Ad

Ad

22 October 2014

ໂພນສະຫວ່າງ ບ້ານພັດທະນາ



     ບ້ານໂພນສະຫວ່າງ ໜຶ່ງໃນ ຈຳນວນ 30 ບ້ານພັດທະນາຂອງ ເມືອງຈັນ ທະບູລີທີ່ໄດ້ຖືກຮັບຮອງຈາກນະຄອນຫລວງ, ມາຮອດປັດຈຸບັນທາງອຳນາດ ການປົກຄອງກໍຄືພໍ່ແມ່ປະຊາຊົນອ້ອມຂ້າງໄດ້ເສີມຂະຫຍາຍຄວາມສາມັກ ຄີຮັກແພງຊ່ວຍເຫລືອເຊິ່ງ ກັນ ແລະ ກັນ ໃນການພັດທະນາ ບ້ານຂອງຕົນ ໃຫ້ມີໃບໜ້າໃໝ່ ສາມາດກາຍເປັນບ້ານຕົວແບບທາງດ້ານຕ່າງໆ ເປັນຕົ້ນ ບ້ານສາທາລະນະສຸກ, ບ້ານວັດທະນະທຳ, ບ້ານປອດຢາເສບຕິດ, ບ້ານປອດຄະດີ ແລະ ອື່ນໆ, ຊຶ່ງແຕ່ລະຂະແໜງລ້ວນ ແຕ່ ມີການເຄື່ອນໄຫວຢ່າງຕັ້ງໜ້າສາມາດຮັກສາຄວາມເປັນແບບຢ່າງຂອງຕົນເປັນ ຢ່າງດີ.
     ຕໍ່ບັນຫາທີ່ກ່າວມາຂ້າງເທິງນັ້ນທາງບ້ານສາມາດສ້າງໄດ້ຂະບວນການທີ່ພົ້ນເດັ່ນ ໂດຍສະເພາະໃນລະຫວ່າງຕົ້ນເດືອນ ຕຸລານີ້, ພາຍຫລັງລະດູຝົນຜ່ານພົ້ນໄປກ້າວເຂົ້າສູ່ລະດູແລ້ງທາງອຳນາດການປົກຄອງໄດ້ຖືສຳຄັນການສ້ອມແປງເສັ້ນທາງຢູ່ ໃນເຂດບ້ານຂອງຕົນໂດຍການປຸກລະດົມທຸກຄອບຄົວເຂົ້າມີສ່ວນຮ່ວມໃນການອອກແຮງງານພັດທະນາໂຄງລ່າງເສັ້ນ
ທາງຄົມມະນາຄົມໂດຍແຕ່ລະຄອບຄົວໄດ້ພ້ອມໃຈກັນສະຫລະວັດຖຸ, ປັດໄຈຕາມຄວາມສາມາດເພື່ອປະກອບສ່ວນເຂົ້າໃນ ການສ້ອມແປງເສັ້ນທາງທີ່ເປັນບວກເປັນຂຸມນັບວ່າມີຄວາມຫຍຸ້ງຍາກທີ່ສຸດຕໍ່ການສັນຈອນໃນລະດູຝົນຜ່ານມາ. ຜ່ານຈາກ ການປຸກລະດົມຕົວຈິງໄດ້ມີປະຊາຊົນເກືອບທຸກຄອບຄົວທີ່ມີເງື່ອນໄຂສະຫລະຊັບຂອງຕົນນັບແຕ່ 2-3 ແສນ ເຖິງ 5 ແສນ ໄປຮອດ 1 ລ້ານກີບ ລວມແລ້ວມີຈຳນວນເງິນທີ່ເກັບໄດ້ເຖິງ 40 ກວ່າລ້ານກີບ, ພ້ອມກັນຊື້ຫີນ ແລະ ດິນ ຫລາຍກວ່າ 30 ຄັນລົດເຂົ້າມາຖົມບວກຂຸມຢູ່ຕາມເສັ້ນທາງຮ່ອມບ້ານຂອງຕົນນັບແຕ່ 3 ແຍກເສັ້ນທາງສະຖານີໄຟຟ້າໂພນຕ້ອງໄປຮອດ ທາງສຸດຕິດແດນບ້ານໜອງທາໃຕ້ ໂດຍອາໄສວັນເສົາ-ວັນອາທິດເປັນມື້ ອອກແຮງງານແດງຂອງບ້ານ ແລະ ໃຊ້ພາຫະນະລົດ ເກດກວດຫີນ ແລະ ດິນ ຖົມບວກຂຸມໃຫ້ຫາບພຽງອັນໄດ້ສ້າງຄວາມປະທັບໃຈຍ້ອງຍໍຊົມເຊີຍບໍ່ໜ້ອຍໃຫ້ກັບຜູ້ສັນຈອນໄປ ມາຕາມເສັ້ນທາງສາຍນີ້, ເຊິ່ງເສັ້ນທາງດັ່ງກ່າວໃນໄລຍະ 2-3 ປີກ່ອນ ທາງບໍລິສັດ ຕັງຈະເຣີນ ກໍ່ສ້າງໄດ້ທຳການສຳຫລວດ ອອກແບບຈະຮັບເໝົາກໍ່ສ້າງເປັນທາງເບຕົງຄອນກີດ ຈາກ 3 ແຍກຫ້ອງ ການບ້ານໜອງທາໃຕ້ໄປຫາ 3 ແຍກສະຖານີໄຟຟ້າ ໂພນຕ້ອງຜ່ານບ້ານໜອງທາໃຕ້ ແລະ ໂພນສະຫວ່າງ. ແຕ່ມາຮອດດຽວນີ້ໂຄງການກໍ່ສ້າງບໍ່ທັນມີຄວາມຄືບໜ້າວ່າຈະເຮັດມື້ ໃດກັນແທ້ຈຳເປັນປະຊາຊົນຂອງບ້ານຕ້ອງໄດ້ລົງທຶນສ້ອມແປງໄປກ່ອນໃຫ້ສາມາດຮັບປະກັນຄວາມໂລ່ງລ່ຽນໃນການໄປມາ ຂອງຜູ້ຄົນທີ່ນຳໃຊ້ເສັ້ນທາງສາຍດັ່ງກ່າວເພື່ອລໍຖ້າຖຽວທາງດີທີ່ຈະມີການກໍ່ສ້າງໃນອະນາຄົດ.
     ແນວໃດກໍດີຕົກມາໃນລະດູແລ້ງປີນີ້ ເຖິງຈະມີຫລາຍບ້ານໂດຍສະເພາະບັນດາບ້ານ 4 ເມືອງໃນນະຄອນຫລວງວຽງ ຈັນຈະມີເງື່ອນໄຂໃນການພັດທະນາພື້ນຖານໂຄງລ່າງຂອງຕົນ. ແຕ່ຕ້ອງໄດ້ເບີ່ງຄືນບັນດາບ້ານຊົນນະບົດທີ່ຢູ່ຫ່າງໄກສອກ ຫລີກຂອງຕົວເມືອງນອກທີ່ຂຶ້ນກັບນະຄອນຫລວງວຽງຈັນຍັງບໍ່ທັນມີເງື່ອນໄຂພຽງພໍທີ່ຈະກຸ້ມຕົນເອງໃນການສ້າງສາພັດ ທະນາພື້ນ ຖານໂຄງລ່າງເຊັ່ນວ່າ: ໃນວັນທີ 17 ຕຸລາຜ່ານມາ, ຄະນະສະມາ ຊິກສະພາແຫ່ງຊາດເຂດ I ໄດ້ ລົງຢ້ຽມຢາມ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ VII ຂອງສະພາແຫ່ງ ຊາດຊຸດທີ 7 ຢູ່ທີ່ບ້ານນາຝາຍ ເມືອງປາກງຶ່ມ ນະຄອນຫລວງວຽງຈັນ, ເຊິ່ງປະຊາຊົນໃນບ້ານດັ່ງກ່າວກໍໄດ້ສະເໜີຜ່ານຜູ້ແທນມາຍັງລັດຖະບານ ແລະ ພາກສ່ວນກ່ຽວຂ້ອງ ໃຫ້ການຊ່ວຍເຫລືອໃນການສ້ອມແປງເສັ້ນທາງເຂົ້າຫາບ້ານຂອງຕົນທີ່ນັບວ່າມີການເປ່ເພໜັກໃນລະດູຝົນຜ່ານມາພ້ອມນີ້ ກໍຂໍທຶນເຂົ້າໃນການສ້ອມແປງຊົນລະປະທານ ໂດຍປະຊາຊົນພາຍໃນບ້ານຈະມີສ່ວນຮ່ວມເພື່ອຮັບປະກັນການສະໜອງ ນ້ຳເຂົ້າໃນ ການຮັບໃຊ້ການປູກຝັງ, ປູກເຂົ້ານາແຊງທີ່ຈະມາເຖິງ.

No comments:

Post a Comment