Ad

Ad

20 October 2014

ລັດຖະບານອັງກິດ​ຊ່ວຍ​ເຫລືອວຽກງານເກັບ​ກູ້ລະ​ເບີດ​ບໍ່ທັນ​ແຕກ​ຢູ່ລາວມູນຄ່າ 2,6 ລ້ານໂດລາສະຫະລັດ​



    ທ່ານ ຟີລິບ ມາລອນ ເອກ ອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສະຫະຣາຊະອາ ນາຈັກອັງກິດ ປະຈຳລາວ ໄດ້ ກ່າວ​ໃນ​ວັນ​ທີ 17 ຕຸລານີ້ວ່າ: ລັດ ຖະບານອັງກິດ, ​ໄດ້​ຈະໃຫ້ການ​ຊ່ວຍ​ເຫລືອທຶນ​ຈຳນວນ 2,2 ລ້ານ ​ປອນ ຫລື ປະມານ 2,6 ຕື້ ກີບ, ເພື່ອ​ສະໜັບສະໜູນ​ວຽກ ງານ​ເກັບ​ກູ້ລະ​ເບີດ​ບໍ່ທັນແຕກທີ່ ຕົກຄ້າງຢູ່ ສປປ ລາວ.   
        ທ່ານຫົວໜ້າຫ້ອງການຄະ ນະກຳມະການຄຸ້ມຄອງແຫ່ງ ຊາດເພື່ອແກ້ໄຂບັນ ຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ພູຂຽວ ຈັນທະສົມບູນ ໃຫ້ຮູ້ວ່າ: ເຖິງວ່າສົງຄາມໄດ້ສິ້ນ ສຸດລົງ ເກືອບ 40 ປີຜ່ານມາແຕ່ລະເບີດບໍ່ທັນແຕກກໍ ຍັງສືບສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນເຮັດໃຫ້ມີຜູ້ບາດເຈັບ ແລະ ເສຍຊີວິດຢ່າງຕໍ່ ເນື່ອງໂດຍສະເພາະແຕ່ປີ 2010 ມາເຖິງປັດຈຸບັນສະເລ່ຍປະມານ 80 ຄົນຕໍ່ປີ, ລະເບີດບໍ່ທັນແຕກ ຍັງເປັນອຸປະສັກອັນໃຫຍ່ຫລວງຕໍ່ການພັດທະ ນາ ເສດຖະກິດ-ສັງຄົມແຫ່ງຊາດເຮັດໃຫ້ ສປປ ລາວ ຍັງຕົກຢູ່ໃນປະເທດ
ທຸກຍາກ. ດ້ວຍເຫດນີ້ການຊ່ວຍເຫລືອ ດ້ານທຶນ ແລະ ເຕັກນິກວິຊາ ການຈາກບັນດາອົງການຈັດຕັ້ງສາກົນ ແລະ ປະເທດ ຕ່າງໆ, ລັດຖະບານລາວກໍໄດ້ເອົາໃຈໃສ່ ແລະ ນຳໃຊ້ເພື່ອແກ້ ໄຂບັນຫາລະເບີດບໍ່ທັນແຕກ.  
        ສະຫະຣາຊະອານາຈັກອັງກິດກໍແມ່ນປະ ເທດໜຶ່ງທີ່ໃຫ້ທຶນສະໜັບສະໜູນວຽກງານດັ່ງກ່າວ ໃນໄລຍະຜ່ານມາປະ ມານ 7 ລ້ານໂດລາສະຫະລັດ. ສະເພາະການປະກາດຈະ ຊ່ວຍເຫລືອໃນຄັ້ງນີ້ໄດ້ມອບໃຫ້ອົງການ ຮາ ໂລທັດ ແລະ ອົງການ ແມັກຈັດຕັ້ງປະຕິບັດເກັບກູ້ລະເບີດບໍ່ທັນແຕກຢູ່ແຂວງຊຽງຂວາງ ແລະ ແຂວງສະຫວັນນະ ເຂດ.
   ຫົວໜ້າ ຄຊກລ ໄດ້ຕາງໜ້າລັດຖະບານສະແດງຄວາມຂອບໃຈຕໍ່ລັດຖະບານສະຫະຣາຊະອານາຈັກອັງກິດທີ່ໄດ້ໃຫ້ການ ຊ່ວຍເຫລືອແກ່ລາວໂດຍທຶນດັ່ງກ່າວຈະນຳໃຊ້ເຂົ້າໃນການເກັບກູ້ລະ ເບີດບໍ່ທັນແຕກອອກຈາກພື້ນທີ່ ຈຸດສຸມ ແລະ ເຂດໂຄງ ການພັດທະນາຂອງລັດຖະບານ, ນັບ ທັງການຊ່ວຍເຫລືອປິ່ນປົວຟື້ນຟູສຸຂະພາບ ແລະ ສົ່ງເສີມໃຫ້ຜູ້ລອດຊີວິດໄດ້ມີອາຊີບ ຊ່ວຍເຫລືອຕົນເອງໄດ້. ຢ່າງໃດກໍຕາມການແກ້ໄຂບັນຫາລະເບີດບໍ່ທັນແຕກໄລຍະ 10 ກວ່າປີຜ່ານມາສາມາດປະຕິບັດໄດ້ ພຽງ 40 ພັນເຮັກຕາ ແລະ ທຳລາຍລະເບີດຊະນິດຕ່າງໄດ້ 1 ລ້ານກວ່າ ໜ່ວຍ.

No comments:

Post a Comment