Ad

Ad

22 October 2014

ທ່ານນາງ ອິນຕາ ໄຂຄຳພິທູນ ຜູ້ປະສານງານທີ່ເຂັ້ມແຂງ ແລະ ຫ້າວຫັນໃນການປະກອບສ່ວນເຂົ້າໃນວຽກງານຫລຸດຜ່ອນຄວາມທຸກຍາກ



ໂດຍ : ສິນນະຄອນ ອິນທິລາດ
     ນາງ ອິນຕາ ໄຂຄຳພິທູນ ແມ່ນຜູ້ປະສານງານກຸ່ມບ້ານມັນຈີ (ກຸ່ມທີ 4) ເມືອງ ເຊໂປນ ແຂວງສະຫວັນນະເຂດ, ເພິ່ນ ແມ່ນຜູ້ປະສານງານໃນຈຳນວນ 3 ຄົນ ທີ່ເຮັດວຽກປະສານງານ ວຽກງານຫລຸດຜ່ອນຄວາມທຸກ ຍາກ (ທລຍ) ເຊິ່ງປະຕິບັດ ວຽກງານຄຽງບ່າຄຽງໄຫລ່ກັບຜູ້ປະສານງານຜູ້ຊາຍຄົນອື່ນໆໄດ້ ຢ່າງເຂັ້ມແຂງຫ້າວ ຫັນ ແລະ ສາມາດເຮັດວຽກຮ່ວມກັນ ເປັນທີມໄດ້ຢ່າງມີປະສິດທິພາບ.
       ທ່ານນາງ ອິນຕາ ຮັບຜິດຊອບເປັນຜູ້ປະສານງານກຸ່ມບ້ານ ເລີ່ມແຕ່ປີ 2003 ເຊິ່ງເປັນປີ ທຳອິດທີ່ ທລຍ ເຂົ້າມາສະໜັບ ສະໜູນກິດຈະກຳດ້ານພື້ນຖານໂຄງລ່າງ ເຊິ່ງສ້າງເງື່ອນໄຂໃນການຫລຸດຜ່ອນຄວາມທຸກຍາກຂອງປະຊາຊົນບັນດາເຜົ່າໃນຊຸມ ຊົນ. ປັດຈຸບັນ ເພິ່ນເອງອາຍຸໄດ້ 45 ປີແລ້ວ ແຕ່ກໍຍັງມີຄວາມຫ້າວຫັນໃນການຈັດຕັ້ງປະຕິບັດວຽກງານຮ່ວມກັບ ທລຍ. ສະ ນັ້ນ ໃນການເລືອກຕັ້ງຜູ້ປະສານງານ ກຸ່ມໃນແຕ່ລະປີ ຢູ່ກອງປະຊຸມທົບທວນ ແລະ ວາງແຜນພັດທະນາກຸ່ມບ້ານ, ລາວຈຶ່ງໄດ້ ຮັບການເລືອກຕັ້ງເຂົ້າມາເປັນຜູ້ປະ ສານງານກຸ່ມບ້ານໃນທຸກໆປີ ແລະ ປັດຈຸບັນ ກໍແມ່ນຮອບວຽນ ທີ 12 (2014-2015 ແລ້ວ ໝາຍ ຄວາມວ່າ: ຕະຫລອດ
ໄລຍະ 12 ປີ ໃນໜ້າທີ່ຮັບຜິດຊອບເປັນຜູ້ປະສານງານ, ລາວໄດ້ຮັບການເສີມສ້າງຄວາມເຂັ້ມ ແຂງ ແລະ ພັດທະນາທັກສະ; ຄວາມສາມາດໃນການວາງແຜນພັດທະນາ, ການເປັນຄູເຝິກ, ການເປັນຜູ້ອຳນວຍຄວາມສະ ດວກ, ການບໍລິຫານການເງິນໂຄງ ການຍ່ອຍ ແລະ ການດຳເນີນຂະບວນການຈັດຊື້-ຈັດຈ້າງໂດຍຊຸມຊົນເອງ. ປະສົບການ ແລະ ຄວາມຮູ້ຄວາມສາມາດທີ່ລາວ ມີຜ່ານມານັ້ນ ໄດ້ຊ່ວຍນຳເອົາສິດຜົນປະໂຫຍດ ຕ່າງໆມາພັດທະນາກຸ່ມບ້ານ ຂອງລາວ ເຊິ່ງເປັນກຸ່ມບ້ານທີ່ຢູ່ຫ່າງໄກສອກ ຫລີກ; ທຸກຍາກເຊິ່ງມີທັງໝົດ 8 ບ້ານ.
     ນາງ ອິນຕາ ໄດ້ອຳນວຍຄວາມສະດວກ, ເປັນຜູ້ນຳພາໃນກອງປະຊຸມວາງແຜນພັດທະນາບ້ານ ແລະ ກຸ່ມບ້ານແຕ່ລະປີ, ຕິດ ຕາມການຈັດຕັ້ງປະຕິບັດໂຄງການຍ່ອຍຂອງແຕ່ລະບ້ານທີ່ໄດ້ຮັບການສະໜັບສະໜູນດ້ານພື້ນຖານໂຄງລ່າງຈາກ ທລຍ. ນອກຈາກນີ້ແລ້ວ ລາວຍັງຊ່ວຍນຳເອົາແຜນພັດທະນາບ້ານຕ່າງໆ ພາຍໃນກຸ່ມບ້ານຂອງລາວໄປສະເໜີກັບໂຄງການພັດທະນາ ອື່ນໆທີ່ໃຫ້ການຊ່ວຍເຫລືອຢູ່ພາຍໃນເມືອງເຊໂປນ ຈົນຖືກຈັດຕັ້ງປະຕິບັດຫລາຍໆໂຄງການເປັນຕົ້ນໂຄງການກໍ່ສ້າງນ້ຳບາ ດານ, ກໍ່ສ້າງຕາຂ່າຍໄຟຟ້າ, ໂຄງການສະໜອງຕູ້ຢາປະຈຳບ້ານ, ທະນາຄານເຂົ້າ ແລະ ອື່ນໆ ເຊິ່ງເປັນເຫດຜົນເຮັດໃຫ້ຊຸມຊົນຢູ່ ໃນຈຳນວນບ້ານທີ່ຢູ່ໃນກຸ່ມທີ່ລາວຮັບຜິດຊອບນັ້ນມີຄວາມເຂັ້ມແຂງເຂົ້າອົກເຂົ້າໃຈໃນການປະກອບສ່ວນເຂົ້າໃນການຈັດຕັ້ງ ປະຕິບັດວຽກງານໄດ້ດີເປັນຕົ້ນການເຂົ້າຮ່ວມໃນການວາງແຜນການແບບມີສ່ວນຮ່ວມ, ການມີສ່ວນຮ່ວມໃນການຈັດຕັ້ງປະ ຕິບັດໂຄງການຍ່ອຍ ແລະ ມີສ່ວນຮ່ວມໃນການປົກປັກຮັກສາຄຸ້ມຄອງນຳໃຊ້.
     ກ່ຽວກັບວຽກງານການຮັບຄຳຄິດຄຳເຫັນ ແລະ ແກ້ໄຂບັນ ຫາທີ່ມີໃນຊຸມຊົນ ລາວກໍແມ່ນຢູ່ ໃນຄະນະກຳມະການ ຂັ້ນກຸ່ມ ແລະ ໄດ້ມີການຕິດຕາມ ແລະ ເປີດຕູ້ຮັບຄຳເຫັນທີ່ຕິດຢູ່ຫໍຂ່າວຂອງກຸ່ມບ້ານ ເຊິ່ງເປັນຊ່ອງທາງໃຫ້ຊຸມຊົນໄດ້ສະ ແດງຄຳຄິດຄຳເຫັນ ແລະ ເປັນປະໂຫຍດໃນການຈັດຕັ້ງປະຕິບັດໂຄງການຮັບປະກັນຄວາມປອດໃສສາມາດກວດສອບໄດ້. ນາງ ອິນຕາ ໄດ້ໃຫ້ສຳພາດວ່າ: ແຕ່ກ່ອນຍັງບໍ່ທັນມີຄວາມລຶ້ງເຄີຍໃນການເຮັດວຽກເປັນຕົ້ນການເປັນຜູ້ປະສານງານ, ແຕ່ໃນ ເມື່ອປະຊາຊົນໄດ້ເລືອກໃຫ້ມາຮັບຜິດຊອບວຽກງານດັ່ງກ່າວນີ້ ກໍໄດ້ຕັດສິນໃຈສູງຕັ້ງອົກຕັ້ງໃຈຄິດວ່າ ທລຍ ກໍຄືອົງການຊ່ວຍ ເຫລືອຈາກສາກົນເພິ່ນຍັງໃຫ້ການຊ່ວຍເຫລືອປະຊາຊົນລາວໂດຍສະເພາະປະຊາຊົນໃນກຸ່ມຂອງເຮົາ. ສະນັ້ນ ເຮົາເປັນຄົນ ລາວ ເປັນພີ່ນ້ອງຢູ່ໃນກຸ່ມດຽວກັນມີຊ່ອງທາງໃດທີ່ຈະຊ່ວຍກັນໄດ້ ເຮົາຕ້ອງຕັດສິນໃຈເຮັດເພື່ອນຳພາກັນໄປເຖິງເປົ້າໝາຍ.

No comments:

Post a Comment