Ad

Ad

22 October 2014

ເປີດໃຫ້ບໍລິການນຳໃຊ້ຢາຄຸມກຳເນີດແບບໃໝ່ຢູ່ລາວ



     ວັນທີ 21 ຕຸລານີ້, ຢູ່ຫ້ອງວ່າການປົກຄອງນະຄອນຫລວງວຽງຈັນ, ກົມອະນາ ໄມ ແລະ ສົ່ງ ເສີມສຸຂະພາບກະຊວງສາທາລະນະສຸກຮ່ວມກັບອົງການສະຫະ ປະຊາຊາດເພື່ອການພັດທະນາ (ສປຊ) ປະຈຳລາວ, ໄດ້ຈັດກອງປະຊຸມເປີດນຳ ໃຊ້ຢາຝັງ ຄຸມກຳເນີດໃນ ສປປ ລາວ, ເຊິ່ງເປັນ ວິທີຄຸມກຳເນີດແບບໃໝ່, ໂດຍໃຊ້ສອດເຂົ້າໃນກ້ອງຜີວໜັງດ້ານໃນກົກແຂນຂອງແມ່ ຍິງ, ເຊິ່ງຢາປະເພດນີ້ນິ ຍົມນຳໃຊ້ຫລາຍໃນບັນດາປະເທດອາຊີ ແລະ ທົ່ວໂລກ. ມີຄວາມປອດໄພສະດວກສະບາຍມີປະສິດ ທິຜົນສູງ, ໃຊ້ຄັ້ງດຽວກຸ້ມໄດ້ເຖິງ 3 ປີ, ໂດຍບໍ່ຈຳເປັນຕ້ອງໄດ້ຮັບການເບິ່ງແຍງ ເປັນປະຈຳຈາກແພດໝໍ.
     ທ່ານນາງ ອິນລາວັນ ແກ້ວບຸນພັນ ລັດຖະມົນຕີຊ່ວຍວ່າການກະຊວງສາທາລະນະສຸກກ່າວວ່າ: ຢາຝັງຄຸມກຳເນີດ ເປັນວິ ທີເໝາະສົມສຳລັບແມ່ຍິງທີ່ຍັງບໍ່ພ້ອມຈະມີລູກ ແລະ ຕ້ອງການຢາກມີລູກຫ່າງ ແລະ ແມ່ ຍິງທີ່ເກີດລູກໄດ້ 6 ອາທິດແລ້ວ,
ສາ ມາດໃຊ້ຢາຝັງຄຸມກຳເນີດໄດ້ເຊິ່ງສາມາດປ້ອງກັນການຖືພາ ໄດ້ຫລາຍກວ່າ 99% ປະຢັດຫາຍກັງວົນໃນການທຽວໄປພົບ ແພດ ໝໍ ແລະ ຖ້າຕ້ອງການມີລູກກໍສາມາດເອົາຢາດັ່ງກ່າວອອກໄດ້.
     ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ທ່ານສາມາດຮັບຄຳປຶກສາທີ່ຖືກຕ້ອງ ແລະ ບໍລິການຢາຝັງຄຸມກຳເນີດໄດ້ໃນໂຮງໝໍ ສູນກາງ ແລະ ໂຮງໝໍແຂວງ ແລະ ສຳລັບວັນທີ 22-23 ຕຸລາ 2014 ກໍສາມາດໄປຮັບຄຳປຶກສາ ແລະ ບໍລິການຝັງຢາຄຸມກຳ ເນີດໂດຍບໍ່ເສຍຄ່າວັນທີ 22 ຕຸລາ 2014 ເລີ່ມແຕ່ເວລາ 8:00-16:00 ຢູ່ໂຮງໝໍມະໂຫສົດ ແລະ ເສດຖາທິລາດ ສ່ວນວັນທີ 23 ຢູ່ໂຮງ ໝໍມິດຕະພາບ ແລະ ໂຮງໝໍແມ່ ແລະ ເດັກແດງ.

No comments:

Post a Comment