Ad

Ad

21 October 2014

ໂຄງການກໍ່ສ້າງເສັ້ນທາງເບຕົງຮ່ອມບ້ານຫາດຊາຍຂາວ-ດົງສະຫວາດ ຈະສຳເລັດໃນຕົ້ນປີ 2016



    ທ່ານ ເພັດສະໝອນ ຕຽມຕິສັກ ຮອງຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງຫາດຊາຍຟອງ ໃຫ້ສຳພາດຕໍ່ນັກ ຂ່າວພວກເຮົາໃນວັນທີ 20 ຕຸລາ ນີ້ວ່າ: ໂຄງການກໍ່ສ້າງເສັ້ນທາງເບຕົງຮ່ອມເຂົ້າບ້ານຫາດຊາຍຂາວ ເຊື່ອມຕໍ່ບ້ານດົງ ສະຫວາດ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ທີ່ມີຄວາມຍາວ 2 ກວ່າ ກິໂລແມັດ, ກວ້າງ 8 ແມັດ, ມີມູນຄ່າການກໍ່ສ້າງທັງ ໝົດ 42 ຕື້ກີບ, ເຊິ່ງໄດ້ລົງ ເລີ່ມລົງມືກໍ່ສ້າງມາແຕ່ເດືອນສິງຫາ 2014 ແລະ ມາຮອດປັດຈຸບັນການກໍ່ສ້າງຄືບ ໜ້າຫລາຍກວ່າ 10% ແລະ ຄາດວ່າຈະໃຫ້ສຳເລັດໃນຕົ້ນປີ 2016. ຂະນະດຽວກັນເສົາໄຟຟ້າແຮງສູງຫລາຍສີບຕົ້ນ ແລະ ທໍ່ນ້ຳປະປາໃຫຍ່ ຫລາຍຈຸດອັນເປັນສິ່ງກີດຂວາງສຳຄັນແມ່ນຈະຖືກຍົກຍ້າຍອອກຈາກແລວທາງໃຫ້ສຳເລັດພາຍໃນຕົ້ນ ເດືອນພະຈິກທີ່ຈະເຖິງ ນີ້.
   ທ່ານຮອງຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງຫາດຊາຍຟອງ ໃຫ້ຮູ້ວ່າ: ຄວາມຈິງແລ້ວເສັ້ນທາງດັ່ງກ່າວ ແມ່ນນະຄອນຫລວງວຽງຈັນ ກໍຄືເມືອງຫາດຊາຍຟອງໄດ້ມີແຜນຈະກໍ່ສ້າງມາດົນແລ້ວເພື່ອຍົກລະດັບພື້ນຖານໂຄງລ່າງດ້ານ
ຖະໜົນຫົນທາງ, ການສັນຈອນໄປມາໃຫ້ມີຄວາມສະດວກດີຂຶ້ນ, ດັ່ງປີ 1992 ໄດ້ມີການສຳຫລວດ, ອອກແບບ ແລະ ປັກ ແລວສະຫງວນໄວ້ເພື່ອຈະກໍ່ສ້າງ ໃນຄວາມກວ້າງ 25 ແມັດ, ແຕ່ເວລານັ້ນງົບປະມານທີ່ຈະກໍ່ສ້າງມີບໍ່ພຽງພໍຈຶ່ງໄດ້ໂຈະໄວ້ ກ່ອນ, ຂະນະດຽວກັນ, ການຄຸ້ມຄອງແລວທາງສະຫງວນກໍບໍ່ເຂັ້ມງວດດີເທົ່າທີ່ຄວນຈຶ່ງມີປະຊາຊົນຈຳນວນໜຶ່ງໄດ້ຍັບຍ້າຍ ເຂົ້າມາອາໄສຢູ່ໃນເຂດສະຫງວນແລວທາງດັ່ງກ່າວ. ຕົກມາຮອດ ປີ 2011 ພາກສ່ວນກ່ຽວຂ້ອງ ຈຶ່ງມີແຜນພັດທະນາເສັ້ນທາງ ດັ່ງກ່າວຄືນໃໝ່ໂດຍແມ່ນບໍລິສັດແສງວິໄຊກໍ່ສ້າງຂົວທາງເປັນຜູ້ຊະນະການປະມູນໃນມູນຄ່າ 42 ຕື້ກີບ ແລະ ລົງທຶນຮັບເໝົາ ກໍ່ສ້າງກ່ອນ 100%, ຫລັງຈາກນັ້ນ, ອຳນາດການປົກຄອງເມືອງຈຶ່ງໄດ້ລົງໄປໂອ້ລົມກັບປະຊາຊົນໃນຮູບແບບປະຊາຊົນສົມ ທົບທຶນ 30% ແລະ ລັດຖະບານ 70%, ແຕ່ຍ້ອນປະຊາຊົນບໍ່ມີຄວາມສາມາດປະກອບສ່ວນໄດ້ຕາມເງື່ອນໄຂຈຶ່ງໄດ້ໃຊ້ຮູບ ການລະດົມປະຊາຊົນທີ່ມີດິນໜ້າເຮືອນຖືກແລວທາງປະມານ 30 ກວ່າຄອບຄົວໃຫ້ສະຫລະເນື້ອທີ່ດິນຂອງຕົນໂດຍບໍ່ໄດ້ຮັບ ການ ຊົດເຊີຍໃດໆ ແລະ ປະຊາຊົນກໍມີ ຄວາມເປັນເອກກະພາບເຫັນດີ ໃນເງື່ອນໄຂດັ່ງກ່າວ ແລະ ມາ ຮອດເດືອນສິງຫາ 2014 ຈຶ່ງໄດ້ຮັບອະນຸຍາດຈາກນະຄອນຫຼວງວຽງຈັນໃຫ້ລົງມືກໍ່ສ້າງ, ແຕ່ການກໍ່ສ້າງແມ່ນດຳເນີນໄປໄລຍະໜຶ່ງໄດ້ຢຸດຊົ່ວຄາວ ເນື່ອງຈາກເປັນລະດູຝົນບໍ່ສາມາດດຳເນີນການກໍ່ສ້າງໄດ້, ຜູ້ຮັບເໝົາຈຶ່ງຫັນໄປສຸມໃສ່ການຜະລິດທໍ່ລະບາຍນ້ຳລໍຖ້າ, ສຳລັບ ການກໍ່ສ້າງຫລັງຫວິດຊ່ວງໄລຍະລະດູຝົນ ແລະ ມາຮອດປັດຈຸບັນແມ່ນໄດ້ສືບຕໍ່ກໍ່ສ້າງແລ້ວໂດຍເລີ່ມຈາກການຂູດຫລອກໜ້າ ດິນ, ກະກຽມວາງທໍ່ລະບາຍນ້ຳບາງຈຸດ ແລະ ຄາດວ່າການກໍ່ສ້າງເສັ້ນທາງດັ່ງກ່າວຈະໃຫ້ສຳເລັດພາຍໃນ 16 ເດືອນນັບແຕ່ນີ້ ເປັນຕົ້ນໄປ ແລະ ໃນໄລຍະກໍ່ສ້າງນີ້ຂໍໃຫ້ປະຊາຊົນຜູ້ໃຊ້ລົດໃຊ້ຖະໜົນຜ່ານໄປມາ, ຈົ່ງມີສະຕິລະວັງໃນການຂັບຂີ່ຍານພາຫະ ນະ, ຄ່ອຍໄປຄ່ອຍມາເພື່ອໃຫ້ຮັບປະກັນຄວາມປອດໄພ.

No comments:

Post a Comment