Ad

Ad

22 October 2014

ບໍລິສັດ​ປີ​ໂຕຼເທຣດດິງມະຫາຊົນ ສະ​ເໜີ​ຈຳໜ່າຍ​ຮຸ້ນ ​ແລະ ເຂົ້າຈົດ​ທະບຽນ​ໃນ​ຕະຫລາດ​ຫລັກ​ຊັບ​ລາວ 60 ລ້ານ​ຮຸ້ນ



     ​ໃນ​ຕອນ​ຄ່ຳ​ວັນທີ 21 ຕຸລາ​ນີ້, ຢູ່​ໂຮງ​ແຮມ​ລາວພລາຊາ ນະຄອນຫລວງ​ວຽງ​ຈັນ ໄດ້​ມີ​ພິທີ​ຖະ​ແຫລ​ງກ່ຽວ​ກັບ​ບໍລິສັດ ປີ​ໂຕຼ ລຽມ ​ເທຼດດິງລາວ ມະຫາຊົນ (Petro Trede) ຍື່ນ​ຄຳ​ຂໍ​ອອກ​ຈຳໜ່າຍ​ຮຸ້ນ​ສາມັນ​ເພີ່ມ​ທຶນ​ແກ່ມ​ວນ ຊົນ​ຄັ້ງທຳ​ອິດ (IPO) ​ແລະ ຂໍ​ອະນຸມັດ​ນຳ​ຮຸ້ນ​ສາມັນ​ເຂົ້າ​ຈົດ​ທະບຽນ​ໃນ​ຕະຫລາດ​ຫລັກ​ຊັບ​ລາວ​ຈຳນວນ 60 ລ້ານຮຸ້​ນ ຕໍ່​ຄະນະ​ກຳມະການ​ຄຸ້ມ​ຄອງ​ຫລັກ​ຊັບ (ສຄຄຊ) ​ເພື່ອ​ລະດົມ​ທຶນ​ຈາກ​ມວນ​ຊົນ​ເຂົ້າ​ໃນ​ການ​ຂະຫຍາຍ​ທຸລະ​ກິດ ​ແລະ ການ​ບໍລິການ​ນ້ຳ ມັນ​ຢູ່ ສປປ ລາວ, ທັງ​ເປັນ​ການ​ຮອງ​ຮັບ​ການ​ເຕີບ​ໃຫຍ່​ຂອງຂະ​ແໜງອຸດ​ສະຫະ​ກຳ ​ແລະ ການ​ເປີດ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ​ໃນ​ທ້າຍ​ປີ 2015.​ ໂດຍ​ການ​ຖະ​ແຫລ​ງຂອງ​ທ່ານ ຈັນທອນ ສິດທິ​ໄຊ ຮອງ​ປະທານ​ສະພາ​ບໍລິຫານ​ຜູ້​ອຳນວຍ​ການ​​ບໍລິສັດ ປີ​ໂຕຼ​ລຽມ ເທຼດດິງ ມະຫາຊົນ, ທ່ານ ສົມພົບ ສັກ​ພັນ​ພະນົມ ອຳນວຍ​ການ​ບໍລິສັດ ຫລັກ​ຊັບ​ເອພີ​ເອັມລາວ (APM LAO) ​ແລະ ສຸລິ​ໄຊ ທິບ​ວົງ​ໄຊ ຮອງ​ອຳນວຍ​ການ​ບໍລິສັດ ຫລັກ​ຊັບ​ລ້ານ​ຊ້າງມະຫາຊົນ.

