະນຸດ, ເອົາໃຈໃສ່ດູ ແລຮັກສາໂລກ ”, ຊຶ່ງໃນສານ ຂອງເອກອະທິບໍດີຂອງອົງການອາຫານ ແລະ ການກະເສດປີນີ້ ແມ່ນນັ້ນໃສ່ການສືບຕໍ່ເອົາໃຈ
ໃສ່ ຮັບປະກັນການຄ້ຳປະກັນສະ ບຽງອາຫານໃຫ້ມະນຸດໃນທົວ ໂລກ, ກໍຄືການຮຽກຮ້ອງໃຫ້ ທຸກປະເທດໃນໂລກສືບຕໍ່ລົງ ທຶນ ໃສ່ການຜລິດກຳສິກຳ ແລະ ສະ ບຽງອາຫານໃຫ້ພຽງພໍ, ຄົບ ຖ້ວນທາງດ້ານໂພສະນາການ ແລະ ມີຄວາມຍືນຍົງ, ຊຶ່ງລັດຖະ ບານລາວເຮົາໄດ້ຖືເອົາວຽກ ງານດັ່ງກ່າວເປັນວຽກງານບຸລິມະສິດໃນໂຄງປະກອບເສດຖະ ກິດແຕ່ໃດໆມາແລ້ວ, ດັ່ງທີ່ພວກ ເຮົາຮູ້ນຳກັນແລ້ວວ່າ: ຄວາມ ທຸກຍາກ ແລະ ຄວາມອຶດຫິວ ເປັນບັນຫາໃຫຍ່ຂອງໂລກມາ ຫຼາຍສັດຕະວັດ, ບັນດາປະຊາ ຊາດໃນໂລກໄດ້ມີການເຄື່ອນໄຫວດ້ວຍຫຼາຍຮູບການເພື່ອຕໍ່ສູ້ກັບຄວາມທຸກຍາກ, ດັ່ງນັ້ນ ກອງປະຊຸມສະມັດຊາໃຫຍ່ຂອງອົງ ການສະຫະປະຊາຊາດປີ 1980 ໄດ້ກຳນົດເອົາວັນທີ 16 ຕຸລາຂອງທຸກໆປີເປັນວັນອາ ຫານໂລກ ( World food day), ໂດຍມອບໃຫ້ບັນດາປະເທດສະ ມາຊິກເຕົ້າໂຮມອົງການຈັດຕັ້ງ ທາງສັງຄົມຈັດກິດຈະກຳຕ່າງໆ ເພື່ອປຸກລະດົມຂະບວນການ ແລະ ລະດົມທຶນຮອນເຂົ້າໃນ ວຽກງານລຶບລ້າງຄວາມທຸກ ຍາກ, ໂດຍສະເພາະແມ່ນການ ຜະລິດກະສິກຳ, ເພື່ອຄ້ຳປະກັນ ສະບຽງອາຫານ ແລະ ຍັງແມນ ວຽກງານໜຶ່ງທີ່ສຳຄັນທີ່ສຸດ, ເພື່ອຮັດໃຫ້ປະເທດມີສະຖຽນລະພາບດ້ານການເມືອງ ແລະ ເສດ ຖະກິດ, ຊຶ່ງໝາຍເຖິງການກິນ ອີ່ມ, ນຸ່ງອຸ່ນຂອງປະຊາຊົນ.
