Ad

Ad

22 October 2014

ກຽມຈັດງານເທດສະການເຕັ້ນຟັງແມ່ຂອງຄັ້ງທີ 5, ປະຈຳປີ 2014



     ໃນວັນທີ 21 ຕຸລານີ້ກຸ່ມ ບໍລິສັດເຕັ້ນຄຳ (ປະເທດຝຣັ່ງ) ຮ່ວມກັບບໍລິສັດເຕັ້ນ ຟັງລາວໄດ້ຈັດຖະແຫລງຂ່າວກ່ຽວກັບການ ຈັດງານເທດສະການເຕັ້ນຟັງ ແມ່ ຂອງ ຄັ້ງທີ 5 ປະຈຳປີ 2014, ຂຶ້ນຢູ່ສະມາຄົມນັກຂ່າວແຫ່ງປະເທດລາວ, ໂດຍ ການເຂົ້າ ຮ່ວມຂອງຫົວໜ້າບໍລິສັດດັ່ງກ່າວ, ພ້ອມຄະນະຈັດຕັ້ງງານ ແລະ ສື່ມວນຊົນເຂົ້າ ຮ່ວມ.  ຫົວ ໜ້າບໍລິສັດເຕັ້ນຟັງລາວ, ນາງ ນຸດນະພາ ສ້ອຍ ສຸວັນຖະແຫຼ່ງວ່າ: ເທດສະການເຕັ້ນຄັ້ງນີ້ຈະຈັດຂຶ້ນໃນລະຫວ່າງວັນທີ 25 - 26  ຕຸລານີ້, ຢູ່ສະຖາບັນຝຣັ່ງ, ນະຄອນ ຫຼວງວຽງຈັນ ແລະ  ຈະມີຫລາຍກິດຈະກຳເຊັ່ນ: ການປະກວດເຕັ້ນ, ການສະແດງເຕັ້ນ ຈາກ 5 ປະເທດຄື ສິງກະໂປ, ໄທ, ຫວຽດນາມ, ຝຣັ່ງ ແລະ ລາວ, ພ້ອມດ້ວຍການສະແດງອື່ນໆອີກຫລາກຫລາຍ, ພິເສດປີນີ້ພວກເຮາຈະມີການສະແດງເຕັ້ນ ແບບລະຄອນນຳ ອີກ.

    ຫົວໜ້າບໍລິສັດເຕັ້ນຝຣັ່ງ ລາວກ່າວວ່າ: ບໍລິສັດເຕັ້ນຟັງ ລາວໄດ້ຮ່ວມກັບບໍລິສັດເຕັ້ນຄຳ ປະເທດຝຣັ່ງ ຈັດງານເທສະການ ເຕັ້ນຟັງແມ່ຂອງເລີ່ມແຕ່ປີ 2010 ເປັນຕົ້ນມາ ແລະ ປີນີ້ກໍ່ເຊັ່ນດຽວກັບທຸກໆປີຜ່ານມາ, ພວກເຮົາຈັດງານດັ່ງກ່າວຂຶ້ນເພື່ອ ເປັນເວທີໃນການໂຄສະນາເຜີຍແຜ່, ອະນຸລັກ ແລະ ສົ່ງເສີມການແລກປ່ຽນວັດທະນາທຳພາຍໃນປະເທດ ແລະ ພາກພື້ນ, ເພື່ອຊຸກຍູ້ວຽກງານການສືກສາ ແລະ ກິດຈະກຳນອກຫລັກສູດແກ່ໄວຫນຸ່ມໃນການໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ, ຫ່າງໄກຢາເສບຕິດ, ໂຄສະນາວຽກງານການປ້ອງ ກັນ HIV, ສຸຂະພາບຈະເລີນພັນ, ການປ້ອງກັນການຖືພາຂອງໄວຫນຸ່ມ ແລະ ໂຄສະນາວຽກງານຄວາມປອດໄພຕາມທ້ອງຖະຫນົນນຳອີກ.

No comments:

Post a Comment