Ad

Ad

20 October 2014

ຢູນີເທວ (Unitel) ສະຫລອງຄົບຮອບ 5 ປີແຫ່ງການພັດທະນາທຸລະກິດ



     ບໍລິສັດ ສະຕາລ ໂທລະຄົມ (ຢູນີເທວ Unitel), ໄດ້ຈັດງານ ສະເຫລີມສະ ຫລອງຄົບຮອບ 5 ປີຂຶ້ນຢູ່ສູນປະຊຸມ ແຫ່ງ ຊາດ, ນະຄອນຫລວງວຽງຈັນ, ໂດຍການ ເຂົ້າຮ່ວມຂອງທ່ານ ດຣ ສອນໄຊ ສີພັນດອນ ລັດຖະມົນຕີ, ຫົວໜ້າ ຫ້ອງວ່າການ ລັດຖະບານ, ມີລັດຖະມົນຕີກະຊວງປ້ອງກັນປະເທດ, ລັດຖະ ມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ ສານ, ລັດຖະ ມົນຕີກະຊວງອຸດສະຫະກຳ ແລະ ການຄ້າ, ພ້ອມດ້ວຍຄະນະຜູ້ບໍ ລິຫານບໍລິສັດ, ພະນັກງານ ແລະ ແຂກຖືກ ເຊີນເຂົ້າຮ່ວມຢ່າງ ຫລວງຫລາຍ.
      ໃນພິທີທີ່ມີຄວາມໝາຍນີ້, ທ່ານ ອຸລະຫາ ທອງວັນທາ ປະທານສະພາບໍລິຫານບໍລິສັດ ສະ ຕາລ ໂທລະຄົມ ກ່າວວ່າ: ບໍລິສັດ ສະຕາລ ໂທລະຄົມ ເກີດຂຶ້ນພາຍ ໃຕ້ການຮ່ວມມືລະຫວ່າງບໍລິສັດລາວ-ເອເຊຍ ໂທລະຄົມ ແລະ ບໍລິສັດ ຫວຽດ ເທວ ໂກໂບ ຈາກ ສສ ຫວຽດນາມ, ມີທຶນຈົດທະ ບຽນທັງໝົດ 60 ລ້ານໂດລາສະ ຫະລັດ, ໃນນັ້ນຝ່າຍລາວຖືຮຸ້ນ 51%,
ຫວຽດນາມ 49% ແລະ ໃນ ວັນທີ 16 ຕຸລາ 2009 ໄດ້ເປີດໂຕ ເຄື່ອງໝາຍການຄ້າຢູນີເທວ (Unitel) ຢ່າງເປັນທາງການ, ຊຶ່ງເປັນຂີດໝາຍປະຫວັດສາດ ສຳຄັນໜຶ່ງຂອງຂະແໜງການ ໂທລະຄົມຢູ່ລາວ. ມາຮອດປັດ ຈຸບັນ, ສາມາດຂະຫຍາຍເຄືອ ຂ່າຍໄດ້  2.900 ສະຖານີໃນທົ່ວ ປະເທດ, ມີລະບົບສາຍໄຍແກ້ວ ຫລາຍກວ່າ 20 ພັນກິໂລແມັດ, ສັນຍານປົກຄຸມກວມ 92% ຂອງພົນລະເມືອງ, ມີລະບົບສາຍສົ່ງ ສຳຮອງ 12 ຊ່ອງທາງຄື ເຊື່ອມ ຕໍ່ຜ່ານຊາຍແດນ ສສ ຫວຽດ ນາມ 5 ແຫ່ງ, ໄທ 3 ແຫ່ງ, ກຳ ປູເຈຍ ແລະ ມຽນມາປະເທດລະ 2 ແຫ່ງ, ປ່ອງບໍລິການ 143 ແຫ່ງ, ມີຕົວແທນຈຳໜ່າຍ 22 ພັນຮ້ານ ແລະ ມີລູກຄ້າຈຳນວນ 2,3 ລ້ານເລກໝາຍ, ກວມເອົາ 49% ຂອງສ່ວນແບ່ງຕະຫລາດ ແລະ ຢຶນຢູ່ແຖວໜ້າຂອງບັນດາ ບໍລິສັດ ໂທລະຄົມໃນລາວ. 