Ad

Ad

22 October 2014

ລັດວິສາຫະກິດໄຟຟ້າສາຂາແຂວງອຸດົມໄຊກຽມພ້ອມຮັບໃຊ້ມະຫະກຳກິລາແຫ່ງຊາດຄັ້ງທີ X



     ທ່ານ ສົມຄິດ ສຸດທິວົງ ຫົວໜ້າສາຂາລັດວິສາຫະກິດໄຟຟ້າ ແຂວງອຸດົມໄຊ ໃຫ້ສຳພາດເມື່ອ ບໍ່ດົນນີ້ ວ່າ: ພາຍຫລັງໄດ້ ຮັບມອບໝາຍຈາກເຈົ້າແຂວງອຸດົມໄຊໃນການກະກຽມຄວາມພ້ອມໃສ່ງານມະຫາກຳກິລາແຫ່ງຊາດຄັ້ງທີ X ເມື່ອ 2-3 ປີຜ່ານມາ, ສາຂາໄຟຟ້າແຂວງກໍໄດ້ກະກຽມ ແລະ ຫັນເປັນແຜນການ ລະອຽດ, ເຊິ່ງນຳໃຊ້ທຶນຂອງລັດວິສາຫະກິດໄຟຟ້າປະ ມານ 5,7 ຕື້ກີບ, ມາຮອດປັດຈຸບັນໄດ້ນຳໃຊ້ທຶນດັ່ງກ່າວແລ້ວປະມານ 3,8 ຕື້ກີບ, ຂຶ້ນແຜນຈັດຕັ້ງພະນັກງານວິຊາການ ຮັບໃຊ້ 50 ຄົນ ປະຈຳຢູ່ 30 ຈຸດ; ປັບປຸງ ແລະ ເສີມໝໍ້ແບ່ງ 30 ເມກາໂວນ/ອຳ ແປ (MV/A) ໃສ່ສະຖານີນາໝໍ້ 1 ເພື່ອ ຊ່ວຍສະຖານີເມືອງນາແລ ແຂວງຫລວງນ້ຳທາຄາດວ່າຈະສຳເລັກໃນກາງເດືອນພະຈິກທີ່ ຈະເຖິງນີ້, ປັບປຸງລະບົບໄຟຟ້າ ແຮງກາງ 22 KV ທີ່ໄດ້ຮັບຜົນ ກະທົບໃນລະດູຝົນຜ່ານມາຢູ່ເທ ສະບານແຂວງ, ອະນາໄມແລວ ສາຍໄຟ, ຕັດຕົ້ນໄມ້, ປ່ຽນດອກ ໄຟເຍືອນທາງ, ເສີມສາຍຈ່ອງ ເສົາໄຟຟ້າ ແລະ ອື່ນໆ. ນອກຈາກນັ້ນ ຍັງໄດ້ປ່ຽນສາຍໄຟຟ້າຈາກສາຍເປືອຍມາ ເປັນສາຍຫຸ້ມສຳເລັດ 100%, ສົ່ງພະນັກງານວິຊາການລົງຕິດຕາກວດກາຕາມຈຸດໝໍ້ແປງໄຟ ແລະ ຈຸດທີ່ນຳໃຊ້ໄຟຟ້າຂອງ
ຜູ້ປະກອບການຕ່າງໆເຊັ່ນ: ເຮືອນພັກນັກກິລາ, ຮ້ານອາຫານ ແລະ ສະຖານທີ່ສຳຄັນອື່ນໆຈຳນວນ 25 ຈຸດ ເພື່ອສ້ອມແປງ ແລະ ປ່ຽນອຸປະກອນໄຟຟ້າທີ່ເກົ່າແກ່ແນໃສ່ຮັບປະກັນຄວາມປອດໄພ ໃນມະຫະກຳກິລາແຫ່ງຊາດຄັ້ງທີ X. ສ່ວນໄຟສາທາ ລະນະແມ່ນມອບໃຫ້ຜູ້ຮັບເໝົາກໍ່ສ້າງເປັນຜູ້ຮັບຜິດຊອບແຕ່ໄຟຟ້າແຂວງກໍຕ້ອງໄດ້ຕິດຕາມກວດກາເພື່ອຮັບປະກັນທາງດ້ານ ເຕັກນິກ ແລະ ຄວາມປອດໄພ.
     ທ່ານ ສົມຄິດ ໃຫ້ຮູ້ຕື່ມວ່າ: ແຂວງອຸດົມໄຊເປັນທາງຜ່ານຂອງບັນດາແຂວງພາກເໜືອ, ໃນນັ້ນໄຟຟ້າກໍເປັນສິ່ງສຳຄັນ ແລະ ຈຳເປັນຕ້ອງໄດ້ຜ່ານແຂວງອຸດົມໄຊໂດຍຮັບໄຟຟ້າ ຈາກເຂື່ອນນ້ຳງຶ່ມແຂວງວຽງຈັນ ແລະ ໄຟຟ້າຈາກ ສປ ຈີນ, ໂດຍຜ່ານດ່ານ ບໍ່ເຕັກມເຂົ້າໃນສະຖານີໝໍ້ 1 ແລ້ວສົ່ງໃຫ້ແຂວງ ໃກ້ຄຽງເຊັ່ນ: ແຂວງຜົ້ງສາລີ, ຫລວງນ້ຳທາ, ບໍ່ແກ້ວ, ຫລວງພະບາງ ແລະ ໄຊຍະບູລີ.

No comments:

Post a Comment