Ad

Ad

21 October 2014

ຜູ້ເຮັດຂົວຫ້ວຍຜາບັງຫັກຍອມສ້ອມແປງຄວາມເສຍຫາຍແລ້ວ



     ຕາມການລາຍງານຂອງພະແນກໂຍທາທິການແຂວງຈຳ ປາສັກ ໃຫ້ຮູ້ວ່າ: ເມື່ອ ຕອນແລງ ຂອງວັນທີ 17 ຕຸລານີ້, ໄດ້ເກີດ ອຸປະຕິເຫດຂົວຂ້າມຫ້ວຍ ຜາບັງບ້ານ ໂພນ, ຫັກຍ້ອນລົດບັນທຸກໝັກໝາຍເລກທະບຽນ ບກ 1666 ແຂວງ ຈຳປາສັກ ທີ່ບັນ ທຸກໄມ້ເກີນຂະໜາດແລ່ນຂ້າມຂົວດັ່ງກ່າວ, ອັນໄດ້ສ້າງຄວາມເສຍ ຫາຍ ຢ່າງຮ້າຍແຮງ ແລະ ເຮັດໃຫ້ການສັນຈອນໄປມາຂອງ ປະຊາຊົນພົບຄວາມຫຍຸ້ງ ຍາກ, ໂດຍສະເພາະການເດີນທາງໄປແຫລ່ງທ່ອງທ່ຽວປະຫວັດສາດມໍລະດົກ ໂລກວັດພູຈຳປາສັກ.
     ເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນເຊົ້າວັນທີ 20 ຕຸລານີ້, ຜູ້ຕາງໜ້າ ບໍລິສັດ ຄຳແສງ ການຄ້າ ຈຳກັດ ຜູ້ຢູ່ໃນຄວາມຮັບຜິດຊອບຂອງ ອຸປະຕິເຫດດັ່ງກ່າວໄດ້ເຂົ້າມາທີ່ພະແນກໂຍທາທິການ ແລະ ຂົນ ສົ່ງແຂວງເພື່ອຕົກລົງເຮັດສັນຍາສ້ອມແປງ ແລະ ທົດແທນ ຄ່າເສຍຫາຍທັງໝົດຂອງການເສຍຫາຍດັ່ງກ່າວ, ຊຶ່ງຈາກ ການກວດກາເບື້ອງຕົ້ນຂົວດັ່ງ ກ່າວຄືນໃໝ່ໄດ້, ຊຶ່ງຈະຕ້ອງໄດ້ ສ້ອມ ແປງໃໝ່ທັງໝົດຄາດວ່າຈະໃຊ້ງົບປະມານກວ່າ 1 ຕື້ກີບ ແລະ ຈະໃຊ້ເວລາສ້ອມແປງປະມານ 3 ເດືອນ ຈິ່ງຈະ ຊ່ວຍໃຫ້ການ ສັນຈອນໄປມາບົນເສັ້ນທາງນີ້ມີຄວາມຮັບປະກັນ.

     ພະແນກ ຍທຂ ແຂວງຈຳປາສັກ ໃຫ້ຮູ້ວ່າ: ເຫດການຂົວຫ້ວຍຜາບັງຫັກເທື່ອນີ້ແມ່ນເປັນຄັ້ງທີ 2 ແລ້ວ, ຊຶ່ງກ່ອນໜ້າໃນປີ 2013, ກໍເກີດຫັກພັງລົງມາຍ້ອນລົດບັນທຸກໄມ້ເກີນຂະໜາດແລ່ນຜ່ານຂົວດັ່ງກ່າວເຊັ່ນກັນ ແລະ ກໍໄດ້ປັບໄໝຜູ້ກະທຳຜິດໃນ ວົງເງິນ 900 ລ້ານກວ່າກີບ, ເພື່ອການສ້ອມແປງຂົວດັ່ງກ່າວໃຫ້ມີມາດຕະຖານ ແລະ ໄດ້ສັ່ງຫ້າມບໍ່ໃຫ້ລົດຂົນສົ່ງເກີນນ້ຳໜັກ ແລ່ນຜ່ານຂົວດັ່ງກ່າວຢ່າງເດັດຂາດ, ແຕ່ໃນທີ່ສຸດກໍຍັງມີຜູ້ລະເມີດດັ່ງ 2 ເຫດການທີ່ເກີດຂຶ້ນ.

No comments:

Post a Comment