Ad

Ad

21 October 2014

ສານປະຊາຊົນແຂວງຫົວພັນຕັດສິນລົງໂທດມານສາດສະໜາຈຳຄຸກ 3 ປີ



    ເມື່ອບໍ່ດົນມານີ້, ສານປະຊາຊົນແຂວງຫົວພັນ, ໄດ້ຕັດສີນລົງ ໂທດທ້າວ ຄຳປະເສີດ ອາຍຸ 30 ປີ (ອະດີດພະສົງ) ຢູ່ບ້ານ ດົງປ່າລານ ເມືອງສີສັດຕະນາກ ນະຄອນຫລວງວຽງ ຈັນ ໃຫ້ຈຳຄຸກເປັນເວລາ 3 ປີ ແລະ ປັບໃໝ 2 ລ້ານກີບ, ໃນສະຖານ ທຳລາຍວັດຖຸບູ ຮານ ແລະ ເສບສົມກັບຍິງສາວ ເຊິ່ງເລື່ອງມີຢູ່ວ່າ: ໃນ ຕົ້ນປີ 2013 ທ້າວ ຄຳປະເສີດ ໄດ້ບວດເປັນພະສົງຢູ່ ວັດແຫ່ງໜຶ່ໃນແຂວງຫລວງພະບາງ ແລະ ໄດ້ມາຈຳພັນສາຢູ່ວັດ ໄຊຍະບຸນ ເຮືອງເມືອງຊຽງຄໍ້ ແຂວງຫົວ ພັນ ແລະ ໄດ້ລັກເອົາ ພະພຸດທະຮູບນ້ອຍຈຳ ນວນ 10 ອົງຢູ່ວັດ ດັ່ງກ່າວໄປຂາຍໃຫ້ທ້າວ ຕວນ ສັນຊາດຫວຽດນາມ ຈຶ່ງຖືກເຈົ້າໜ້າ ທີ່ຈັບຕົວມາດຳ ເນີນຄະດີ ແລະ ໃນຂະນະເປັນພະສົງຢູ່ວັດດັ່ງກ່າວນັ້ນກໍມີພຶດຕິກຳເອົາຍິງ ສາວມານອນໃນວັດຫລາຍຄັ້ງ, ນອກຈາກນີ້, ໃນເມື່ອກ່ອນຜູ້ກ່ຽວເຄີຍຖືກຕ້ອງໂທດມາແລ້ວ 2 ຄັ້ງໃນຂໍ້ຫາເປັນນັກເລງ ອັນຕະພານ.

No comments:

Post a Comment