Ad

Ad

23 October 2014

ອຸຕຸນິຍົມແຈ້ງໄລຍະນີ້ສະພາບອາກາດໜາວຂຶ້ນຕື່ມອີກ



     ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ສະພາບອາກາດແຕ່ວັນທີ 22-24 ຕຸລານີ້, ບໍລິເວນຄວາມກົດດັນອາກາດ ສູງເຮັດໃຫ້ອາກາດເຢັນຈະມີກຳລັງອ່ອນປານກາງປົກຄຸມຢູ່ທົ່ວທຸກພາກຂອງລາວ, ສົມທົບກັບລົມຕາເວັນອອກພັດປົກຄຸມ ເປັນສ່ວນໃຫຍ່, ຊຶ່ງລັກສະນະເຊັ່ນນີ້ ຈະເຮັດໃຫ້ອຸນຫະພູມອາກາດສືບຕໍ່ເຢັນຫາໜາວເຢັນຂຶ້ນຕື່ມອີກ, ໂດຍສະເພາະແຂວງ ພາກເໜືອດ້ານຕາເວັນອອກເຂດພູດອຍ, ແຂວງໄຊສົມບູນ, ຫລັກ 20, ພູພຽງບໍລະເວນປາກຊ່ອງ ແລະ ເຂດເມືອງດາກຈືງ, ທ່າ ແຕງ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ. ຈາກນັ້ນວັນທີ 25-28 ຕຸລານີ້, ບໍລິເວນຄວາມກົດດັນອາກາດສູງມີທ່າອ່ຽງ ເພີ່ມກຳລັງແຮງຂຶ້ນຕື່ມແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງ ລາວ, ເຊິ່ງຈະເຮັດໃຫ້ອຸນຫະພູມອາກາດເຢັນລົງຕື່ມອີກໃນແຕ່ ລະພາກ,ພ້ອມມີຝົນຕົກກະຈາຍໃນລະດັບຄ່ອຍ ແລະ ຕົກປານກາງ ເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກ, ນັບທັງ ນະຄອນຫລວງວຽງຈັນ.

     ສະພາບອາກາດໃນທ້າຍອາທິດນີ້ຫາຕົ້ນທິດໜ້າຈະໜາວລົງຕື່ມອີກ, ໂດຍສະເພາະຢູ່ແຂວງພາກເໜືອ ຫາພາກກາງ ດ້ານຕາເວັນອອກ, ເຂດພູດອຍ, ແຂວງໄຊສົມບູນ, ຫລັກ 20, ພູ ພຽງບໍລິເວນປາກຊ່ອງ ແລະ ເຂດເມືອງດາກຈືງ, ທ່າແຕງ ອາ ກາດຍັງຈະໜາວເຢັນພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ, ສະເພາະແຂວງພາກກາງດ້ານ ຕາເວັນຕົກລົງຫາພາກໃຕ້ອາ ກາດຈະເຢັນໃນຕອນກາງຄືນຫາຕອນເຊົ້າພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ.
     ສຳລັບສະພາບຝົນໃນໄລຍະນີ້ຈະມີຝົນຕົກກະຈາຍໃນລະດັບຄ່ອຍ ແລະ ຕົກປານກາງເປັນບາງໂອການຢູ່ບາງທ້ອງຖິ່ນໃນ ແຕ່ລະພາກ, ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ.

No comments:

Post a Comment