Ad

Ad

21 October 2014

ປກສ ເມືອງສີໂຄດຕະບອງມ້າງເຄືອຂ່າຍມົ້ວສຸມຢາເສບຕິດຫລາຍຈຸດ



       ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ, ນະຄອນຫລວງ ວຽງຈັນໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ກຳລັງເຈົ້າໜ້າທີ່ຕົນສາມາດ ມ້າງເຄືອຂ່າຍມົ້ວສຸມ ແລະ ຄ້າຂາຍຢາ ເສບຕິດໄດ້ຫລາຍຈຸດຄື: ຢູ່ເຮືອນຂອງທ້າວ ແໜງຄຳ (ກອນ) ອາຍຸ 46 ປີຢູ່ ບ້ານໜອງ ແຕງເໜືອ, ກວດພົບຢາບ້າຈຳ ນວນ 520 ເມັດ, ກວດຄົ້ນເປົ້າໝາຍ ແຫລ່ງມົ້ວສຸມຢາເສບຕິດຢູ່ບ້ານໜອງດ້ວງສາມາດຈັບ ຕົວຜູ້ຕ້ອງຫາໄດ້ຄືທ້າວ ສີສະຫວາດ (ເລ້) ອາຍຸ 29 ປີ ຢູ່ບ້ານໜອງດ້ວງເໜືອ, ພ້ອມຂອງກາງຢາ ບ້າ 175 ເມັດເຊື່ອງໄວ້ໃນ ຖົງສົ້ງ ແລະ ອີກຈຸດໜຶ່ງແມ່ນສາມາດ ຈັບຜູ້ຄ້າຂາຍຢາເສບຕິດໜຶ່ງຄົນຊື່ທ້າວ ຫົງເຫີນ ອາຍຸ 36 ປີ ຢູ່ບ້ານນາເລົ່າ ເມືອງສີ ໂຄດຕະບອງ ແລະ ມີຢາບ້າໄວ້ໃນການຄອບຄອງ 76 ເມັດ, ເຊິ່ງເຈົ້າໜ້າ ທີ່ໄດ້ຍືດໄວ້ເປັນຫລັກ ຖານໃນການດຳເນີນຄະດີ ຕາມລະບຽບກົດໝາຍ.

No comments:

Post a Comment