Ad

Ad

17 October 2014

ສານ​ນະຄອນຫລວງ​ຕັດ​ສິນ​ຜູ້​ຄ້າ​ຢາ​ເສບ​ຕິດ​ຈຳ​ຄຸກ 13 ປີ



     ​ໃນ​ວັນ​ທີ 15 ຕຸລາ​ຜ່ານ​ມາ, ສານ​ປະຊາຊົນນະຄອນຫລວງ​ວຽງ​ຈັນ,​ ໄດ້​ຕັດ​ສິນ​ລົງ​ໂທດ​ທ້າວ ​ໂອ​ທອງ ອາຍຸ 45 ປີ​ ຢູ່​ບ້ານ​ຊຽງ​ດາ ​ເມືອງ​ໄຊ​ເສດ​ຖາ ນະຄອນຫລວງ​ວຽງ​ຈັນ​ ໃຫ້​ຈຳ​ຄຸກ​ເປັນ​ເວລາ 13 ປີ ​ແລະ ປັບ​ໃໝ​ 222 ລ້ານ​ກີບ.
     ​ເຈົ້າ​ໜ້າ​ທີ່​ໃຫ້​ຮູ້​ວ່າ: ທ້າວ​ໂອ​ທອງ ​​ໄດ້​ເຄື່ອນ​ໄຫວ​ຄ້າຂາຍ​ຢາ​ເສບ​ຕິດ​ໃນ​ນະຄອນຫລວງ​ວຽງ​ຈັນ​ ​ແລະ ​ເປັນ​ເປົ້າ​ໝາຍ​ຕິດ ຕາມ​ຂອງ​ເຈົ້າ​ໜ້າ​ທີ່ມາ​ເປັນ​ເວລາດ​ົນນານ​ແລ້ວ ​ແລະ ສາມາດຈັບ​ຕົວ​ໄດ້​ເມື່ອ​ທ້າຍ​ເດືອນ​ເມສາ 2014 ພາຍຫລັງ​ເຂົ້າ​ກວດ​ຄົ້ນ​ເຮືອນ​ຂອງ​ຜູ້ກ່ຽວ ​ແລະ ພົບ​ຢາ​ບ້າ​ຈຳ ນວນ 1900 ​ເມັດ​ຊຸກ​ເຊື່ອງ​ໄວ້​ຢູ່​ກະຕ່າ​ຂີ້​ເຫຍື້ອຫລັງ​ເຮືອນຈຶ່ງ​ຖືກ ຈັບ​ຕົວ​ມາ​ດຳ​ເນີນ​ຄະດີ​ຕາມ​ລະ ບຽບກົດໝາຍ.

No comments:

Post a Comment