Ad

Ad

20 October 2014

ນາຍົກລັດຖະມົນຕີເນັ້ນອົງການກວດສອບເຂັ້ມງວດສຸມໃສ່ກວດກາບັນດາໂຄງການລົງທຶນຂອງລັດ



    ເມື່ອທ້າຍອາທິດຜ່ານມາ, ນາຍົກລັດຖະມົນຕີ ທອງສິງ ທຳມະວົງ ໄດ້ໂອ້ລົມຕໍ່ ສະມາຊິກພັກ, ຄະນະນຳ ແລະ ພະນັກງານ ອົງການກວດສອບແຫ່ງລັດໃນ ກອງປະຊຸມເປີດກວ້າງວຽກງານກວດສອບສົກປີ 2013-2014 ເພື່ອໃຫ້ທິດທາງໃນ ການຈັດຕັ້ງ ປະຕິບັດໜ້າທີ່ວຽກງານຂອງອົງການດັ່ງກ່າວມີປະສິດທິພາບ, ໂດຍນາ ຍົກໄດ້ເນັ້ນໃຫ້ສຸມໃສ່ ກວດກາຄືນບັນດາໂຄງການລົງ ທຶນຂອງລັດທີ່ເຫັນວ່າມີການ ເຄື່ອນໄຫວບໍ່ຖືກຕ້ອງສອດຄ່ອງ ເຊັ່ນ: ໂຄງການນອກແຜນທີ່ສະພາແຫ່ງຊາດບໍ່ໄດ້ ຮັບຮອງ, ໂຄງການທີ່ບໍ່ຮັບໃຊ້ແກ່ການຜະລິດແຕ່ມີມູນຄ່າສູງ ແລະ ລວມເຖິງການໃຊ້ຈ່າຍງົບປະມານລັດແບບຟູມ ເຟືອຍ ອື່ນໆ, ອັນ ເປັນສາເຫດຕົ້ນຕໍ່ເຮັດໃຫ້ງົບປະມານ ແຫ່ງລັດມີບັນຫາ ແລະ ກະທົບຕໍ່ ສະພາບຄ່ອງທາງດ້ານເສດຖະ ກິດຂອງ ຊາດຄືດັ່ງຜ່ານ ມາ. ໃນ ນີ້ໃຫ້ເອົາໃຈໃສ່ການກວດກາລາຄາຫົວໜ່ວຍກໍ່ສ້າງພື້ນຖານໂຄງລ່າງ, ຂະບວນການປະມູນຈັດ ຊື້-ຈັດຈ້າງ, ລາຍຈ່າຍ ປະຕິບັດຍຸດທະສາດລຶບລ້າງຄວາມທຸກຍາກ, ການປະຕິຮູບການສຶກສາ, ສາທາລະນະສຸກ ແລະ
ການຊຳລະໜີ້ສິນໂຄງ ການ ລົງທຶນຂອງລັດໃຫ້ເຂັ້ມງວດເພື່ອຊອກໃຫ້ເຫັນສາເຫດ ແລະ ມີມາດຕະການແກ້ໄຂຢ່າງທັນ ການຕາມລະບຽບກົດໝາຍ.
    ທ່ານນາຍົກລັດຖະມົນຕີ ແນະນຳຕື່ມວ່າ: ຢາກໃຫ້ການ ກວດກາດັ່ງກ່າວມີປະສິດທິຜົນ, ເປັນທຳ ແລະ ຖືກຕ້ອງຕາມກົດ ໝາຍນັ້ນ, ພວກເຮົາຕ້ອງມີແບບ ແຜນວິທີເຮັດວຽກທີ່ລະອຽດ, ມີ ບັນດານິຕິກຳທີ່ເປັນລະບົບຄົບ ຊຸດຮັດກຸ່ມ ແລະ ມີວິທີ ກວດສອບທີ່ຫລາກຫລາຍ ແລະ ມີປະສິດທິພາບສູງ, ພ້ອມທັງມີນັກກວດ ສອບທີ່ເກັ່ງ, ມີຈັນຍາບັນ ແລະ ຈັນຍາທຳສູງ, ສິ່ງສຳຄັນການສ້າງແຜນກວດສອບຕ້ອງມີຈຸດສຸມ ແລະ ເປົ້າໝາຍພົ້ນເດັ່ນທີ່ ມີລັກສະນະຊຳເຮື້ອ ແລະ ບັນຫາທີ່ສັງຄົມໃຫ້ ຄວາມສົນໃຈໂດຍສະເພາະແມ່ນການເກັບລາຍຮັບຈາກພາສີ, ອາກອນ, ຊັບສີນ, ທີ່ດິນ, ການຂາຍໄມ້, ຫັນຊັບເປັນທຶນ ແລະ ອື່ນໆ ແລະລະນີກວດສອບຕົວຈິງຫາກພົບເຫັນວ່າມີກົດໝາຍ ແລະ ນິ ຕິກຳລຸ່ມກົດໝາຍໃດບໍ່ສອດ ຄ່ອງແທດເໝາະ ແລະ ບໍ່ອຳ ນວຍແກ່ຜົນປະໂຫຍດຂອງລັດ,ມີຊ່ອງຫວ່າງສວຍໂອກາດສວຍໃຊ້ໃນທາງບໍ່ຖືກຕ້ອງໃຫ້ຮີບ ຮ້ອນສະເໜີລັດຖະບານ ແລະ ສະພາແຫ່ງຊາດເພື່ອພິຈາລະນາແກ້ໄຂໃຫ້ທັນສະພາບການ. ພ້ອມດຽວກັນນັ້ນ, ທ່ານນາຍົກ ລັດຖະມົນຕີໄດ້ຮຽກຮ້ອງ ບັນດາຫົວໜ່ວຍງົບປະມານໃນທົ່ວປະ ເທດໃຫ້ການຮ່ວມມືອຳນວຍ ຄວາມສະດວກແກ່ອົງການກວດສອບແຫ່ງລັດໃຫ້ສາ ມາດເຄື່ອນ ໄຫວໄດ້ຕາມພາລະບົບບາດຢ່າງເຕັມສ່ວນ, ອັນສຳຄັນແມ່ນບໍ່ໃຫ້ ປິດບັງເຊື່ອງອຳຂໍ້ມູນ, ບໍ່ສ້າງ ຄວາມຫຍຸ້ງຍາກ ກົດດັນ ແລະ ຖ່ວງດຶງຂະບວນການກວດສອບເປັນອັນຂາດ.

No comments:

Post a Comment