Ad

Ad

23 October 2014

ກຳມະບານລາວຍັງຕ້ອງເຮັດໜ້າທີ່ໜັກໜ່ວງໃນການແກ້ຂໍ້ຂັດແຍ່ງຊາວຜູ້ອອກແຮງງານ



     ໃນອາທິດຜ່ານມາ, ສະຫະພັນກຳມະບານລາວໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານ ຄັ້ງທີ 5 ສະໄໝທີ VI ຂອງ ຕົນ, ຂຶ້ນຢູ່ນະຄອນຫລວງວຽງຈັນເພື່ອປຶກສາຫາລືຫລາຍບັນຫາສຳຄັນໃນການຈັດຕັ້ງປະຕິບັດວຽກງານຂອງສະຫະພັນ ກຳມະບານ ລາວໃນໄລຍະຜ່ານມາກໍຄືການຄົ້ນຄວ້າຜ່ານແຜນການໃນສົກປີຕໍ່ໜ້າ, ຊຶ່ງໃນນີ້ວຽກງານ ປົກປ້ອງແຮງງານຂອງກຳ ມະກອນ ແລະ ຊາວຜູ້ອອກແຮງງານລາວນັບວ່າຍັງເປັນສິ່ງທ້າທາຍ ແລະ ຈະຕ້ອງເອົາໃຈໃສ່ແກ້ໄຂໃຫ້ກາຍເປັນຮູບ ປະທຳຫລາຍຂຶ້ນ.
     ຢູ່ໃນບົດລາຍງານທີ່ຄະນະປະທານໄດ້ສະເໜີຜ່ານກອງປະຊຸມ, ອົງການສະຫະພັນກຳມະບານລາວໄດ້ເຄື່ອນໄຫວເຮັດ ວຽກງານຕາມພາລະບົດບາດຂອງຕົນສຳເລັດໃນຫລາຍດ້ານ ແລະ ໜຶ່ງໃນບັນດາຜົນສຳເລັດ ດັ່ງກ່າວຄືວຽກງານການປົກ ປ້ອງແຮງງານທາງອົງການກໍໄດ້ເປັນເຈົ້າການເຄື່ອນໄຫວປະຕິບັດໄດ້ດີສົມຄວນເປັນຕົ້ນໄດ້ເປັນເຈົ້າການສ້າງສັນຍາແຮງງານ ລວມໝູ່ຢູ່ຕາມບັນດາຫົວໜ່ວຍທຸລະກິດ, ໂຮງຈັກ, ໂຮງງານ, ເປັນເຈົ້າການພິຈາລະນາແກ້ໄຂຮັບຄຳຮ້ອງທຸກຂອງກຳມະ ກອນ ຊາວຜູ້ອອກແຮງງານ, ຕິດຕາມ ແກ້ໄຂຂໍ້ຂັດແຍ່ງ ແລະ ໃຫ້ຄຳ ປຶກສາທາງດ້ານກົດໝາຍໃຫ້ກັບສຳນັກງານ, ອົງການ,
ໂຮງ ຈັກ, ໂຮງງານ, ກຳມະກອນ ແລະ ຊາວຜູ້ອອກແຮງງານ, ກວດກາການປະຕິບັດແຮງງານຂັ້ນຕ່ຳໃຫ້ແກ່ກຳມະກອນ, ສະເໜີຂຶ້ນ ຄ່າແຮງງານຂັ້ນຕ່ຳຕໍ່ກອງປະຊຸມ 3 ຝ່າຍ, ຊຸກຍູ້ກຳມະກອນເຂົ້າປະກັນສັງຄົມ, ຊ່ວຍເຫລືອ ຄຸ້ມຄອງແຮງງານ ເຄື່ອນຍ້າຍ ແລະ ອື່ນໆ, ເຊິ່ງທັງໝົດທີ່ກ່າວມານັ້ນຖ້າທຽບໃສ່ກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ ແລະ ຄວາມຮຽກຮ້ອງຕ້ອງການອັນໃໝ່ຢູ່ໃນສັງຄົມເຫັນວ່າຂະແໜງການກຳມະບານທຸກຂັ້ນຈະຕ້ອງໄດ້ເພີ່ມທະວີຍົກສູງຄວາມຮັບຜິດຊອບຂອງ ຕົນໃນການເບີ່ງແຍງດູແລແຮງງານຂອງຊາວກຳມະກອນເປັນຕົ້ນບັນຫາການຂູດຮີດແຮງງານດ້ວຍຮູບການຕ່າງໆຢູ່ຕາມໂຮງ ຈັກໂຮງງານ, ຫົວໜ່ວຍການຜະລິດຂະໜາດນ້ອຍຂະໜາດກາງຍັງເກີດມີຢ່າງແຜ່ຫລາຍ, ການ ຈ່າຍເງິນບໍ່ສົມຄ່າແຮງງານ, ການອອກແຮງງານໜັກ, ລ່ວງເວລາໄດ້ຮັບຄ່າແຮງງານຕ່ຳ, ມີຫລາຍໂຮງຈັກ-ໂຮງງານຍັງຂາດການປະກັນສັງຄົມເບິ່ງແຍງດູແລ ສຸຂະພາບຂອງຊາວຜູ້ອອກ ແຮງງານ ແລະ ອື່ນໆ. ດັ່ງນັ້ນ ຈຶ່ງເຮັດໃຫ້ຖັນແຖວຊາວຜູ້ອອກແຮງງານເກີດມີການຫຍໍ້ທໍ້ບໍ່ມີ ຄວາມຫ້າວຫັນຕໍ່ການອອກແຮງງານ, ມີຊາວກຳມະກອນຈຳນວນບໍ່ໜ້ອຍໄດ້ປະລະໜ້າທີ່ເຕັ້ນໂຕນໂຍນໜີໄປຊອກວຽກ ເຮັດງານທຳຢູ່ຕ່າງປະເທດຄືດັ່ງທີ່ມີຢູ່ໃນປັດຈຸບັນ.

No comments:

Post a Comment