   ລັດຖະມົນຕີຊ່ວຍກ່າວວ່າ: ປັດຈຸບັນ ສປປ ລາວ ພວກເຮົາມີ ພົນລະເມືອງທັງໝົດປະມານ 6 ລ້ານກວ່າຄົນ, ໃນນັ້ນຫຼາຍ ກວ່າ 80% ແມ່ນອາໄສຢູ່ເຂດຊົນນະ ບົດ ແລະ ສ່ວນໜຶ່ງຍັງຢູ່ຢ່າງ ກະແຈກກະຈາຍໃນເຂດຫ່າງໄກສອກຫຼີກ, ຊຶ່ງປະເທດ ເຮົາຍັງນອນຢູ່ໃນປະເທດທີ່ພວມພັດທະ ນາ ເຖິງວ່າເສດຖະກິດໄດ້ຜະ ເຊີນກັບຜົນກະທົບກັບວິກິດການດ້ານການເງິນ ໃນ ພາກພື້ນ ແລະ ໄພທຳມະຊາດກໍຕາມ, ພັກ ແລະ ລັດຖະບານຍາມໃດກໍໄດ້ເອົາໃຈໃສ່ເຂົ້າໃນວຽກງານການຜະລິດສະບຽງ ອາຫານ ແລະ ການຄ້ຳ ປະກັນສະບຽງອາຫານຂອງປະຊາຊົນບັນດາເຜົ່າ, ຊຶ່ງໄດ້ກຳ ນົດລະອຽດໃນມະຕິກອງປະຊຸມໃຫຍ່ຄັ້ງທີ່ 9 ຂອງພັກ, ທີ່ມີການ ກຳນົດແຈ້ງແຜນຍຸດທະສາດ ການພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດນັບແຕ່ນີ້ຮອດປີ 2015, ໂດຍຖືເອົາເສດຖະກິດ ເປັນໃຈກາງ, ຕິດພັນກັບຄວາມ ສົມດູນລະຫວ່າງການການພັດ ທະນາເສດຖະກິດກັບການພັດທະນາ ສັງຄົມ, ປົກປັກຮັກສາ ແລະ ຟື້ນຟູສະພາບແວດລ້ອມ, ການ ພັດທະນາຕົວເມືອງ ແລະ ຊົນນະ ບົດ, ສຸມໃສ່ການພັດທະນາ ເສດ ຖະກິດໃຫ້ເຕີບໂຕໄວ, ຕິດພັນ ກັບການພັດທະນາທີ່ໝັ້ນທ່ຽງ, ໝັກແໜ້ນ ແລະ ຍືນຍົງ, ພ້ອມກັບ ການຊຸກຍູ້ການພັດ ທະນາເສດຖະກິດຢ່າງຮອບດ້ານ ແລະ ຄົບ ຊຸດ, ໄປຕາມກົນໄກເສດຖະກິດ ຕະຫຼາດເພື່ອສ້າງປະເທດຊາດ ຕາມທິດກ້າວຂຶ້ນ ສັງຄົມນິຍົມ ແນ່ໃສ່ສ້າງປະເທດໃຫ້ເຂັ້ມແຂງປະຊາຊົນຮັ່ງມີຜາສຸກ ສັງຄົມມີ ຄວາມສະຫງົບສາມັກຄີປອງ ດອງເປັນປຶກແຜ່ນ ມີປະຊາທິປະ ໄຕຍຸຕິທຳ ແລະ ສີໄວໄລ, ຊຶ່ງລັດ ຖະບານກໍຄືກະຊວງກະສິກຳ ແລະ ປ່າໄມ້ ຍາມໃດກໍຕີລາຄາ ສູງຕໍ່ການເອົາໃຈ ໃສ່ຂອງອົງ ການອາຫານ ແລະ ການກະເສດ ແລະ ວົງຄະນະຍາດສາກົນ ກໍຄື ຄູ່ຮ່ວມພັດທະນາຕ່າງໆຕໍ່ການ ປະກອບສ່ວນ ຊ່ວຍເຫຼືອໃນການພັດທະນາຂະແໜງກະສິກຳ ແລະ ປ່າໄມ້ຂອງລາວ, ເຮັດໃຫ້ການ ຜະລິດສະບຽງອາຫານຢູ່ລາວ ໃນຊຸມປີ ຜ່ານມາໄດ້ມີການຂະ ຫຍາຍຕົວນັບທາງດ້ານປະລິ ມານ ແລະ ຄຸນນະພາບ, ການ ຜະລິດສິນຄ້າກະສິກຳນັບມື້ຫຼາຍຂຶ້ນ ແລະ ສາມາດກ້າວໄປສູ່ອຸດ ສາຫະກຳທັນສະໄໝເທື້ອລະກ້າວ.

No comments:

Post a Comment