Ad

Ad

20 October 2014

ຕ້ອງການທຶນປະມານ 10 ຕື້ເພື່ອ ສ້ອມແປງເສັ້ນທາງເປ່ເພຢູ່ 4 ເມືອງໃນນະຄອນຫລວງ



     ຄືດັ່ງທີ່ເຮົາຮູ້ນຳກັນແລ້ວ, ໃນລະດູຝົນທີ່ຜ່ານມາໄດ້ເກີດມີສະພາບຖະໜົນຫົນທາງຫລາຍ ເສັ້ນຢູ່ໃນ 4 ຕົວເມືອງນະ ຄອນຫລວງວຽງຈັນ, ໄດ້ເປ່ເພເປັນ ບວກເປັນຂຸມຫລາຍເສັ້ນ, ເນື່ອງຈາກຝົນຕົກແຮງຕິດຕໍ່ກັນບາງຈຸດໄດ້ເກີດມີນ້ຳຖ້ວມ, ໂດຍສະ ເພາະເສັ້ນທາງໃນເຂດ ພື້ນທີ່ຕ່ຳ, ສ້າງຄວາມຫຍຸ້ງຍາກ ໃຫ້ແກ່ການສັນຈອນໄປມາຂອງຜູ້ຄົນນັບເປັນຈຳນວນ ບໍ່ໜ້ອຍ ແລະ ຕາມລົງກວດກາຂອງອົງ ການພັດທະນາ ແລະ ບໍລິຫານ ຕົວເມືອງໃຫ້ຮູ້ວ່າ: ຢ່າງໜ້ອຍ ຕ້ອງໃຊ້ງົບປະມານ 10 ຕື້ກີບ ຈຶ່ງ ຈະຟື້ນຟູການເປ່ເພເສຍຫາຍດັ່ງກ່າວຄືນສູ່ປົກກະຕິໄດ້.
     ໃນໄລຍະຜ່ານມາທາງອົງ ການພັດທະນາ ແລະ ບໍລິຫານຕົວເມືອງ (ອພບ) ໄດ້ລົງທຶນໃນ ສ່ວນໃດສ່ວນໜຶ່ງໃນການສ້ອມ ແປງຖົມບວກຂຸມ ແລະ ຕາບຂຸມ ຂະໜາດນ້ອຍ, ໃຫຍ່ສຳເລັດໄປ ຫລາຍເສັ້ນເປັນຕົ້ນເສັ້ນທາງວົງວຽນອ້ອມຂ້າງ ຫ້ອງວ່າ ການລັດຖະບານ, ໜ້າໂຮງຮຽນປະຖົມ ນາໄຮ່ດຽວ, ໄຟແດງໂຮງກາຍະ ສິນ ແລະ ອື່ນໆ. ນອກຈາກນີ້, ຍັງມີຫລາຍຈຸດທີ່ຍັງ ລໍຖ້າງົບປະມານເພື່ອຮັບໃຊ້ເຂົ້າໃນການ ສ້ອມແປງເປັນຕົ້ນແມ່ນເສັ້ນທາງ ຊອຍ, ທາງຮ່ອມທີ່ຈຳເປັນຢູ່ 4 ຕົວເມືອງຄື
ເມືອງສີສັດຕະນາກ, ໄຊເສດຖາ, ຈັນທະບູລີ ແລະ ສີໂຄດຕະບອງ, ຕໍ່ກັບບັນ ຫານີ້ ຄະນະຮັບຜິດຊອບອົງການ ອພບ ຍັງໄດ້ ເນັ້ນຕື່ມວ່າ: ການກໍ່ສ້າງ ແລະ ສ້ອມແປງເສັ້ນທາງທີ່ເປ່ເພ ສ່ວນໃຫຍ່ແມ່ນ ອາໄສແຕ່ລັດລົງທຶນ ເຖິງຢ່າງໃດກໍດີເພື່ອເຮັດໃຫ້ ຄຳຂວັນ 6 ສ ຂອງນະຄອນຫລວງບັນລຸໄດ້. ຫລາຍພາກ ສ່ວນຢູ່ໃນສັງຄົມ ຈະຕ້ອງມີສ່ວນຮ່ວມນຳກັນຕົວຢ່າງເມື່ອບໍ່ດົນ ຜ່ານມາລັດວິສາຫະກິດຖືຫຸ້ນລາວໄດ້ມອບເງິນຈຳນວນ 20 ລ້ານກີບ ແລະ ທະນາຄານການ ຄ້າຕ່າງປະເທດຈຳນວນ 5 ລ້ານ ກີບໃຫ້ແກ່ຫ້ອງວ່າການນະຄອນຫລວງເພື່ອປະກອບສ່ວນເຂົ້າໃນການ ສ້ອມແປງເສັ້ນທາງເປ່ເພ, ຄາດວ່າໃນຕໍ່ໜ້າຈະມີບັນ ດາຫົວໜ່ວຍການຜະລິດລວມໄປເຖິງ ບັນດາຊັ້ນຄົນຕ່າງໆກໍຈະໄດ້ໃຫ້ ການຮ່ວມມືສະຫລະວັດຖຸປັດໄຈຂອງ ຕົນປະກອບສ່ວນເຂົ້າໃນ ການພັດທະນາຖະໜົນຫົນທາງຢູ່ໃນນະຄອນ ຫລວງໃຫ້ ມີໃບໜ້າໃໝ່ທີ່ສວຍງາມ.

No comments:

Post a Comment