     ທ່ານ ຈັນທອນ ສິດທິ​ໄຊ ກ່າວ​ວ່າ: ​ໃນ​ວັນ​ທີ 20 ຕຸລາ​ຜ່ານ​ມານີ້, ບໍລິສັດ​ພວກ​ເຮົາ​ໄດ້​ຍືນ​ຄຳ​ຂໍອະ ນຸຍາດ​ສະ​ເໜີ​ຂາຍ​ຮຸ້ນ​ສາມັນ​ເພີ່ມ​ທຶນ​ແກ່ມ​ວນຊົນ​ຄັ້ງທຳ​ອິດຕໍ່ (ສຄຄຊ) ຈຳນວນ 60 ລ້ານ​ຮຸ້ນ, ມູນ​ຄ່າ 2.000 ຕໍ່​ຮຸ້ນ ​ແລະ ປັດຈຸ ບັນ​ມີ​ທຶນ​ຈົດ​ທະບຽນ​ທີ່​ຊຳລະ ແລ້ວ 350 ຕື້ກີບ, ມູນຄ່າກຳນົດ 2.000 ກີບ​ຕໍ່​ຮຸ້ນ ​ແລະ ພາຍຫລັງ​ເຂົ້າ​ຈົດ​ທະບຽນ​ໃນ​ຕະຫລາດ​ຫລັກ​ຊັບ​ລາວ (LSX) ບໍລິສັດ​ຈະ​ມີ​ທຶນ​ຈົດ​ທະບຽນ​ຊຳລະ​ແລ້ວ​ຈຳນວນ 470 ຕື້ກີບ, ມູນ​ຄ່າ​ກຳ ນົດ 2.000 ກີບຕໍ່​ຮຸ້ນ, ສ່ວນ​ການ​ກຳນົດ​ລາຄາ​ສະ​ເໜີ​ຂາຍ​ຮຸ້ນ​ແກ່ ມ​ວນຊົນ​ຈະ​ມີ​ການ​ກຳນົດລາຄາ​ເມື່ອ (ສຄຄຊ) ອະນຸມັດ​ໃຫ້​ບໍລິສັດ​ສະ​ເໜີ​ຂາຍ​ຮຸ້ນ​ໃຫ້​ແກ່ມ​ວນຊົນ. ມາ​ຮອດ​ປັດຈຸບັນ, ບໍລິສັດ​ມີ​ສະ ຖານີ​ບໍລິການ​ນ້ຳມັນ​ໃນ​ທົ່ວ​ປະ​ເທດ 107 ​ແຫ່ງ​, ໃນ​ນັ້ນລົງທຶນ​ເອງ 8 ​ແຫ່ງ ​ແລະ ​ເປັນ​ຜູ້ຮ່ວມ​ລົງທຶນ 99 ​ແຫ່ງ, ມີ​ສາງ​ນ້ຳມັນ​ເຊື້ອ​ໄຟຢູ່​ແຂວງ​ວຽງ​ຈັນ, ບໍລິ​ຄຳ​ໄຊ, ຈຳປາສັກ ​ແລະ ​ໄຊ​ຍະ​ບູລີ ບັນຈຸ​ໄດ້ຫລາຍ​ກວ່າ 3,6 ລ້ານ​ລິດ, ສະນັ້ນ ​ເງິນ​ທີ່​ໄດ້​ໃນ​ການ​ລະ ດົມ​ທຶນ​ຈາກ​ມວນ​ຊົນນີ້ ບໍລິສັດ​ຈະ​ນຳ​ໄປ​ຂະຫຍາຍ​ສະຖານີ​ບໍລິການ​ນ້ຳມັນ​ທີ່​ຄົບ​ວົງ​ຈອນ​ເພື່ອ​ຮອງ​ຮັບ​ການ​ຂະຫຍາຍຕົວ​ຂອງ​ເສດຖະກິດ-ສັງຄົມ ​ແລະ ການ​ຂະຫຍາຍຕົວ​ເມືອງຊຶ່ງ​ເປັນ​ສູນ​ກາງຂອງ​ການ​ດຳລົງ​ຊີວິດ​ຂອງ​ຄົນ​ໃນ​ສັງຄົມ ​ແລະ ພັດທະນາ​ປັບປຸງ​ລະບົບ​ຂົນ​ສົ່ງ ​ແລະ ບໍລິ ການ​ຂອງ​ບໍລິສັດທັງ​ຮອງ​ຮັບ​ການ​ເຕີບ​ໂຕ​ຂອງ​ທຸລະ​ກິດ​ເນື່ອງ​ຈາກ​ ສປປ ລາວ ​ເປັນ​ປະ​ເທດ​ທີ່​ກຳລັງ​ພັດທະນາ ​ແລະ ພາກ​ອຸດ​ສະຫະ​ກຳພວມ​ມີ​ການ​ເຕີບ​ໂຕ​ຕໍ່​ເນື່ອງ ​ເພື່ອ​ກຽມພ້ອມ​ເຂົ້າປະຊາ​ຄົມ​ເສດຖະກິດ​ອາ​ຊຽນ​ໃນ​ທ້າຍປີ 2015.
