Ad

Ad

22 October 2014

9 ເດືອນ ແຂວງສາລະວັນປະຕິບັດໄດ້ 155 ໂຄງການລົງທຶນຂອງລັດ



     ໃນໄລຍະ 9 ເດືອນຜ່ານມາ ເສດຖະກິດຂອງສາລະວັນ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງລວມຍອດຜະລິດຕະພັນພາຍ ໃນປະຕິບັດໄດ້ 3.312 ຕື້ກີບ, ທຽບໃສ່ ແຜນການປະຕິບັດໄດ້ 97,50%, ລາຍໄດ້ສະເລ່ຍຕໍ່ຫົວຄົນປະມານ 8 ລ້ານກີບ ເທົ່າກັບໜຶ່ງພັນໂດ ລາ, ດ້ານການລົງທຶນຂອງລັດທີ່ສະພາແຫ່ງຊາດ ຮັບຮອງມີ 185 ໂຄງການ, ມູນຄ່າ 62 ຕື້ກີບ, ໃນັ້ນໄດ້ ຈັດຕັ້ງປະຕິບັດໄປແລ້ວ 155 ໂຄງການ, ມູນຄ່າ 43 ຕື້ກີບ, ທຽບໃສ່ແຜນປະຕິບັດໄດ້ 69,33%, ສ່ວນໂຄງການທີ່ຍັງ ເຫລືອຄາດວ່າຈະປະຕິບັດໃຫ້ສຳເລັດໃນ 3 ເດືອນທ້າຍປີ 2014.
     ໃນໂຄງການລົງທຶນດັ່ງກ່າວ ນັ້ນຂົງເຂດເສດຖະກິດ ມີ 36 ໂຄງການ, ມູນຄ່າ 9.650 ລ້ານ ກີບ, ທຽບໃສ່ແຜນການປະ ຕິບັດໄດ້ 80,14%, ຂົງເຂດວັດທະນະທຳມີ 66 ໂຄງການ, ມູນຄ່າ 16.591 ລ້ານກີບ, ທຽບໃສ່ແຜນ ການປະຕິບັດໄດ້ 87,06% ແລະ ຂົງເຂດພື້ນຖານໂຄງລ່າງມີ 53 ໂຄງການ, ມູນຄ່າ 17.320 ລ້ານ ກີບ, ທຽບໃສ່ແຜນປະຕິບັດໄດ້ 54,32.
ສ່ວນດ້ານການຈັດເກັບລາຍຮັບເຂົ້າງົບປະມານໄດ້ 119,8  ຕື້ກີບ, ທຽບໃສ່ແຜນ ການທີ່ປະຕິບັດໄດ້ 138,60%, ທຽບໃສ່ໄລ ຍະດຽວກັນຂອງປີ ຜ່ານມາປະຕິບັດໄດ້ 219,18%, ໃນນັ້ນສະເພາະດ່ານລະໄລສາ ມາດເກັບລາຍຮັບໄດ້ທັງໝົດ 35 ຕື້ກວ່າ ກີບ, ທຽບໃສ່ໄລຍະດຽວຂອງປີຜ່ານມາ 112,11%.
     ຂໍ້ມູນດັ່ງກ່າວໄດ້ຮັບການເປີດເຜີຍໃນກອງປະຊຸມຄົບຄະນະບໍລິຫານງານພັກແຂວງຄັ້ງທີ 9 ສະໄໝ ທີ 7 ທີ່ໄຂຂຶ້ນໃນຕົ້ນ ເດືອນຕຸລາ 2014, ໂດຍການເປັນປະທານຂອງທ່ານ ຄຳບຸ່ນ ດ້ວງປັນຍາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າ ແຂວງໆສາລະວັນ.

No comments:

Post a Comment