Ad

Ad

21 October 2014

ລາວຈັດສຳມະນາຄວາມຄິດ​ເຫັນ​ໃສ່ການປັບປຸງລັດຖະທຳ​ມະນູນສະບັບປີ 2003



    ໃນ​ວັນ​ທີ 20-21 ​ຕຸລານີ້, ທີ່​ສະພາ​ແຫ່ງຊາດ ນະຄອນຫຼວງວຽງຈັນ ຄະນະ​ກຳມະການ​ລະ ດັບ​ຊາດເພື່ອ​ປັບປຸງ​ລັດຖະທຳ​ມະນູນ​ແຫ່ງ ສປປ ລາວ ສະບັບ​ປີ 2003 ເຊິ່ງປະກອບມີບັນດາລັດຖະມົນຕີ ແລະ ການ​ນຳ​ຈາກ​ຂະ​ແໜງ​ການ​ກ່ຽວຂ້ອງທັງ​ສູນ​ກາງ ​ແລະ ທ້ອງ​ຖິ່ນ, ໄດ້ຈັດ​ສຳ​ມະ​ນາ​ວິທະຍາສາດເພື່ອທາ​ບທາມ​ຄວາມ​ຄິດ​ໃສ່ການ​ປັບປຸງ​ເນື້ອ​ໃນ​ລັດຖະທຳ​ມະນູນສະ ບັບດັ່ງກ່າວ, ພາຍ​ໃຕ້​ການ​ເປັນປະທານ​ຂອງທ່ານ​ນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ ​ປະທານຄະນະ​ກຳມະການ​ລະດັບ​ຊາດ​ເພື່ອ​ປັບປຸງ​ລັດຖະທຳ​ມະນູນ​ສະບັບປີ 2003 ​ເພື່ອ​ລະດົມ​ຄວາມ​ຄິດ​ເຫັນ​​​ໃສ່​ຮ່າງ​ລັດຖະທຳ​ມະນູນ​ສະບັບ​ດັ່ງກ່າວໃຫ້​ມີ​ເນື້ອ​ໃນ​ອຸດົມ​ສົມ​ບູນ, ຄົບ​ຖ້ວນ ແລະ ຮັບປະກັນ​ການ​ປະຕິບັດ​ໜ້າ​ທີ່​ການ​ເມືອງ​ໃນ​ໄລຍະ​ໃໝ່.
    ທ່ານ​ນາງ ປານີ ຢາ​ທໍ່​ຕູ້ ​ກ່າວ​ໃນ​ໂອກາດ​ເປີດ​ສຳ​ມະ​ນາ​ວິທະຍາສາດ​​ຄັ້ງນີ້ວ່າ​: ການ​ປັບປຸງ​ລັດຖະທຳ​ມະນູນ​ຄັ້ງນີ້ ​ແມ່ນ​ເພື່ອ​ເປັນການ​ຫັນ​ແນວທາງ​ນະໂຍບາຍຂອງ​ພັກ​ກ່ຽວ​ກັບ​ການ​ບູລະນະ​ລະບົບ​ອຳນາດ​ແຫ່ງ​ລັດທີ່​ໄດ້​ກຳນົດ​ໄວ້​ໃນ​ມະຕິ​ຕ່າງໆ​ຂອງ​ພັກ ​ເປັນຕົ້ນ:​ ແມ່ນ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ IX ​ເຂົ້າ​ເປັນອັນ​ລະອຽດ​ຢູ່​ໃນ​ລັດຖະທຳ​ມະນູນ ເຊິ່ງຖື​ວ່າ​ເປັນ​ກົດໝາຍ​
ພື້ນຖານ​ທີ່​ສຳຄັນ​ຂອງ​ປະ​ເທດໃນ​ການ ຄຸ້ມ​ຄອງ​ລັດ, ຄຸ້ມ​ຄອງ​ເສດຖະກິດ-ສັງຄົມ​ດ້ວຍ​ກົດໝາຍ​ເທື່ອ​ລະ​ກ້າວ​, ເປັນ​ການ​ປັບປຸງ ​ແລະ ເພີ່ມ​ຕື່ມບັນດາ​ຫລັກການ ​ແລະ ເນື້ອ​ໃນ​ໃໝ່​ທີ່​ສຳຄັນ ​ແລະ ຈ​ຳ​ເປັນ​ກ່ຽວ​ກັບ​ການ​ປັບປຸງ​ອຳ ນາດ​ແຫ່ງ​ລັດທີ່​ໄດ້​ຮັບ​ຜົນສຳ​ເລັດ ​ແລະ ​ໄດ້​ຮັບ​ການ​ຢັ້ງຢືນ​ຈາກ​ພຶດຕິ​ກຳ​ຕົວ​ຈິງ​ໃນ​ໄລຍະ​ຜ່ານ​ມາ​ເຂົ້າ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ໃຫ້​ມີ​ເນື້ອ​ໃນ​ຄົບ​ຖ້ວນ ແລະ ຮັບປະກັນ​ການ​ນຳ​ໃຊ້​ຢ່າງ​ຍາວ​ນານແນ​ໃສ່​ຍົກ​ສູງ​ບົດບາດ ​ແລະ ຄວາມ​ສາມາດ​ໃນ​ການ​ນຳ ພາ​ຂອງ​ພັກກໍ​ຄືການ​ຄຸ້ມ​ຄອງ​ຂອງ​ລະບົບ​ອຳນາດ​ລັດ​ໃນ​ໄລ​ຍະ​ໃໝ່.​ ເພື່ອ​ຮັບປະກັນ​ໃຫ້​ແກ່​ການ​ຍົກ​ສູງ​ຄວາມ​ສາມາດ ​ແລະ ບົດບາດ​ການ​ນຳພາ​ຂອງ​ພັກ​ໃນ​ເງື່ອນ​ໄຂ​ໃໝ່ແມ່ນມີ​ຄວາມ​ຈຳ​ເປັນ​ທີ່​ຈະຕ້ອງ​ປັບປຸງ ​ແລະ ພັດ ທະນາລະບົບ​ອຳນາດ​ແຫ່ງ​ລັດ ທາງ​ດ້ານ​ການຈັດຕັ້ງ ກໍ​ຄືການ​ເຄື່ອນ​ໄຫວ​ວຽກ​ງານ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ ​ແລະ ມີ​ປະສິດທິ​ຜົນໃນ​ການ​ຄຸ້ມ​ຄອງ ​ແລະ ບໍລິຫານ​ລັດ​ທີ່​ເປັນ​ເອກ​ະ ພາບບົນ​ພື້ນຖານ​ລັດຖະທຳ​ມະນູນ ​ແລະ ກົດ ໝາຍ​ເປັນຕົ້ນ: ​ແມ່ນ​ການ​ປັບປຸງ​ບາງ​ໝວດ, ບາງ​ມາດຕາໃນ​ລັດຖະທຳ​ມະນູນທີ່​ພົວພັນ​ເຖິງ​ການ​ບູລະນະລະບົບ​ອຳນາດ​ແຫ່ງ​ລັດ ປະຊາທິປະ​ໄຕປະຊາຊົນໃຫ້​ມີ​ເນື້ອ​ໃນ​ຄົບ​ຖ້ວນ ​ແລະ ຮັບປະກັນ​ການ​ປະຕິ ບັດ​ໜ້າ​ທີ່​ການ​ເມືອງ​ໃນ​ໄລຍະ​ໃໝ່.
     ທ່ານນາງ ປານີ ຢາ​ທໍ່​ຕູ້ ​ໃຫ້​ຮູ້​ວ່າ: ການ​ປັບປຸງ​ລັດຖະທຳ​ມະນູນ​ໃນ​ຄັ້ງນີ້ແມ່ນ​ຈະ​ສຸມ​ໃສ່​ບັນດາ​ເນື້ອ​ໃນ​ສຳຄັນ​ໃນ​ໝວດ​ກ່ຽວ​ກັບສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນແຂວງ, ນະຄອນຫລວງ, ໝວດ​ປະທານ​ປະ​ເທດ, ໝວດ​ລັດຖະບານ, ໝວດ​ການ​ປົກຄອງ​ທ້ອງ​ຖິ່ນ, ໝວດ​ສານ ແລະ ​ໄອ​ຍະ​ການ​ປະຊາຊົນ ​ແລະ ໝວດ​ກ່ຽວ​ກັບ​ອົງການ​ກວດ​ສອບ​ແຫ່ງ​ລັດ. ​ເນື່ອງ​ຈາກ​ວ່າລັດຖະທຳ​ມະນູນ​ເປັນ​ກົດໝາຍ​ພື້ນຖານ​ຂອງ​ປະ​ເທດ ສະນັ້ນ ການ​ປັບປຸງ​ລັດຖະທຳ​ມະ​ນູນໂດ​ຍສະ​ເພາະ​ໃນ​ຈຳນວນ​ໝວດ​ດັ່ງກ່າວຈິ່ງ​ມີ​ຄວາມ​ສຳຄັນ​ທີ່​ສຸດ​ຕໍ່​ການ​ພັດທະນາ​ເສດຖະກິດ-ສັງ​ຄົມ ກໍ​ຄື​ການ​ປັບປຸງ​ລະບົບ​ອຳນາດ​ແຫ່ງ​ລັດ​ໃນ​ໄລຍະ​ໃໝ່.

No comments:

Post a Comment