Ad

Ad

20 October 2014

ກະຊວງ​ແຜນການ ແລະ ການ​ລົງທຶນ​ ປະກາດ​ສັບຊ້ອນ​ພະນັກງານການ​ນຳ​



     ໃນ​ວັນ​ທີ 17 ​​ຕຸລາຜ່ານມາ, ກະຊວງ​ແຜນການ ​ແລະ ການ​ລົງທຶນ​(ຜທ), ໄດ້​ມີພິທີ​ປະກາດ ແຕ່ງຕັ້ງທ່ານ ດຣ ກິ​ແກ້ວ ຈັນ ທະ​ບູຣີ ອະດີດ​ຫົວໜ້າ​ຫ້ອງ​ການ​ກະ ຊວງເປັນ​ລັດຖະມົນຕີ​ຊ່ວຍ​ວ່າ ການ​ກະຊວງແຜນການ ແລະ ການລົງທຶນ, ສ່ວນທ່ານ ສົມ​ຈິດ ອິນ​ທະ​ມິດ ອະດີດ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງແຜນການ ແລະ ການລົງທຶນ​​​ແມ່ນໄປ​ຮັບ​ໜ້າ​ທີ່​ໃໝ່​ຢູ່​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ. ພ້ອມ​ດຽວ​ກັນນີ້,​ໄດ້​​ແຕ່ງຕັ້ງຮອງ​ຫົວໜ້າ​ກົມ​ຮ່ວມ​ມື​ສາກົນ​ຈຳນວນ 2 ທ່ານ ​ແລະ ຮອງ​ຫົວໜ້າ​ຫ້ອງການ​ຄະນະ​ກຳມາ​ທິການ​ຮ່ວມ​ມືລາວ- ຫວຽດນາມ ​ເພີ່ມ​ອີກ 1 ທ່ານ.
     ໃນ​ໂອກາດ​ນີ້, ທ່ານ ສົມ​ດີ ດວງ​ດີ ລັດຖະມົນຕີ​ວ່າການກະ ຊວງ​ແຜນການ ​ແລະ ການ​ລົງ ທຶນ, ໄດ້​ໂອ້​ລົມ​ຕໍ່​ພິທວ່າ: ການ​ສັບ​ປ່ຽນ​ບ່ອນ​ປະຈຳການ​ຂອງ​ພະນັກງານ​ການ​ນຳ​​ແຕ່ລະ​ຂັ້ນ​ແມ່ນ​ໄດ້​ປະຕິບັດ​ມາ​ຢ່າງ​ເປັນ​ປົກກະຕິບໍ່​ວ່າ​ຢູ່​ສູນ​ກາງກໍ​ຄື​ທ້ອງ​ຖິ່ນ​ຕ່າງໆ ​ເຊິ່ງມັນ​ໄດ້​ກາຍ​ເປັນ​ຫລັກ ການ, ລະບຽບ​ການ​ຂອງ​ພັກ​ທີ່​ໄດ້​ກຳນົດ​ໄວ້​ເຊິ່ງທຸກ​ຄົນ​ຕ້ອງ​ໄດ້​ປະຕິບັດ ທັງ​ນີ້ກໍ​ເພື່ອ​ໃຫ້​ສອດ ຄ່ອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງ ການ​ຂອງ​ໜ້າ​ທີ່​ວຽກ​ງານ ​ແລະ ສະພາບ​ເງື່ອນ​ໄຂ​ຕົວ​ຈິງ​ຂອງ​ປະ​ເທດ. ພ້ອມ​
ນີ້ທ່ານ​ຍັງ​ໄດ້​ເນັ້ນ​ໃຫ້​ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ຄົນໃໝ່​ຊີ້ນຳ​ນຳພາ​ວຽກ​ງານ​ໃນ​ຂົງ​ເຂດ​ທີ່​ຮັບຜິດຊອບ​ຫັນ​ເປັນ​ແຜນການ, ໂຄງການ, ​ແຜນ​ງານ ​ແລະ ​ແຜນ​ເງິນ ​ໃຫ້​ບຸກຄົນ​ຮັບ ຜິດຊອບ​ຢ່າງ​ຈະ​ແຈ້ງ, ຮັກສາ​ມູນ​ເຊື້ອຄວາມ​ສາມັກຄີ​ພາຍ​ໃນ​ໃຫ້​ໜັກ​ແໜ້ນ, ເອົາ​ໃຈ​ໃສ່​ວຽກ​ງານ​ສຶກສາ​ອົບຮົມ​ການ​ເມືອງ-​ແນວ​ຄິດ​ເຮັດ​ໃຫ້​ພະນັກງານ​ກຳ​ໄດ້​ແນວທາງ​ນະ​ໂຍບາຍ​ຂອງ​ພັກ-ລັດຖະບານ. ສຳລັບ​ພະນັກ ງານ​ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງ​ເປັນ​ຮອງ​ຫົວໜ້າ​ກົມ​ຮ່ວມ​ມື​ສາກົນ​ໃໝ່​ນີ້​ໃຫ້​ສືບ​ຕໍ່​ໂຄສະ​ນາ​ເຜີຍ​ແຜ່​ນະ​ໂຍບາຍ​ຂອງ​ພັກ-ລັດ, ຍາດ​ແຍ່ງ​ເອົາ​ການ​ຊ່ວຍ​ເຫລືອ​ຈາກ​ບັນດາ​ປະ​ເທດ​ເພື່ອ​ນມິດ ​ແລະ ອົງການ​ຈັດຕັ້ງສາກົນ​ຕ່າງໆ​ໃຫ້ ການ​ສະໜັບສະ ໜູນ​ຊ່ວຍ​ເຫລືອ​ແກ່ ສປປ ລາວ ​ໃຫ້​ນັບ​ມື້ຫລາຍ​ຂຶ້ນ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ປະ​ເທດຊາດ. ສ່ວນຫ້ອງການ​ຄະນະ​ກຳມາ​ທິການ​ຮ່ວມ​ມື​ລາວ-ຫວຽດນາມ ກໍ​ໃຫ້​ປະສານ​ສົບ​ທົບ​ກັບ ສສ ຫວຽດນາມ ​ເຮັດ​ໃຫ້​ບັນຍາກາດ​ໃນ​ການ​ພົວພັນ​ຮ່ວມ​ມືລະຫວ່າງ ສອງ​ພັກ, ສອງ​ລັດ​ນັບ​ມື້​ແໜ້ນ​ແຟ້ນຍິ່ງໆ​ຂຶ້ນ.

No comments:

Post a Comment