    ທ່ານ ສົມພົບ ສັກ​ພັນ​ພະນົມ ອຳນວຍ​ການ​ບໍລິສັດ​ຫລັກ​ຊັບ​ເອພີ​ເອັມລາວ ​ເຊິ່ງ​ເປັນ​ທີ່​ປືກສາ​ການ​ເງິນ​ຂອງ​ບໍລິສັດ​ປີ​ໂຕຼ ລຽມ ເທຣດດິງ ກ່າວ​ວ່າ: ການ​ດຳ​ເນີນ​ທຸລະ​ກິດ​ຂອງ​ບໍລິສັດມີ​ການ​ເຕີບ​ໃຫຍ່​ຂຶ້ນ​ເປັນ​ລຳດັບ​ຄື: ​ໃນ​ປີ 2011 ມີ​ລາຍ​ຮັບ 905.08 ຕື້ກີບ,ປີ 2012 ມີ​ລາຍ​ຮັບ​ເພີ່ມ​ຂຶ້ນ 1.019,01 ຕື້ກີບ ​ແລະ ປີ 2013 ມີ​ລາຍ​ຮັບ 1.075,04 ຕື້ກີບ, ຂະນະ​ດຽວ​ກັນ​ບໍລິສັດ​ມີ​ແຜນ​ຈະ​ຂຶ້ນ​ເປັນ​ຜູ້​ນຳ​ໜ້າ​ໃນ​ທຸລະ​ກິດ​ການ​ຈຳໜ່າຍ​ນ້ຳມັນ​ເຊື້ອ​ໄຟ​ໃນ​ລາວ ໂດຍ​ຕັ້ງ​ເປົ້າ​ໄວ້​ຄື​ນັບ​ແຕ່​ປີ 2014 -2018 ຈະ​ເພີ່ມ​ສະຖານີ​ບໍລິການ​ນ້ຳມັນ​ຈຳນວນ 97 ​ແຫ່ງ​ໃນ​ທົ່ວ​ປະ​ເທດ ​ແລະ ​ເມື່ອ​ເຂົ້າຈົດ​ທະ ບຽນ​ໃນ​ຕະຫລາດ​ຫລັກ​ຊັບ​​ແລ້ວ​ ຍິ່ງ​ຈະ​ເຮັດ​ໃຫ້​ບໍລິສັດ​ມີ​ຖານະ​ການ​​ເງິນ​ທີ່​ເຂັ້ມ​ແຂງ, ມີ​ຄວາມ​ໜ້າ​ເຊື່ອ​ຖື ​ແລະ ພາບ​ພົດ​ທີ່ດີ ​ເຊິ່ງ​ເປັນ​ປັດ​ໃຈ​ສຳຄັນ​​ເຮັດໃຫ້ ບໍລິສັດ​ມີ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຂຶ້ນ​ເທື່ອ​ລະ​ກ້າວ.
     ທ່ານ​ຮອງ​ອຳນວຍ​ການ​ບໍລິສັດ​ຫລັກ​ຊັບ​ລ້ານ​ຊ້າງ​ມະຫາຊົນ​ ສຸລິ​ໄຊ ທິບ​ພະ​ວົງ ກ່າວ​ວ່າ: ບໍລິສັດ​ພວກ​ເຮົາ​ເປັນ​ຜູ້​ຮັບປະ ກັນ​ການຈັດ​ຈຳໜ່າຍ​ 60 ລ້ານ​ຮຸ້ນ ​ແລະ ​ໃນ​ໄວໆ​ນີ້ ຈະ​ມີ​ການ​​ເຜີຍ​ແຜ່​ໃຫ້​ນັກ​ລົງທຶນ​​ໄດ້ ຮັບຮູ້ ​ແລະ ​ເຂົ້າ​ໃຈ​ກ່ຽວ​ກັບ​ການ​ຊື້ຮຸ້ນດັ່ງກ່າວ ​ແລະ ​ໝັ້ນ​ໃຈ​ວ່າ​ຮຸ້ນ​ຂອງ​ບໍລິສັດ​ປີ​ໂຕຼລຽມ ເທຣດດິງ ມະຫາຊົນ ຈະ​ໄດ້​ຮັບ​ຄວາມເຊື່ອຖື​ຈາກ​ມວນ​ຊົນ ກໍ​ຄືນັກ​ລົງ ທຶນ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ.
    ເຂົ້າຮ່ວມພິທີຖະແຫລງຂ່າວດັ່ງກ່າວມີທ່ານນາງ ວັດທະນາ ດາລາລອຍ ຫົວໜ້າສຳນັກງານຄະນະກຳມະການຄຸ້ມຄອງ ຫລັກຊັບ ແລະ ທ່ານ ເດດພູວັງ ມູລຣັຕ໌ ອຳນວຍການຕະຫລາດຫລັກຊັບລາວ.

No comments:

Post a Comment