Ad

Ad

20 October 2014

ຫາລື​ກຽມປັບປຸງ​ລັດຖະທຳ​ມະ ນູນ​ປີ 2003



      ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 17 ​ຕຸລາຜ່ານມານີ້, ຢູ່ສະພາແຫ່ງ ຊາດໄດ້ມີກອງປະ ຊຸມຫາລືການກະກຽມປັບປຸງລັດຖະທຳ​ມະນູນ​ສະບັບ​ປີ 2003 ພາຍໃຕ້ການເປັນ ປະທານຂອງທ່ານນາງ​ ປານີ ຢາ​ທໍ່ຕູ້ ປະທານ​ສະພາ​ແຫ່ງ​ຊາດ, ປະທານ​ຄະນະ​ກຳມະການ​ແຫ່ງ​ຊາດເພື່ອ​ປັບປຸງ​ລັດຖະທຳ​ມະ ນູນ, ມີທ່ານ ອາຊາງ ລາວລີ ຮອງນາຍົກລັດຖະມົນຕີ, ທ່ານ ສົມພັນ ແພງຄຳມີ ຮອງປະທານ ສະພາແຫ່ງຊາດ, ມີບັນດາລັດຖະມົນຕີເຂົ້າຮ່ວມ.
     ທ່ານປະທານ​ກອງ​ປະຊຸມ​ຄັ້ງນີ້, ໄດ້​ແບ່ງ​ຄວາມ​ຮັບຜິດ ຊອບເພື່ອກະກຽມປັບປຸງລັດຖະທຳ​ມະນູນ​ສະບັບ​ປີ 2003 ​ໃຫ້​ບັນລຸ​ຜົນສຳ​ເລັດ​ຕາມ​ຄາດໝາຍ,​ເພື່ອ​ປຸກລະດົມທາ​ບທາມ ​ແລະ ປະກອບ​ຄຳ​ຄິດ​ຄຳ​ເຫັນຈາກ​ບັນ ດາ​ການ​ນຳຢູ່ສູນກາງ ແລະ ທ້ອງ​ຖິ່ນ, ລວມທັງ​ພະນັກງານ​ວິ ຊາ​ການ,​ ລັດຖະກອນ ​ແລະ ຊັ້ນ ຄົນ​ຕ່າງໆເຂົ້າ​ໃນ​ການ​ປັບປຸງ​ລັດ ຖະທຳ​ມະນູນໃຫ້​ມີ​ລັກ ສະນະ​ກວ້າງຂວາງ, ມີ​ເນື້ອ​ໃນ​ອຸດົມສົມ ບູນ ​ແລະ ຄົບ​ຖ້ວນ.

         ຜົນສຳ​ເລັດ​ໃນ​ການ​ຫາລື​ຄັ້ງນີ້, ແມ່ນ​ຈະ​ເປັນ​ພື້ນຖານ​ໃນ​ການ​ສືບຕໍ່ປັບປຸງ​ລັດຖະທຳ​ມະ ນູນ ​ແລະ ນຳ​ສະ​ເໜີຜ່ານ​ກອງ​ປະຊຸມ​ຄົບ​ຄະນະ​ບໍລິຫານ​ສູນ​ກາງ​ພັກ​ໃນ​ເດືອນ​ພະຈິກ​ທີ່​ຈະ​ມາ​ເຖິງ​ນີ້.

No comments:

Post a Comment