Ad

Ad

22 October 2014

ສານ​ປະຊາຊົນ​ແຂວງ​ອຸດົມ​ໄຊ​ຕັດ​ສີນ​ລົງ​ໂທດ​ຜູ້​ຄ້າ​ຢາ​ເສບ​ຕິດ​ຈຳ​ຄຸກ 5 ປີ



    ​ເມື່ອ​ທ້າຍ​ອາທິດ​ຜ່ານ​ມານີ້, ສານ​ປະຊາຊົນ​ແຂວງ​ອຸດົມ​ໄຊ,​ ໄດ້​ຕັດ​ສີນ​ລົງ​ໂທດ​ນາງ ​ເກ​ຍຢາ ອາຍຸ 40 ປີ​ຢູ່​ບ້ານ​ພູ​ຂຽວ ເມືອງ​ໄຊ ແຂວງ​ອຸດົມ​ໄຊ ໃຫ້​ຈຳ​ຄຸກ​ເປັນ​ເວລາ 5 ປີ ​ແລະ ປັບ​ໃໝ​ເງິນ 10 ລ້ານ​ກີບ.​ ໂດຍຜູ້ກ່ຽວ ຖືກ​ເຈົ້າໜ້າ​ທີ່​ຈັບ​ໄດ້ເມື່ອ​ຕົ້ນ​ເດືອນ​ກໍລະກົດ 2014 ​ໃນ​ຂໍ້​ຫາ​ຄ້າ​ຢາ​ເສບ​ຕິດ​ຢູ່​ລະຫວ່າງ​ເສັ້ນທາງ​ເມືອງ​ຫລາຫາເມືອງ​ໄຊ ໃນ​ຂະ ນະ​ເອົາ​ຢາ​ບ້າຈຳນວນ 996 ເມັດ ຊຸກ​ເຊື່ອງ​ໄວ້​​ກ້ອງ​ເບາະ​ລົດຈັກ​ເພື່ອ​ຈະ​​ໄປ​ສົ່ງ​ໃຫ້​ລູກ​ຄ້າຢູ່​ແຂວງ​ຜົ່ງສາລີຈຶ່ງ​ຖືກ​ເຈົ້າໜ້າ​ທີ່ຈັບຕົວ​ມາ​ດຳ​ເນີນ​ຄະ​ດີ​ເສຍ​ກ່ອນ, ໂດຍ​ຮັບ​ສາລະພາບ​ຕໍ່​ເຈົ້າ​ໜ້າ​ທີ່​ວ່າ: ຢາ​ບ້າ​ຈຳນວນດັ່ງກ່າວ​ເປັນ​ຂອງ​ຕົນ​​ແທ້​ເຊິ່ງ​​ໄດ້ຊື້ນຳ​ຍິງ​ຄົນ​ໜຶ່ງຢູ່​ແຂວງ​ອຸດົມ​ໄຊ​ໂດຍບໍ່​ຮູ້​ຊື່ ແລະ ທີ່ຢູ່ຂອງ​ຍິງ​ຄົນ​ນັ້ນ. ​ແລະ ປັດຈຸບັນ​ເຈົ້າໜ້າ​ທີ່​ພວມ​ຂະ ຫຍາຍ​ຜົນ​ຫາ​ຜູ້​ຮ່ວມ​ຂະ​ບວນ ການ​ໃນ​ຄະດີ​ດັ່ງກ່າວ​ເພື່ອຈັບ​ຕົວ​ມາ​ລົງ​ໂທດ​ຕາມ​ລະບຽບ​ກົດໝາຍ.

No comments:

Post a Comment