Ad

Ad

21 October 2014

ອາທິດຜ່ານມາສະພາບອຸປະຕິເຫດບົນທ້ອງຖະໜົນມີທ່າອ່ຽງຫລຸດລົງ



     ເຈົ້າໜ້າທີ່ຈະລາຈອນນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ໃນອາທິດຜ່ານມານີ້ ເຫັນວ່າ ສະພາບອຸປະຕິເຫດບົນທ້ອງຖະໜົນ ຫລວງມີທ່າອ່ຽງຫລຸດລົງເມື່ອທຽ ບໃສ່ອາທິດກ່ອນຄື: ນັບແຕ່ ວັນທີ 13-19 ຕຸລານີ້ ທົ່ວນະຄອນ ຫລວງວຽງຈັນ ມີອຸປະຕິ ເຫດເກີດຂຶ້ນ 24 ກໍລະນີ ແລະ ມີຜູ້ເສຍ ຊີວິດ 2 ຄົນ ຫລຸດລົງຈາກ ອາທິດກ່ອນ 13 ກໍລະນີ ມີພາຫະນະ ເປ່ເພສົມຄວນ 26 ຄັນ, ຕົກເປັນ ມູນຄ່າ ການເສຍຫາຍທັງໝົດ 172 ລ້ານກີບ ຄື ກໍລະນີເກີດ ຂຶ້ນເມື່ອທ່ຽງຄືນຂອງວັນທີ 13 ຕຸລາຜ່ານມາ, ຢູ່ເສັ້ນທາງເລກທີ 13 ເໜືອ ເຂດ ບ້ານສົງເປືອຍ ເມືອງນາຊາຍ ທອງ ໂດຍລົດເກັງ ໝາຍເລກທະບຽນ ກສ 3389 ກຳ ແພງນະຄອນ ມາຈາກຫ້ວຍນ້ຳ ເຢັນຕຳກັບລົດຈັກແລ່ນສວນ ທາງມາຢ່າງຮຸນແຮງເຮັດໃຫ້ຜູ້ ຂັບຂີ່ລົດຈັກເສຍຊີວິດຄາທີ່ ແລະ ສ່ວນກໍລະນີທີ 2 ເກີດຂຶ້ນໃນເວ ລາ 2:00 ເຊົ້າວັນທີ 18 ຕຸລາ 2014, ຢູ່ຖະໜົນອາຊຽນ ເຂດ ບ້ານສີບຸນເຮືອງ ເມືອງຈັນທະ ບູລີ, ລົດເກັງ ໝາຍເລກທະບຽນ ຣດ 7788
ກຳແພງນະຄອນ ແລ່ນ ມາແຕ່ 4 ແຍກໄຟແດງສີບຸນ ເຮືອງມຸ້ງໜ້າໄປໂພນ ສະ ອາດຕຳລົດຈັກທີ່ຂີ່ສ່ວນມາຢ່າງແຮງເຮັດ ໃຫ້ຜູ້ຂັບຂີ່ລົດຈັກເສຍຊີວິດຄາທີ່ ແລະ ຫລາຍກໍລະນີອື່ນໆອີກ, ສາເຫດສ່ວນໃຫຍ່ ແມ່ນມາຈາກຂີ່ລົດໄວເກີນຂອບເຂດ ແລະ ຖືເບົາຕໍ່ການປະຕິບັດລະບຽບຈະລາຈອນ.
     ແຕ່ເຖິງຢ່າງໃດກໍຊົມເຊີຍເພາະເຫັນວ່າອາທິດຜ່ານມານີ້ ສະພາບອຸປະຕິເຫດໃນນະຄອນຫລວງມີທ່າອ່ຽງຜ່ອນລົງຫຼາຍ, ນີ້ກໍຍ້ອນຄວາມເອົາໃຈໃສ່ຂອງເຈົ້າໜ້າທີ່ໃນການຄວບຄຸມຄວາມເປັນລະບຽບຮຽບຮ້ອຍຂອງການສັນຈອນ ແລະ ຜູ້ໃຊ້ ລົດໃຊ້ ຖະໜົນກໍມີສະຕິປະຕິບັດລະບຽບຈະລາຈອນຫລາຍຂຶ້ນ.

No comments:

Post a Comment