Ad

Ad

21 October 2014

ກຽມສາຍຮູບເງົາລາວເລື່ອງ ຂວັນນາງໃນທ້າຍເດືອນຕຸລານີ້



   ຫຼັງຈາກການຖ່າຍທຳຮູບເງົາເລື່ອງຂວັນນາງມາເປັນເວລາ ເກືອບ 2 ປີ, ຈົນມາ ຮອດປັດຈຸບັນ ຈຶ່ງສຳເລັດການຖ່າຍທຳ, ຕັດຕໍ່ ແລະ ພ້ອມທີ່ຈະສາຍໃຫ້ມວນ ຊົນໄດ້ຮັບຊົມຮອບທຳອິດໃນວັນທີ 25 ຕຸລານີ້ເປັນຕົ້ນໄປ.
   ທ່ານຮອງຫົວໜ້າກົມຮູບເງົາໃຫ້ຮູ້ຢູ່ໃນງານຖະຖະແຫຼ່ງສະເໜີເລື່ອງຮູບເງົາດັ່ງ ກ່າວທີ່ຈັດຂຶ້ນໃນວັນທີ 20 ຕຸລານີ້ວ່າ: ຮູບເງົາ ເລື່ອງຂັວນນາງໄດ້ເລີ່ມ ຖ່າຍທຳ ມາແຕ່ວັນທີ 25 ພະຈິກ 2012, ມີ ຄວາມຍາວ 107 ນາທີ, ສະແດງໂດຍນັກສະ ແດງຂອງ ລາວເຮົາເອງ, ເປັນຮູບເງົາເລື່ອງສັ້ນທີ່ເວົ້າເຖິງຜູ້ຍິງບ້ານນອກທີ່ຂົ້າມາເຮັດວຽກໃນນະຄອນຫຼວງວຽງຈັນເພື່ອ ຍາກໃຫ້ຄອບຄົວ ຫຼຸດພົ້ນອອກຈາກຄວາມທຸກຍາກ, ແຕ່ ຊີວິດໃນຕົວເມືອງນັ້ນມັນມີອັນຕະລາຍຫຼາຍຢ່າງຊຶ່ງນາງຕ້ອງໄດ້ ສູ້ຊົນຜ່ານຜ່າໃຫ້ໄດ້ ແລະ ສຸດທ້າຍນາງກໍເຮັດສຳເລັດ ແລະ ສ້າງຄວາມຝັນຂອງຕົນໃຫ້ເປັນຈິງ.

No comments:

Post a Comment