ແຂວງສະຫວັນນະເຂດ ເລັ່ງສ້າງຄວາມເຂັ້ມແຂງໃຫ້ພາກທຸລະກິດ,
ເພື່ອກະກຽມຄວາມພ້ອມກ່ອນເຂົ້າເປັນປະຊາຄົມ ເສດຖະກິດອາຊຽນ ຫລື AEC ໃນປີ 2015 ທີ່ຈະເຖິງນີ້,
ໂດຍການຈັດສຳມະນາໃນຫົວຂໍ້ການກຽມຄວາມພ້ອມສູ່ປະຊາ ຊົນອາຊຽນ (AEC) ແລະ ລະບຽບການອອກໃບຢັ້ງຢືນ
ແຫລ່ງກຳເນີດສິນຄ້າ Co ຂຶ້ນ ເມື່ອບໍ່ດົນນີ້, ພາຍໃຕ້ການເປັນ ປະທານຂອງທ່ານ ຄຳຜຸຍ ສີບຸນເຮືອງ
ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ມີປະທານສະພາການຄ້າ ແລະ ອຸດສາຫະກຳແຂວງ, ວິທະຍາກອນຈາກກະຊວງອຸດສາຫະກຳ
ແລະ ການຄ້າ ພ້ອມດ້ວຍນັກທຸ ລະກິດ-ຜູ້ປະກອບ ການພາຍໃນແຂວງເຂົ້າຮ່ວມ.
ໃນຊຸດສຳມະນາ, ວິທະຍາກອນໄດ້ຍົກໃຫ້ເຫັນບັນຫາທີ່ໜ້າສົນໃຈຫລາຍຢ່າງເປັນຕົ້ນ:
ສປປ ລາວ ກັບການກ້າວສູ່ປະ ຊາຄົມເສດຖະກິດອາຊຽນ 2015 ຂໍ້ສະດວກ ແລະ ສິ່ງທ້າທາຍ ເຊິ່ງໄດ້ໃຫ້ຮູ້ກ່ຽວກັບອາຊຽນ
ແລະ ປະຊາຄົມເສດຖະກິດອາ ຊຽນ, ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ AEC, ກາລະໂອກາດ, ຂໍ້ມູນການສົ່ງອອກການ
ຄ້າຂອງ ສປປ ລາວ ແຕ່ປີ
2009-2014, ການປ່ຽນແປງ ພາຍຫລັງປີ 2015 ແລະ ອື່ນໆ. ນອກນັ້ນ, ຜູ້ເຂົ້າຮ່ວມສຳມະນາ
ຍັງໄດ້ຮັບຮູ້ເຖິງວິທີປະກອບ ເອກະສານ, ໃບຄຳຮ້ອງຂໍຮັບຮອງສິນຄ້າ ແລະ ຮຽນຮູ້ລະບຽບ ແຫລ່ງກຳເນີດສິນຄ້າ,
ການອອກໃບຢັ້ງຢືນແຫລ່ງກຳເນີດ ສິນຄ້າ ແລະ ໄດ້ປະກອບຄຳຄິດຄຳເຫັນໃສ່ບັນຫາຕ່າງໆທີ່ພົວພັນກັບການເຂົ້າເປັນປະຊາຄົມເສດຖະກິດອາຊຽນຂອງລາວ,
ເວົ້າສະເພາະແມ່ນແຂວງສະຫວັນນະເຂດ.
No comments:
Post a Comment