Ad

Ad

21 October 2014

ໂຕໂຍຕ້າຈັບສະຫຼາກມອບໂຊກໃຫ້ລູກຄ້າ



           ວັນທີ 18 ຕຸລານີ້ ບໍລິສັດ ລາວໂຕໂຍຕ້າບໍລິການຈຳກັດໄດ້ຈັດພິທີຈັບ ສະຫຼາກມອບລາງວັນໃຫ້ລູກຄ້າໃນ ໂຄງການລາວໂຕໂຍຕ້າແຈກໂຊກທຸກໆທ້າຍອາ ທິດຂຶ້ນຢູ່ບໍລິສັດດັ່ງກ່າວສາຂາທົ່ງຂັນຄຳ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຊຶ່ງເປັນການມອບລາງວັນອາທິດທີ 2, ໂດຍ ການເຂົ້າຮ່ວມຂອງທ່ານ ເພັດຕະວັນ ອິນທະວົງ ຜູ້ຈັດການຝ່າຍການຕະຫຼາດບໍລິສັດ ດັ່ງກ່າວ ພ້ອມດ້ວຍລູກຄ້າ ແລະ ສື່ມວນ ຊົນຈາກເຂົ້າຮ່ວມ.
   ທ່ານຜູ້ຈັດການຝ່າຍການຕະຫຼາດກ່າວວ່າ: ໂຄງການໂຕໂຍ ຕ້າແຈກໂຊກທຸກໆ ທ້າຍອາທິດໄດ້ເລີ່ມແຕ່ເດືອນຕຸລານີ້ຈົນ ຮອດທ້າຍ ປີ, ລວມມີ 12 ອາທິດ, ຊຶ່ງແຕ່ລະອາທິດຈະມີການຈັບສະຫຼາກເພື່ອ ແຈກໂຊກອາທິດລະ 3 ລາງວັນໃຫ້ລູກຄ້າຜູ້ທີ່ ມາຊື້ລົດ ນຳບໍລິສັດພວກເຮົານັບແຕ່ວັນ 1 ຕຸລານີ້ເປັນຕົ້ນໄປ, ຂອງລາງ ວັນປະກອບມີ: ລາງວັນທີ 1 : ທ່ຽວຍີ່ປຸ່ນມີ 12 ລາງ ວັນລາງວັນລະ 2 ຄົນ, ລາງວັນທີ 2 : ລົດ ຈັກ YAMAHA SPARK 12 ລາງວັນລາງວັນລະ 1 ຄັນ, ລາງ ວັນທີ 3 : ໂທລະພາບ 40 ນິ້ວຈຳ ນວນ 12 ລາງວັນລາງວັນລະ 1 ໜ່ວຍ.
ນອກຈາກນີ້ຍັງມີໂຊກ ຊັ້ນທີ 2 ເປັນໂຄງການມ່ວນຫຼາຍ ທ້າຍປີເຊິ່ງຈະແຈກລາງວັນໃຫຍ່ຄື ລົດກະບະວີໂກ້ 1 ຄັນ, ພ້ອມກັບລົດເກັ່ງວີອອດ, ລົດຈັກ ຟີໂນ ແລະ ອື່ນໆ, ລວມມູນ ຄ່າ ຂອງລາງວັນ 1.400.000.000 ກີບ ແລະ ການຈັບສະຫຼາກມອບໂຊກໃນຄັ້ງນີ້ເປັນຄັ້ງທີ 2 ຂອງໂຄງການລາວໂຕໂຍຕ້າ ແຈກໂຊກທຸກໆທ້າຍອາທິດ ແລະ ຜູ້ໂຊກດີໃນອາທິດທີ 2 ນີ້ຄື ລາງ ວັນທີ 1 ທ່ານ ຈັນມະນີ ໄຊສົມ ບັດ, ລາງວັນທີ 2 ທ່ານ ອາ ພອນໂລ ລະກັນແກ້ວ, ລາງວັນ ທີ 3 ທ່ານ ນາງ ວິໄລຄອນ ສີເມືອງໄຊ.

No comments:

Post a Comment