5 ປີ ຜ່ານມາສາມາດບັນລຸລາຍຮັບ ທັງໝົດ 5.722 ຕື້ກີບ ແລະ ໄດ້ມອບພັນທະໃຫ້ລັດມີມູນຄ່າຫຼາຍ ກວ່າ 1.445 ຕື້ກີບ, ເຊິ່ງໄດ້ຮັບການຕີລາຄາສູງຈາກກະຊວງ ການເງິນກໍຄືລັດຖະບານ. ນອກຈາກນີ້, ຍັງໄດ້ໃຫ້ການຊ່ວຍ ເຫລືອສັງຄົມເປັນຈຳນວນຫຼາຍ ເຊັ່ນ: ໂຄງການຕິດຕັ້ງລະບົບອິນເຕີເນັດໃຫ້ໂຮງຮຽນໃນທົ່ວ ປະເທດຈຳນວນ 600 ແຫ່ງ, ຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ, ກໍ່ສ້າງສຸກສາລາ, ປະກອບສ່ວນຊ່ວຍເຫລືອກອງປະຊຸມອາເຊມ, ຊ່ວຍ ເຫລືອກະຊວງສຶກ ສາທິການ ແລະ ກິລາໃນການຈັດສອບເສັງໄມໂຄຊອບອອບຟິດ ຄັ້ງທຳອິດໃນລາວ, ສະໜອງລະບົບອິນເຕີເນັດຮັບໃຊ້ກອງ ປະຊຸມໄອປາ (AIPA) ຄັ້ງທີ 35 ແລະ ອື່ນໆອີກ. ໂດຍຜົນສຳເລັດ ທີ່ຍາດມາໄດ້ໃນໄລຍະຜ່ານມາ ນັ້ນ, ກໍຍ້ອນໄດ້ຮັບການຊີ້ ນຳ- ນຳພາຈາກພັກ ແລະ ລັດຖະບານ, ກໍຄືກະຊວງກ່ຽວຂ້ອງ ແລະ ບັນດາອົງການຈັດຕັ້ງ ຕ່າງໆທີ່ໄດ້ອຳນວຍຄວາມສະ ດວກທຸກຢ່າງໃນການດຳເນີນ ທຸລະກິດຂອງພວກເຮົາ, ນອກ ຈາກນີ້ຍ້ອນມີຄູ່ຮ່ວມທຸລະກິດ ໂດຍສະເພາະຜູ້ສະໜອງອຸປະ ກອນເທັກໂນໂລຢີດ້ານໂທລະ ຄົມ, ຜະລິດຕະພັນສີນຄ້າ, ຕົວ ແທນຈຳໜ່າຍ, ລູກຄ້າທັງພາຍ ໃນ ແລະ ຕ່າງປະເທດທີ່ດຳລົງ ຊີວິດ ແລະ ປະຕິບັດໜ້າທີ່ຢູ່ ສປປ ລາວ ໃຫ້ການສະໜັບສະໜູນຊົມໃຊ້ຜະລິດຕະພັນຂອງບໍລິສັດພວກເຮົາດ້ວຍດີຕະ ຫລອດມາ ແລະ ອັນສຳຄັນໜຶ່ງອີກແມ່ນ ຄວາມສາມັກຄີເປັນນ້ຳໜຶ່ງໃຈ ດຽວ ແລະ ການເຮັດວຽກຢ່າງ ຫ້າວຫັນບໍ່ຮູ້ອິດຮູ້ ເມື່ອຍຂອງພະນັກງານຢູ່ນີເທວຈຶ່ງເຮັດໃຫ້ບໍລິ ສັດພວກເຮົາມີການພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວຂຶ້ນ ມາເທື່ອລະ ກ້າວ.
    ໃນໂອກາດອັນສະຫງ່າລາ ສີນີ້, ທ່ານລັດຖະມົນຕີວ່າການ ກະຊວງໄປສະນີ, ໂທລະຄົມມະ ນາຄົມ ແລະ ການສື່ສານ ຫຽມ ພົມມະຈັນ ໄດ້ຕາງໜ້າລັດຖະ ບານລາວ ແລະ ທ່ານຮອງປະ ທານສະພາບໍລິຫານບໍລິສັດ ຫວຽດເທວໄດ້ຕາງໜ້າລັດຖະ ບານກໍຄືກະຊວງປ້ອງກັນປະ ເທດ ສສ ຫວຽດນາມ ມອບໃບ ຍ້ອງຍໍຈາກລັດຖະບານລາວ ແລະ ສສ ຫວຽດນາມໃຫ້ແກ່ບໍລິສັດສະຕາລ ໂທລະຄົມ ທີ່ມີຜົນ ງານດີເດັ່ນໃນການພັດທະນາທຸ ລະກິດ ແລະ ປະກອບສ່ວນ ຊ່ວຍສັງຄົມກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນໄລຍະຜ່ານມາ.

No comments:

Post a Comment